Homeຂ່າວການພັດທະນານັກສຶກສາ 500 ກວ່າຄົນ ແຫ່ເຂົ້າຮ່ວມ ເທສະການ ອາຫານສະໝອງ ຢ່າງໜາແໜ້ນ

ນັກສຶກສາ 500 ກວ່າຄົນ ແຫ່ເຂົ້າຮ່ວມ ເທສະການ ອາຫານສະໝອງ ຢ່າງໜາແໜ້ນ

Published on

ບັນດາ​ນັກຮຽນ-ນັກ​ສຶກສາ​ ທັງ​ພາກ​ລັດ-​ເອກະ​ຊົນປະມານ 500 ຄົນ​​ພາກັນແຫ່​ເຂົ້າ​ຮ່ວມ​ເທສະ​ການ ອາຫານສະໝອງ ຂຶ້ນເປັນຄັ້ງທີ 1 ​ໃນວັນທີ 17 ມີຖຸນາ 2016 ທີ່ ມະຫາວິທະຍາໄລ ແຫ່ງຊາດ ນະຄອນຫລວງວຽງຈັນ ​ເພື່ອ​​ເປີດ​ປັນຍາ ​ຫາ​ຄວາມ​ຮູ້​ໃນ​ຍຸກ​ ແຫ່ງ​ການ​ປ່ຽນ​ແປງ.

6266ພິທີເປີດງານ ເທດສະການ ອາຫານສະໜອງ ຄັ້ງທີ 1 ນີ້ໂດຍການຮ່ວມມື ລະຫວ່າງ​ມະຫາວິທະຍາ​ໄລ​ ແຫ່​ງຊາດ​ດົງ​ໂດກ ກັບ ສະມາຄົມ ນັກປະພັນລາວແລະ ພາກສ່ວນກ່ຽວຂ້ອງ ​ເຊິ່ງຈຸດປະສົງ ຂອງງານຄັ້ງນີ້ ເພຶ່ອຄຳນັບຮັບຕ້ອນ ວັນສ້າງຕັ້ງ ມະຫາວິທະຍາໄລ ແຫ່ງຊາດ ຄົບຮອບ 20 ປີ, ສົງເສີມ ແລະ ປູກຝັງນິໄສ ຮັກການອ່ານ ແລະ ຮັກການຂຽນ ໃຫ້ແກ່ ໄວໜຸ່ມ-ຊາວໜຸ່ມ ຂອງລາວ, ສືບ​ຕໍ່ສົງເສີມຜົນງານ ຂອງນັກປະພັນ, ນັກກະວີ, ນັກເວົ້າ, ຜູ້ທີເຮັດວຽກກ່ຽວຂ້ອງ ກັບ ພາສາລາວ-ວັນນະຄະດີ, ສື່ສິ່ງພິມຂອງລາວ, ອະນຸລັກຮັກສາ ພາສາລາວ ແລະ ນຳໃຊ້ພາສາລາວ ໃຫ້ຖືກຕ້ອງ.

ພ້ອມນີ້ ຍັງເປັນການຕອບສະໜອງ ການພັດທະນາ ເສດຖະກິດ-ສັງຄົມ ໂດຍສະເພາະ ການພັດທະນາ ຊັບພະຍາ ກອນມະນຸດ ຂອງຊາດໃຫ້ບັນລຸ ເປົ້າໜາຍ ສະຫະສະວັດ ແຫ່ງການພັດທະນາ ແບບຢືນຍົງ ໃນຍຸກແຫ່ງການ ເຊຶ່ອມໂຍງ.

ງານດັ່ງກ່າວ ຈະໄດ້ຈັດຂຶ້ນ ເປັນເວລາ 2 ວັນ 17-18 ມີຖຸນາ 2016 ແລະ ພາຍໃນ ງານຍັງໄດ້ມີ ການສະແດງ ສິນ ລະປະ ຈາກນັກສຶກສາ ແລະ  ມີການວາງ ສະແດງ ປຶ້ມຂຽນຂອງນັກປະພັນ ທີມີຊຶ່ສຽງຕື່ມ.

ທີ່ມາ: http://kpl.gov.la/detail.aspx?id=14063

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...