spot_img
Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນ ສປ ຈີນ

ຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນ ສປ ຈີນ

Published on

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຄ່ຳນັບຂອງທ່ານ ຫວັງ ສຽວທາວ,ຮອງປະທານຄະນະກຳມະການພັດທະນາ ແລະ ປະຕິ ຮູບ ສປ.ຈີນ ພ້ອມຄະນະ,ໃນວັນທີ 22 ມິຖຸນານີ້, ໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເພື່ອຮັດແຫນ້ນການພົວ ພັນຮ່ວມມືຂອງສອງປະເທດລາວ-ຈີນ.

ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນ ໄຫວເຮັດວຽກຂອງຄະນະຜູ້ແທນ ສປ.ຈີນ ຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະ ກິດ-ສັງຄົມຂອງສອງປະເທດ ລາວ-ຈີນ ໃຫ້ນັບມື້ຫນັກແຫນ້ນເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະ ແມ່ນສອງຝ່າຍໄດ້ເອົາໃຈໃສ່ຢ່າງ ຕັ້ງຫນ້າເຂົ້າໃນການສົ່ງເສີມການຮ່ວມມື ແລະ ແລກປ່ຽນບົດຮຽນຮ່ວມກັນ ເພື່ອຍົກສູງຂີດຄວາມສາມາດ ວຽກງານການປັບປຸງ ກໍຄືພັດທະນາເສດຖະກິດໃຫ້ມີຄວາມເຂັ້ມແຂງຮອບດ້ານ,ພ້ອມທັງນໍາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນຂອງສອງຊາດ ລາວ-ຈີນ.

ພ້ອມນີ້ ຮອງປະທານຄະນະກຳມະການ ພັດທະນາ ແລະ ປະຕິຮູບ ສປ.ຈີນ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ເຊິ່ງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຄັ້ງນີ້ ແມ່ນປະຕິບັດຕາມຄຳສັ່ງແນະນຳຂອງການນຳຂັ້ນສູງຂອງ ສປ.ຈີນໃນການຮ່ວມມືຊ່ວຍເຫລືອການພັດ ທະນາເສດຖະກິດ-ສັງຄົມຂອງ ສປປລາວ. ພ້ອມນັ້ນ, ໄດ້ມີການຫາລືໃນວຽກງານ ກໍ່ສ້າງໂຄງການ ທາງລົດໄຟລາວ-ຈີນ ແລະ ເສັ້ນທາງລົດໄຟເຊື່ອມຕໍ່ຫນອງຄາຍ-ບາງກອກ (ປະເທດໄທ) ອີກດ້ວຍ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...