spot_img
Homeຂ່າວເຫດການHuawei P9 ໄດ້ມີຍອດສັ່ງຈອງໝົດກ່ອນໃນມື້ເປີດໂຕໃນວຽງຈັນ

Huawei P9 ໄດ້ມີຍອດສັ່ງຈອງໝົດກ່ອນໃນມື້ເປີດໂຕໃນວຽງຈັນ

Published on

 Huawei P9 ໄດ້ເລີ່ມຂາຍຢ່າງເປັນທາງການໃນວັນທີ່ 1 ມີຖຸນາ 2016 ດ້ວຍລາຄາ 3,990,000 ກີບ ເຊີ່ງແມ່ນເລີ່ມຈຳໜ່າຍງວດທຳອິດຢູ່ໃນ 10 ຮ້ານໃນນະຄອນຫຼວງວຽງຈັນ, ປາກເຊ ແລະ ຫຼວງພະບາງເທົ່ານັ້ນ. ນອກນີ້ຍັງໄດ້ມີໂຕພິທີການຂາຍຢ່າງເປັນທາງການນີ້ທີ່ ສູນການຄ້າວຽງຈັນ ເຊັນເຕີ ຊັ້ນ 4, ເຊີ່ງເປັນມື້ດຽວກັນກັບ ວັນເດັກນ້ອຍສາກົນ. ກ່ອນທີ່ຈະໄດ້ເລີ່ມຕົ້ນການຂາຍ ຫົວເຫວີຍໄດ້ເປີດໃຫ້ສັ່ງຈອງຊື້ກ່ອນໃນວັນທີ່ 19 – 31 ພຶດສະພາ 2016 ແລະ ຄົນຈຳນວນຫຼາຍ ສົນໃຈ ແລະ ໄດ້ສັ່ງຈອງ Huawei P9 ຈົນເຮັດໃຫ້ສິນຄ້າໝົດກ່ອນການເປີດການຂາຍ.

ບໍລີສັດຫົວເຫວີຍໄດ້ເປີດໂຕຜະລິດຕະພັນໃໝ່ລ່າສຸດ Huawei P9 ນີ້ ທີ່ເມືອງລອນດອນ ປະເທດອັງກິດ. P9 ແມ່ນໄດ້ຜົນຕອບຮັບທີ່ດີຫຼາຍ ແລະ ໄດ້ຮັບຄວາມນິຍົມ ໃນຫຼາຍປະເທດໃນຢູໂຣບເຊັ່ນ: ອັງກິດ, ຝລັ່ງ, ເຢຍລະມັນ ເຊັ່ນດຽວກັບຢູ່ໃນຈີນແຜ່ນດີນໃຫຍ່ ແລະ ພູມມີພາກອື່ນໆ. ໃນປະເທດລາວກໍ່ເຊັ່ນກັນ ເຈົ້າຂອງຮ້ານຄ້າປີກຍ່ອຍ, ແລະ ລູກຄ້າຂອງຫົວເວີຍ, ໄດ້ຕິດຕາມການອັບເດດຂອງຫົວເຫວີຍ ແລະ ຖ່າຍຖອດເລື່ອງລາວກ່ຽວກັບ Huawei P9 ໄປໃຫ້ໝູ່ຕໍ່ໆກັນ. ລູກຄ້າສ່ວນຫຼາຍໄດ້ລໍຖ້າທີຈະຊື້ຜະລິດຕະພັນໃໝ່ຂອງຫົວເຫວີຍ.

