Homeສຸຂະພາບ ແລະ ສີ່ງແວດລ້ອມສູດຊາລ້າງຝຸ່ນໃນໜິ້ວໝາກໄຂ່ຫຼັງ ແລະ ລ້າງສານພິດໃນປັດສະວະ ສູດຊາລ້າງຝຸ່ນໃນໜິ້ວໝາກໄຂ່ຫຼັງ ແລະ ລ້າງສານພິດໃນປັດສະວະ ສຸຂະພາບ ແລະ ສີ່ງແວດລ້ອມ Published on 17/06/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 3984 ໃນຮ່າງກາຍຂອງຄົນເຮົາປະກອບດ້ວຍນ້ຳ 75% ນ້ຳໃນລະບົບຫຼອດເລືອດຖ້າມີຫຼາຍຄວາມດັນເລືອດຈະສຸງ ຄົນປ່ວຍທີ່ມີຄວາມດັນສູງບາງຄົນ ໝໍຈະໃຫ້ຢາຂັບປັດສະວະເພື່ອລະບາຍນ້ຳອອກຈາກລະບົບ ແຕ່ຈາກການສຶກສາພົບວ່າຫາກການລະບາຍນ້ຳອອກເພື່ອໃຫ້ຄວາມດັນເລືອດຫຼຸດລົງຜ່ານໝາກໄຂ່ຫຼັງເປັນປັດສະວະ ຖ້າຫາກມີຝຸ່ນທີ່ໜິ້ວໝາກໄຂ່ຫຼັງເປັນເມັດນ້ອຍໆ ຈະເຮັດໃຫ້ໝາກໄຂ່ຫຼັງບໍ່ສາມາດລະບາຍຂອງເສຍອອກໄດ້ຢ່າງເຕັມທີ່ ວັນນີ້ພວກເຮົາກໍ່ມີອີກໜຶ່ງສູດເຮັດເຄື່ອງດື່ມ ລ້າງໜິ້ວໝາກໄຂ່ຫຼັງມາຝາກກັນ 1. ໜວດໝາກສາລີແຫ້ງ 2. ມະລະແຫ້ງ 3. ຫຍ້າໜວດແມວແຫ້ງ 4. ໃບເຕີຍແຫ້ງ 5. ຫຍ້າຫວານ ນຳສ່ວນປະກອບທຸກຢ່າງໃນປະລິມານເທົ່າກັນ ໃສ່ຫຍ້າຫວານເລັກໜ້ອຍເພື່ອເພີ່ມຄວາມຫວານ ນຳທັງໝົດ ມາຊອຍແລບໆເໝືອນເສັ້ນຊາ ແລະ ຈາກນັ້ນກໍ່ນຳໄປຂົ້ວດ້ວຍໄຟອ່ອນໆ ຈົນມັນແຫ້ງ ຈາກນັ້ນກໍ່ໄປຕາກລົມໃຫ້ມັນເຢັນແລ້ວເກັບໄວ້ເພື່ອຊົງດື່ມເໝືອນນ້ຳຊາ ສູດນີ້ແມ່ນດື່ມຕິດຕໍ່ກັນ 7 ວັນໃນຊ່ວງທຳອິດ ຫຼັງຈາກນັ້ນຈິ່ງດື່ມ 1-2 ເທື່ອກໍ່ພໍ ສຳລັບຜູ້ປ່ວຍຄົນໃດທີ່ບໍ່ສາມາດຫາສະໝຸນໄພທີ່ກ່າວມາຂ້າງເທິງນີ້ໄດ້ກໍ່ສາມາດນຳຊາອາໂປມາດື່ມແທນໄດ້ ເພາະຊາອາໂປຈະມີປະສິດທິພາບດີກວ່າ ແລະ ດື່ມໄດ້ຕໍ່ເນື່ອງ ທີ່ມາ: http://www.rak-sukapap.com/ Tagsສຸຂະພາບສູດເຄື່ອງດື່ມລ້າງໜິ້ວໝາກໄຂ່ຫຼັງໜິ້ວໝາກໄຂ່ຫຼັງ ບົດຄວາມຫຼ້າສຸດ ຂ່າວພາຍໃນ ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ. ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,... 09/07/2026 ຂ່າວພາຍໃນ ບາດກ້າວໃໝ່! PTT (ລາວ) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ. ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ... 08/07/2026 ຂ່າວພາຍໃນ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ. ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3... 07/07/2026 ຂ່າວພາຍໃນ ສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ. ກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ... 06/07/2026