Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ປະທານສູນກາງແນວລາວສ້າງຊາດ

ມອບ-ຮັບໜ້າທີ່ປະທານສູນກາງແນວລາວສ້າງຊາດ

Published on

ພິທີມອບ-ຮັບ ປະທານສູນກາງແນວລາວສ້າງຊາດ ລະຫວ່າງ ທ່ານ ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ອອກພັກຜ່ອນບໍານານ ແລະ ທ່ານ ໄຊສົມພອນ ພົມວິຫານ ຮັບໜ້າທີ່ ເປັນປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ ນີ້ ທີ່ນະ ຄອນຫລວງວຽງຈັນ, ໂດຍມີຮອງປະທານ, ຫົວໜ້າ, ຮອງຫົວໜ້າ 3 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງແລະ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບໜ້າທີ່ໃໝ່ໃນຄັ້ງນີ້ ເປັນໄປຕາມການປັບປຸງກົງຈັກການຈັດຕັ້ງ ຕາມມະຕິກອງປະ ຊຸມໃຫຍ່ຄັ້ງທີ່ X ຂອງສູນກາງແນວລາວສ້າງຊາດ ໃນການແຕ່ງຕັ້ງປະທານຄົນໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳ ພາການເມືອງແນວຄິດ, ພາລະບົດບາດ, ສິດ ແລະ ໜ້າທີ່ໃນການເຄື່ອນໄຫວວຽກງານເຕົ້າໂຮມຄວາມສາມັກຄີ ບັນດາຊັ້ນຄົນ, ເຜົ່າຕ່າງໆ ໃຫ້ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...