DSC02372

ທ່ານ ວິນິດ ສະຫວັດຕຣີ ຜູ້ຈັດການຝ່າຍການຕະຫຼາດ ຂອງ ບໍລິສັດຫົວເຫວິຍປະຈຳລາວ ໄດ້ກ່າວວ່າ ” ຕັ້ງແຕ່ເລີ່ມການເປີດຈອງແຕ່ກາງເດືອນ ພຶດສະພາ ແລະ ການເລີ່ມຕົ້ນຈຳໜ່າຍ ໃນວັນທີ່ 1 ມີຖຸນາ 2016 ນີ້, P9 ມີຜົນຕອບຮັບດີຈາກລູກຄ້າ,​ ຍອດສັ່ງຈອງຫຼາຍ ແລະ ສາມາດຂາຍຈົນໝົດສະຕ໊ອກພາຍໃນ 1 ມື້ ຊຶ່ງເປັນສັນຍານທີ່ດີສຳລັບການເລີ່ມຕົ້ນຂາຍ P9. ພວກເຮົາໄດ້ຮັບການສັ່ງຈອງຊື້ ເປັນຈຳນວນຫຼາຍ ແລະ ຍັງມີລູກຄ້າຈຳນວນຫຼາຍທີ່ຍັງບໍ່ທັນໄດ້ຮັບໂທລະສັບມືຖືມື້ນັ້ນ. ແຕ່ພວກເຂົາບໍ່ຕ້ອງກັງວົນເພາະຊຸດຕໍ່ໄປຈະມີຂາຍຢູ່ໃນລາວໄວໆນີ້, ຂໍຂອບໃຈສຳລັບການສະໜັບສະໜຸນຂອງທຸກທ່ານ ແລະ ຂ້າພະເຈົ້າໝັ່ນໃຈວ່າ ລຸ້ນນີ້ຈະປະສົບຜົນສຳລັດເພາະຄຸນສົມບັດເປັນເອກະລັກເຊັ່ນ ການອອກແບບທີ່ສວຍງາມ ແລະ ທີ່ເດັ່ນກ່ອນໝູ່ແມ່ນ ຄັ້ງທຳອິດຂອງ ບໍລິສັດຫົວເຫວີຍ ທີ່ຮ່ວມມືກັບ ບໍລິວັດ ໄລກ້າ, ຍີ່ຫໍ້ ກ້ອງຖ່າຍຮູບລະດັບໂລກ ທີ່ມາຊ່ວຍກັນພັດທະນາ ເລນກ້ອງຖ່າຍຮູບ ທີ່ໃຫ້ປະສົບການການຖ່າຍຮູບທີ່ເໜືອກວ່າ ແລະ ຄຸນນະພາບຂອງຮູບໄດ້ດີຍີ່ງຂື້ນ ແລະ ໃນຊ່ວງການສັ່ງຈອງນີ້ ຫົວເຫວີຍຍັງມີໂປໂມຊັ້ນສຸດພິເສດສຳລັບການສັ່ງຈອງ Huawei P9 ແມ່ນຈະໄດ້ຮັບກະເປົາເປ້, ກ້ອນແບັດສຳຮອງ ແລະ ຊິມຈາກລາວໂທລະຄົມ ທີ່ມາພ້ອມແພັກເກັດສຸດຄຸ້ມ ໂທຟຣີ 180 ນາທີ ແລະ ຫຼີ້ນອິນເຕີເນັດ 4,000 ເມັກກາໄບ ຕໍ່ເດືອນ ໄດ້ຮັບເປັນໄລຍະເວລາ 6 ເດືອນ. ຂ້າພະເຈົ້າແນ່ໃຈວ່າຍອດຂາຍ P9 ຈະດີ ແລະ ມີຈຳນວນຫຼາຍກວ່າ P8 ຂອງປີທີ່ຜ່ານມາ.”

ທ່ານ ຊູຈີຢອງ ຜູ້ອຳນວຍການຝ່າຍອຸປະກອນໂທລະສັບຂອງຫົວເຫວິຍປະຈຳລາວ ໄດ້ກ່າວເພີ່ມເຕີມອີກວ່າວ່າ ຫົວເຫວີຍໄດ້ທຸ່ມເທ່ຄວາມພະຍາຍາມ ແລະລົງທືນຢ່າງມະຫາສານ ເຂົ້າໃນການວິໄຈ ແລະ ພັດທະນາຜະລິດຕະພັນໃໝ່ທີ່ມີເທັດໂນໂລຢີສູງ, ຮູບຮ່າງງົດງາມ, ວັດສະດຸທີ່ມີຄຸນນະພາບດີ ແລະ ນະວັດຕະກຳໃໝ່ ເພື່ອຈະມອບປະສົບການທີ່ດີທີ່ສຸດໃຫ້ກັບຜູ້ບໍລິໂພກ. ນອກຈາກນັ້ນ, ຜະລິດຕະພັນຂອງເຮົາກໍ່ຍັງໄດ້ຜົນຕອບຮັບທີ່ດີ ແລະ ຄຳຊົມເຊິຍ ຈາກ ພະນະທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ເຊີ່ງເພີ່ນກໍ່ໄດ້ໃຊ້ ຜະລີດຕະພັນຫົວເຫວີຍ ເຊັ່ນກັນ. ແລະ ພວກເຮົາຫວັງວ່າ ລູກຄ້າຂອງຫົວເຫວີຍຈະໄດ້ປະສົບການທີ່ດີຈາກ ຫົວເຫວີຍນຳອີກ.

ແລະ ທີ່ສຳຄັນ ແມ່ນ ພວກເຮົາ ຈະປັບປຸງການບໍລິການລູກຄ້າຂອງເຮົາໃຫ້ດີຂື້ນໄປເລື້ອຍໆ, ສຶບຕໍ່ການຊ່ວຍເຫຼືອສັງຄົມລາວ, ການສະໜັບສະໜູນດ້ານຕ່າງໆ ບໍ່ວ່າຈະເປັນ ກີລາ ແລະ ການສືກສາ ອີກນຳ.

DSC02399 DSC02387

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...