spot_img
Homeປ່ອງຢ້ຽມດວງດາວ3 ນັກບິນອະວາກາດ ISS ກັບສູ່ໂລກຢ່າງປອດໄພ

3 ນັກບິນອະວາກາດ ISS ກັບສູ່ໂລກຢ່າງປອດໄພ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສໂຄ ປະເທດ ຣັສເຊຍ ເມື່ອວັນທີ 18 ມິຖຸນາ 2016ວ່າ ທີມນັກບິນອະວາກາດນານາຊາດ (ISS) 3 ຄົນ ປະກອບດ້ວຍ ທ່ານ ທິມ ພີດ ເຊິ່ງເປັນມະນຸດອະວາກາດຕົວແທນລັດຖະບານອັງກິດຄົນທຳອິດ ທ່າຮນ ູຣິ ມາເລນເຊນໂກ ຜູ້ບັງຄັບການຍານຊາວຣັສເຊຍ ແລະ ທ່ານ ທິມ ໂຄປຣາ ຊາວອາເມລິກັນ ເດີນທາງກັບສູ່ພື້ນໂລກດ້ວຍຄວາມປອດໄພ ເມື່ອວັນເສົາ (ວານນີ້) ຫຼັງປະຕິບັດພາລະກິດເທິງໄປເອສເອສ ເປັນໄລຍະເວລາ 6 ເດືອນ

770_364_503486

ຍານແຄບຊູລໂຊຢູຊ໌ TMA -19M ຂອງຣັສເຊຍ ນຳມະນຸດອາວະກາດອຳລາໄອເອສເອສ ແລະ ໃຊ້ເວລາເດີນທາງປະມານ 7 ຊົ່ວໂມງ ກໍ່ເຂົ້າສູ່ຊັ້ນບັນຍາກາດຂອງໂລກ ກ່ອນຈະໃຊ້ຮົ່ມຊູຊີບ ຊ່ວຍປະຄອງແຄບຊູລຮ່ອນລົງສູ່ທົ່ງຫຍ້າ ເຂດຄາຊັດສະຖານ ເມື່ອເວລາ 15.15ໂມງ ຕາມເວລາທ້ອງຖິ່ນ (16.15ໂມງ ຕາມເວລາໃນປະເທດເຮົາ)

230

news_xaAeJILwdl230416_533
ທີ່ມາ:​ ຂ່າວເດລີນິວສ໌

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...