spot_img
Homeວັນນະກຳເລື່ອງສັ້ນແອບຮັກ! ເທົ່ານີ້ກໍ່ດີໃຈແລ້ວ

ແອບຮັກ! ເທົ່ານີ້ກໍ່ດີໃຈແລ້ວ

Published on

ຂ້ອຍຊື່ຕ້ອມ ຕອນນີ້ກຳລັງແອບຮັກສາວຄົນໜຶ່ງ ແຕ່….
ເລື່ອງມີຢູ່ວ່າ ທຸກໆວັນຫຼັງເລີກວຽກຖ້າວ່າງ ຂ້ອຍຈະມັກໄປແລ່ນ ຫຼື ຍ່າງອອກກຳລັງກາຍທີ່ສວນເຈົ້າອານຸວົງ ແຕ່ກ່ອນຂ້ອຍກໍ່ບໍ່ມັກໄປແລ່ນອອກກຳລັງກາຍແຖວສວນເຈົ້າອານຸວົງປານໃດ ອາດຈະເຖິງຂັ້ນຄ້ານໄປອີກຕ່າງຫາກ ແຕ່ມີວັນໜຶ່ງຫມູ່ຊວນໄປກໍ່ເລີຍໄປແລ່ນ-ຍ່າງເປັນໝູ່ພໍດີວັນນັ້ນຮູ້ສຶກເຊັງໆແນ່ ກໍ່ເລີຍຢາກໄປສູດອາກາດທາງນອກໄປເປີດຫູເປີດຕາ  ຫຼັງຈາກອອກກຳລັງກາຍເມື່ອຍແລ້ວຂ້ອຍກັບໝູ່ກໍ່ພາກັນຍ່າງເລາະເບິ່ງສິນຄ້າປະເພດເສື້ອຜ້າທີ່ບັນດາພໍ່ຄ້າ ແມ່ຄ້າມາວາງຂາຍ ເພາະໃນຂະນະທີ່ຂ້ອຍກຳລັງຍ່າງເລາະເບິ່ງເຄື່ອງກັບໝູ່ຢູ່ນັ້ນ ຂ້ອຍກໍ່ເຫັນສາວຄົນໜຶ່ງທີ່ກຳລັງຢືນເລືອກເຄື່ອງກັບໝູ່ຂອງລາວ ທີ່ຮ້ານເສື້ອຜ້າແມ່ຍິງເຊິ່ງຮ້ານຢູ່ທາງຂ້າງກັບຮ້ານທີ່ພວກຂ້ອຍກຳລັງເລືອກໂສ້ງຢູ່ ມືຂ້ອຍຈັບໂສ້ງ ແຕ່ຕາຂ້ອຍແນມເບິ່ງແຕ່ສາວຄົນນັ້ນທີ່ກຳລັງເລືອກເສື້ອຜ້າຢູ່ ລາວນຸ່ງຊຸດວອມ ຂ້ອຍຄິດໃນໃຈສົງໃສລາວກັບໝູ່ກໍ່ຄົງຈະມາອອກກຳລັງກາຍ ສາຍຕາຂ້ອຍໄດ້ຈ້ອງໄປທີ່ລາວແບບບໍ່ກະພິບ ຕອນນັ້ນຂ້ອຍຄິດວ່າ “ໂອ້…ນີ້ແລະແມ່ຂອງລູກ ຄົນອີ່ຫຍັງຫວະ ໂຄດຖືກສະເປັກເລີຍ”  ແລະ ນັບຈາກວັນນັ້ນເປັນຕົ້ນມາຂ້ອຍຮູ້ສຶກວ່າ…ຂ້ອຍຢາກມາຍ່າງອອກກຳລັງກາຍທີ່ສວນເຈົ້າອານຸວົງທຸກມື້ເລີຍ ແລະ ທຸກໆມື້ຫຼັງເລີກວຽກຂ້ອຍກໍ່ຈະມາຍ່າງ-ແລ່ນທີ່ສວນເຈົ້າອານຸວົງ ເຖິງໝູ່ບໍ່ມານຳກໍ່ມາຄົນດຽວ ຈຸດປະສົງທີ່ມາເພື່ອຫວັງຈະໄດ້ພົບກັບສາວຄົນນັ້ນອີກຄັ້ງ ເຊິ່ງບາງມື້ກໍ່ໄດ້ພົບ ບາງມື້ກໍ່ບໍ່ໄດ້ພົບ ເວລາພົບໜ້າລາວຂ້ອຍກໍ່ມີແຕ່ທັກທາຍດ້ວຍການຍິ້ມໃສ່ຢ່າງດຽວ ກໍ່ຢາກລົມນຳຢູ່ແຕ່ບໍ່ກ້າ ຢ້ານລາວບໍ່ຢາກເວົ້ານຳເຮົາຂະໜາດຍິ້ມໃສ່ລາວບາງເທື່ອລາວຍັງຫັນໜ້າໜີຊ້ຳ ແລະ ທຸກຄັ້ງທີ່ລາວຫັນໜ້າໜີຂ້ອຍກໍ່ຈະຄິດປອບໃຈຕົວເອງວ່າ ລາວອາດຫັນໜ້າໄປພໍດີໃນຈັງຫວະທີ່ເຮົາຍິ້ມໃສ່ ຂ້ອຍກໍ່ໜ້າແຕກຫຼາຍຄັ້ງ ແຕ່ກໍ່ຢ່າມັນເຖາະ ຜ່ານມານີ້ສາມເດືອນແລ້ວ ຄວາມສຳພັນຍັງບໍ່ໄປບໍ່ມາຫຍັງເລີຍ ວັນທຳອິດກໍ່ມີແຕ່ຍິ້ມໃສ່ ມື້ນີ້ກໍ່ມີແຕ່ຍິ້ມໃສ່ຄືເກົ່າ ຄິດມາແລ້ວຂ້ອຍກໍ່ຢາກຕະລົກຕົວເອງ ແລະ ບໍ່ເຂົ້າໃຈຕົວເອງເລີຍວ່າເປັນຫຍັງເຮົາຈິິງບໍ່ເວົ້າບໍ່ລົມກັບລາວໃຫ້ຮູ້ເລື່ອງນໍ້ ອັນນີ້ຊື່ກໍ່ຍັງຮູ້ຊ້ຳ ແລະ ຂ້ອຍກໍ່ສົງໃສວ່າສາວຄົນນັ້ນຈະຄິດຄືກັນບໍ່ນໍ້ ແຕ່ທີ່ຮູ້ໆໃນໃຈກໍ່ຄືຮູ້ສຶກມີຄວາມສຸກທຸກຄັ້ງທີ່ພົບໜ້າລາວ ແລະ ກໍ່ຮູ້ສຶກຄິດຮອດຫາກວັນໃດບໍ່ໄດ້ພົບລາວ ອາການຂອງຄົນມີຄວາມຮັກມັນເປັນແບບນີ້ເອງ ຫຸຫຸຫຸ!
ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...