ອາກາດຍັງຈະຮ້ອນອົບເອົ້າ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມໄດ້ແຈ້ງສະພາບອາກາດ ໃນວັນທີ 30 ພຶດສະພາວ່າ: ບໍລິເວນຄວາມກົດດັນຕຂອງອາກາດຮອນຍັງມີກຳລັງອອນຫາປານກາງຍັງສືບຕປົກຄຸມຢູ່ທົ່ວທຸກ ພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສຽງໃຕພັດປົກຄຸມ. ເຊງລັກ ສະນະເຊນນຈະເຮັດໃຫອາກາດຍັງ ຮ້ອນໃນຕອນກາງເວັນ ແລະ ຍັງຈະມີຝົນຕົກຟາຄະນອງ ໃນລະດັບຄອຍຢູບາງທອງຖນໃນ ແຕລະພາກພອມມີລົມພັດແຮງ ເປັນບາງໂອກາດ. ສຳລັບອາກາດ 3 ວັນລ່ວງໜ້ານັບແຕ່ 31 ພຶດສະພາຫາ 2 ມິຖຸນາ 2014 ເຖິງຈະມີຝົນຕົກຢູ່ຫລາຍເຂດ ຂອງແຕ່ລະພາກແຕ່ວ່າອາກາດຍັງຈະຮ້ອນຢູ່, ອຸນຫະພູມສູງສຸດ 37 ອົງສາ.

ສຳລັບນະຄອນຫລວງວຽງຈັນ ອຸນຫະພູມຕໍ່າສຸດ 25-26 ອົງສາ, ສູງສຸດ 35-37 ອົງສາ, ໃນວັນທີ 31 ພຶດສະພາ ຈະມີຝົນ ຕົກຟ້າຄະນອງໃນລະດັບຄ່ອຍ, ວັນທີ 1-2 ມິຖຸນາ ຈະມີຝົນຝອຍ ກະຈາຍເປັນບາງສ່ວນ.

 

ແຂວງຊຽງຂວາງ ອຸນຫະ ພູມຕ່ຳສຸດ 20-21 ອົງສາ, ສູງສຸດ 28-29 ອົງສາ, ໃນວັນທີ 31 ພຶດສະພາ ຈະມີຝົນຕົກກະ ຈາຍ ໃນລະດັບຄ່ອຍ, ໃນວັນທີ 1-2 ມິຖຸນາ ຈະມີຝົນຕົກໃນລະດັບຄ່ອຍເປັນບາງສ່ວນ.

ແຂວງຫລວງນ້ຳທາ ອຸນຫະພູມຕ່ຳສຸດ 20-22 ອົງສາ, ສູງ ສຸດ 35-36 ອົງສາ, ໃນວັນທີ 31 ພຶດສະພາຈະມີເມກປົກ ຄຸມບາງ ພື້ນທີ່, ວັນທີ 1 ມິຖຸນາ ຈະມີຝົນຝອຍບາງບໍລິເວນ ແລະ ວັນທີ 2 ມິຖຸນາ ຈະມີເມກປົກຄຸມ ບາງສ່ວນ.

ແຂວງຫລວງພະບາງ ອຸນ ຫະພູມຕ່ຳສຸດ 24-26 ອົງສາ, ສູງ ສຸດ 36 ອົງສາ ໃນວັນທີ 31 ພຶດ ສະພາຈະມີເມກປົກ ຄຸມບາງພື້ນທີ່, ໃນວັນທີ 1 ມິຖຸນາ ຈະມີຝົນ ຝອຍເປັນບາງສ່ວນ, ໃນວັນທີ 2 ມິຖຸນາຈະມີເມກປົກຄຸມບາງບໍລິເວນ.

ແຂວງສະຫວັນນະເຂດ ອຸນຫະພູມຕ່ຳສຸດ 26-27 ອົງສາ, ສູງ ສຸດ 37 ອົງສາ ໃນວັນທີ 31 ພຶດສະພາຈະມີຝົນຕົກໃນລະ ດັບຄ່ອຍ, ໃນວັນທີ 1 ມິຖຸນາ ຈະມີເມກປົກຄຸມບາງພື້ນທີ່. ໃນວັນທີ 2 ມິຖຸນາ ຈະມີຝົນຝອຍຢູ່ບາງບໍ ລິເວນ.

ແຂວງຈຳປາສັກ ອຸນຫະພູມຕ່ຳສຸດ 27 ອົງສາ, ສູງສຸດ 35-37 ອົງສາ ໃນວັນທີ 31 ພຶດສະພາຈະມີເມກປົກຄຸມ ບາງພື້ນທີ່, ໃນວັນ 1-2 ມິຖຸນາ ຈະມີຕົກໃນລະດັບຄ່ອຍຢູ່ບາງບໍລິເວນ.

 

ຂອບໃຈຂໍ້ມູນ: http://laophatthananews.blogspot.com