spot_img
Homeຂ່າວພາຍ​ໃນສືບຕໍ່​ກວດ​ມາດຕະຖານ​ຊີງ​ຊັ່ງ​ຕາມ​ທ້ອງ​ຕະຫລາດ​ໃນ​ຕົວ​ເມືອງ

ສືບຕໍ່​ກວດ​ມາດຕະຖານ​ຊີງ​ຊັ່ງ​ຕາມ​ທ້ອງ​ຕະຫລາດ​ໃນ​ຕົວ​ເມືອງ

Published on

​ ເຈົ້າໜ້າ​ທີ່​ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ນະ ຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ປັດຈຸບັນ ນັກວິຊາການ​ຂອງ​ຕົນ ພວມ​ເລັ່ງ​ເຄື່ອນ​ໄຫວ​ກວດ​ສອບ​ມາດຕະ ຖານ​ຊີງ​ຊັ່ງ​ຢູ່​ຕາມ​ທ້ອງ​ຕະຫລາດ​ໃນ​ຕົວ​ເມືອງນະຄອນ ຫລວງ​ວຽງ​ຈັນ ​ເພື່ອ​ຮັບປະ ກັນ​ໃຫ້​ຜູ້​ບໍລິ​ໂພ​ກບໍ່​ມີ​ຄວາມ​ເສຍ ປຽບ​​ໃນ​ການ​ຊື້​ສິນຄ້າ​ ​ແລະ ທັງ​ເປັນ​ການ​ສະກັດ​ກັ້ນການ​ສວຍ​ໂອກາດ​ສໍ້​ໂກງ, ​ເອົາ​ປຽບ​ລູກ​ຄ້າ​ ​ເຊິ່ງນັບ​ແຕ່​ເລີ່​ມຈັດຕັ້ງປະຕິບັດ​ການ​ລົງ​ກວດກາ​ດັ່ງກ່າວ​ໃນຕະ ຫລາດ​ໃຫຍ່​ 5 ​ແຫ່ງ ​ເມື່ອ​ທ້າຍ​ເດືອນ​ພຶດສະພາ​ມານີ້ ສາ ມາດ​ກວດ​ພົບ​ຊີງ​ບໍ່​ໄດ້​ມາດຕະຖານ 10 ກວ່າ​ໜ່ວຍ ​ແລະ ​ໄດ້​ຢຶດມາ​ເພື່ອ​ທຳລາຍ​ຖິ້ມ ພ້ອມ​ທັງ​ສຶກສາ​ອົບຮົມ​ຜູ້​ກະທຳ​ຜິດ​ດັ່ງ ກ່າວ ​ໂດຍ​ສ່ວນ​ໃຫຍ່​ແມ່ນຊາວຄ້າຂາຍ​ປາ ແລະ ຊີ້ນ. ​ແນວ​ໃດ​ກໍ​ຕາມ, ພາກ ສ່ວນ​ກ່ຽວຂ້ອງ​ຍັງ​ຈະ​ສືບຕໍ່​ລົງ​ກວດກາ​ຊີງ​ຊັ່ງ​ຢູ່​ທຸກ​ຕະຫລາດ​ໃນ​ ນະຄອນຫລວງ​ວຽງ​ຈັນ​ຕາມ​ແຜນ​ກວດກາ​ປະຈຳ​ປີ ​ແລະ ຂະ ນະ​ດຽວ​ກັນ ກໍ​ເຕືອນ​ໃຫ້​ຜູ້​ບໍລິ​ ໂພ​ກສາມາດ​ນຳ​ໃຊ້​ຊີງ​ກາງ​ທີ່​ພາກສ່ວນ​ຮັບຜິດຊອບ​ຈັດ​ສັນ​ໄວ້​ຢູ່​ຫ້ອງການ​ ຈັດ​ສັນ​ຂອງ​ຕະ ຫລາດ​ຕ່າງໆ ​ເພື່ອ​ຄວາມໝັ້ນ​ໃຈ​ວ່າ​ສິນຄ້າ​ທີ່​ຊື້ມີ​ນ້ຳໜັກ​ເຕັມ​ເມັດ​ເຕັມ​ໜ່ວຍ ຫລື ບໍ່ ?.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...