Homeຄົມຄິດຄົມຄົນເງິນເປັນໄດ້ທັງ ນາຍ ແລະ ທາດ

ເງິນເປັນໄດ້ທັງ ນາຍ ແລະ ທາດ

Published on

ທຸກຢ່າງໃນໂລກນີ້ມີທັງ ຄຸນ ແລະ ໂທດຢູ່ “ໃນໂຕມັນ”

ຖ້າໃຊ້ໃຫ້ດີກໍ່ຈະມີປະໂຫຍດ ເພາະເງິນຈະເປັນທາດຜູ້ຊື່ສັດ ເຮົາສາມາດໃຊ້ມັນໃນການຊື້ຫາ ແລະ ແລກປ່ຽນສີ່ງທີ່ເຮົາຕ້ອງການ ຫລື ສ້າງຜົນຕອບແທນໃຫ້ງອກເງີຍອອກດອກອອກຜົນເພີ່ມພູນເພື່ອສ້າງຖານະຂອງເຮົາໃຫ້ດີຂື້ນ

ແຕ່ຖ້າບໍ່ຮູ້ຈັກໃຊ້ເງີນ ຫລື ໃຊ້ຈ່າຍຢ່າງເກີນໂຕ ຈົນກາຍເປັນຫນີ້ສິນຂື້ນມາ ບັດນີ້ເງິນຈະບໍ່ໄດ້ເປັນທາດເຮົາອີກຕໍ່ໄປ ແຕ່ມັນຈະປ່ຽນເປັນນາຍເຮົາ ແລະ ເຮົາຈະກັບກາຍເປັນທາດຂອງມັນແທນ ຕອນນີ້ແລະທີ່ເງິນຈະໃຊ້ເຈົ້າເຮັດວຽກຢ່າງລຳບາກຍາກເຂັນ ເພື່ອໃຊ້ຫນີ້ໃຊ້ສິນ ຈ່າຍຄືນດອກເບ້ຍ ຖ້າຜິດກຳນົດຊຳລະດອກເບ້ຍຈາກຫນີ້ສິນອາດຈະງອກເງີຍທົບຕົ້ນເປັນພາລະໃຫ້ເຈົ້າຕ້ອງແບກເພີ່ມຂຶ້ນອີກ

ດັ່ງນັ້ນການໃຊ້ເງິນຈືງເປັນເລື່ອງທີ່ບໍ່ຄວນເບີ່ງຂ້າມເພາະມັນສາມາດສົ່ງຜົນຕໍ່ຊີວິດຂອງເຈົ້າໃຫ້ດີຂື້ນ ຫລື ຫລຸດລົງກໍ່ໄດ້ ຂື້ນຢູ່ກັບວິທີທີ່ເຈົ້າໃຊ້ມັນ

 

ທີ່ມາຈາກ: ເຟສບຸກ ນັກທຸລະກິດມືໃຫມ່ entrepreneur

ບົດຄວາມຫຼ້າສຸດ

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ເລັ່ງແກ້ໄຂຫຼາຍບັນຫາ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ທ່ານ ນາຍົກລັດຖະມົນຕີ ລົງຕິດຕາມພື້ນທີ່ນໍ້າຖ້ວມ ແລະ ມອບການຊ່ວຍເຫຼືອປະຊາຊົນ ຢູ່ເມືອງຄົງເຊໂດນ.

ໃນຕອນບ່າຍ ວັນທີ 22 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາເບິ່ງສະພາບພື້ນທີ່ນໍ້າຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ...