spot_img
Homeຂ່າວພາຍ​ໃນເປີດນຳໃຊ້ເວັບໄຊຂອງລັດຖະບານຢ່າງເປັນທາງການ

ເປີດນຳໃຊ້ເວັບໄຊຂອງລັດຖະບານຢ່າງເປັນທາງການ

Published on

 

ຫ້ອງວ່າການລັດຖະບານ ໄດ່ຈັດພິທີເປີດນຳໃຊ້ເວັບໄຊ ຂອງລັດຖະບານຂຶ້ນຢ່າງ ເປັນທາງການໃນວັນທີ 30 ພຶດສະພາ ຜ່ານມານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ເວັບໄຊດັ່ງກ່າວ ໄດ້ຮັບອະນຸມັດສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 04/ນຍ, ລົງວັນທີ 12 ມັງກອນ 2012 ເພື່ອຮັບປະກັນໃຫ້ແກ່ການ ປະຕິບັດພາລະບົດບາດເປັນເສ ນາທິການໃຫ້ແກ່ລັດຖະບານ, ໃຫ້ທ່ານນາຍົກລັດ ຖະມົນຕີ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີໃນການອຳນວຍ, ຄວບຄຸມການເຄື່ອນໄຫວວຽກງານຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທັງເປັນເສນາທິການທີ່ດີ, ຜູ້ປະສານງານທີ່ດີ ແລະ ຜູ້ຮັບໃຊ້ບໍລິການທີ່ດີຂອງຫ້ອງວ່າການລັດ ຖະບານ. ທັງມີຄວາມສຳຄັນ, ຈຳເປັນຫລາຍ ແລະ ຈະເປັນໂອກາດ ແລະ ເປັນເຄື່ອງມືທີ່ດີໃຫ້ແກ່ຫ້ອງວ່າການລັດຖະບານ

ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ການພັດທະນາເສດຖະກິດ-ສັງຄົມ, ທັງເປັນເຄື່ອງມືໂຄສະນາ ດຶງດູດການລົງທຶນ, ການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆ ທີ່ມີປະໂຫຍດຕໍ່ປະເທດ ເວົ້າລວມເວົ້າສະ ເພາະແມ່ນເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຫ້ອງວ່າການລັດຖະບານຜູ້ທີໜ້າທີ່ບໍລິການຮັບໃຊ້ປະຊາຊົນ, ເຜີຍແຜ່, ແນະນຳນະໂຍບາຍ, ນິຕິກຳ ແລະ ການເຄື່ອນໄຫວຂອງລັດຖະບານ, ພ້ອມກັນນັ້ນກໍເພື່ອຮັບຟັງຄວາມຄິດເຫັນ, ຄຳສະເໜີແນະທີ່ສ້າງສັນຂອງບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງສັງຄົມຕໍ່ການບໍລິຫານງານຂອງລັດຖະບານໃຫ້ວ່ອງໄວ-ທັນການ.

ເວັບໄຊລັດຖະບານນີ້ ແມ່ນໜຶ່ງໃນໂຄງການຮ່ວມມືຂອງສອງຫ້ອງວ່າການລັດຖະບານລາວ-ຫວຽດນາມຊຶ່ງເນື້ອໃນທີ່ ສຳ ຄັນຂອງເວັບໄຊລັດຖະບານທີ່ຈະລົງເຜີຍແຜ່, ແນະນຳປະກອບມີ: ນະໂຍບາຍ ແລະ ນິຕິກຳສຳຄັນ, ມະຕິຕົກລົງ, ຄຳສັ່ງ, ຂໍ້ ຕົກລົງ, ສັນຍາ, ສົນທິສັນຍາ, ສະພາບພົ້ນເດັ່ນຂອງການພັດທນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວທີ່ສຳຄັນຂອງ ລັດຖະບານ, ພ້ອມກັນນັ້ນກໍຍັງມີປ່ອງສຳລັບຮັບຟັງຄຳຄິດເຫັນ ແລະ ຂໍ້ສະເໜີແນະຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງສັງຄົມເພື່ອໃຫ້ລັດຖະບານແກ້ໄຂ ແລະ ຊີ້ແຈງອອກທາງເວັບໄຊນີ້ ແລະ ບັນຫາອື່ນໆທີ່ຫ້ອງວ່າການລັດຖະບານເຫັນວ່າມີ ຄວາມຈຳເປັນ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...