spot_img
Homeວິທະຍາສາດ-ວິທະຍາການແພດຊາວຈີນກຳລັງວາງແຜນປູກຖ່າຍຫົວຂອງມະນຸດ

ແພດຊາວຈີນກຳລັງວາງແຜນປູກຖ່າຍຫົວຂອງມະນຸດ

Published on

ນາຍແພດ Ren Xiaoping ໃຫ້ສຳພາດກັບໜັງສືພິມນິວຢອກທາມວ່າ ຕອນນີ້ລາວກຳລັງຮວມທີມແພດຜູ້ຊ່ຽວຊານເພື່ອຜ່າຕັດປູກຖ່າຍຫົວຂອງມະນຸດ ເລີ່ມຈາກການແຍກຫົວທັງສອງອອກຈາກຮ່າງກາຍ ຈາກນັ້ນຕໍ່ເສັ້ນເລືອດຂອງຮ່າງກາຍຜູ້ບໍລິຈາກເຂົ້າກັບຫົວຂອງຜູ້ບໍລິຈາກ ຮວມໄປເຖິງການໃສ່ແຜ່ນໂລຫະທີ່ຄໍເພື່ອໃຫ້ຄໍຕັ້ງໄດ້ ແລະ ເຕີມສານເຄມີທີ່ປາຍປະສາດໄຂສັນຫຼັງເພື່ອກະຕຸ້ນການເຊື່ອມຕໍ່ຂອງຮ່າງກາຍ ແລະ ຫົວ

         ນາຍແພດ Ren ຫຼື ສື່ມວນຊົນຕັ້ງສາຍາໃຫ້ວ່າ “Dr. Frankenstein” ມີຊື່ສຽງໃນທາງທີ່ບໍ່ຄ່ອຍດີຈາກເມື່ອຕົ້ນປີທີ່ລາວອ້າງວ່າໄດ້ຜ່າຕັດປູກຖ່າຍຫົວລິງສຳເລັດ ເຖິງວ່າລິງຈະມີຊີວິດຢູ່ລອດພຽງແຕ່ 20 ຊົ່ວໂມງ ແຕ່ເຖິງຈະເປັນແນວນັ້ນກໍ່ຕາມທາງໜັງສືພິມຍິວຢອກທາມ ໄດ້ອ້າງວ່າມີອາສາສະໝັກຫຼາຍຄົນທີ່ສົນໃຈເຂົ້າຮ່ວມການຜ່າຕັດປູກຖ່າຍຫົວແບບນີ້ ຮວມໄປເຖິງ Wang Huanming ອາຍຸ 62 ປີທີ່ປ່ວຍເປັນອຳມະພາດຕັ້ງແຕ່ຄໍລົງໄປເມື່ອ 6 ປີກ່ອນ

         ແຜນການຜ່າຕັດນີ້ມີອຸປະສັກຫຼາຍ ແລະ ໄດ້ຮັບການວິພາກວິຈານຢ່າງໜັກ ຊ່ຽວຊານແພດຫຼາຍທ່ານຕັ້ງຄຳຖາມໃນທາງວິທະຍາສາດວ່າ ເຊລປະສາດໄຂສັນຫຼັງສາມາດຕໍ່ອີກຄັ້ງໄດ້ ຫຼື ບໍ່ ເພື່ອພິຈາລະນາຈາກຄວາມກ້າວ ໜ້າທາງຊີວະພາບການແພດໃນຍຸກປັດຈຸບັນ

ທີ່ມາ: http://www.vcharkarn.com/vnews/505129

     

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...