spot_img
Homeຂ່າວການພັດທະນາຮຽກ­ຮ້ອງ​ຜູ້​ໃຊ້​ທາງ​ແຕ່ 3 ແຍກ​ຈີ່­ນາຍ​ໂມ້-ຊາຍ​ຟອງ ​ເດີນ­ທາງ​ລະ­ມັດ­ລະ­ວັງ​ ດຽວ­ນີ້​ໂຄງ­ການ​ຂຸ້ນ­ຂ້ຽວ​ກໍ່­ສ້າງ

ຮຽກ­ຮ້ອງ​ຜູ້​ໃຊ້​ທາງ​ແຕ່ 3 ແຍກ​ຈີ່­ນາຍ​ໂມ້-ຊາຍ​ຟອງ ​ເດີນ­ທາງ​ລະ­ມັດ­ລະ­ວັງ​ ດຽວ­ນີ້​ໂຄງ­ການ​ຂຸ້ນ­ຂ້ຽວ​ກໍ່­ສ້າງ

Published on

ທາງ​ແຕ່ 3 ແຍກ​ວົງ­ວຽນ​ຈີ່­ນາຍ ໂມ້-ບ້ານ​ຊາຍ​ຟອງ​ຖື​ເປັນ­ຄວາມ​ຫວັງ​ຂອງ​ປະ­ຊາ­ຊົນ​ທີ່​ຄອງ​ຄອຍ​ໃຫ້​ມີ​ການ​ປັບ­ປຸງ​ເສັ້ນ­ທາງ​ໃຫ້​ດີ​ຂຶ້ນ​ເນື່ອງ​ຈາກ​ຜ່ານ​ມາ​ທາງ​ເສັ້ນ​ດັ່ງ­ກ່າວ​ເປັນ​ທາງ​ປູ­ຢາງ 2 ຊັ້ນ​ ແລະ ​ກໍ​ໝົດ​ອາ­ຍຸ​ການ​ໃຊ້​ງານ, ພໍ​ຮອດ​ລະ­ດູ­ຝົນ​ກໍ່​ເປັນ​ບວກ​ເປັນ​ຂຸມ, ລະ­ດູ­ແລ້ງ​ກໍ​ເປັນ​ຝຸ່ນ​ໃງ່ຈຶ່ງ​ເຮັດ​ໃຫ້­ການ​ໄປ-ມາ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ພົບ​ຄວາມ​ຫຍຸ້ງ­ຍາກ, ແຕ່​ມາ​ດຽວ­ນີ້​ເສັ້ນ­ທາງ​ດັ່ງ­ກ່າວ​ໄດ້​ຮັບ​ການ​ກໍ່­ສ້າງ​ຢ່າງ​ຂຸ່ນ​ຂ້ຽວແລະ​ຄາດ​ວ່າ​ສຳ ເລັດ​ໃນ​ກາງ​ປີ 2017.

ທ່ານ ຄູນ​ສົມ­ບັດ ເຟື້ອຍ​ມະ­ນີ​ວົງ ຫົວໜ້າ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ແຕ່ 3 ແຍກ ຈີ່­ນາຍ​ໂມ້ (ເມືອງ​ສີ​ສັດ­ຕະ​ນາກ) ບ້ານຊາຍ​ຟອງ (ເມືອງ​ຫາດ​ຊາຍ​ຟອງ) ນະ ຄອນ​ຫຼວງ​ວຽງ​ຈັນ​ກ່າວ​ວ່າ: ໂຄງ­ການ ກໍ່­ສ້າງ​ເສັ້ນ­ທາງ​ເບ​ຕົງ​ເສີມ​ເຫຼັກ​ແຕ່ 3 ແຍກ​ຈີ່­ນາຍ​ໂມ້-ບ້ານ​ຊາຍ​ຟອງ​ຊຶ່ງ​ແມ່ນ​ພະ​ແນກ​ໂຍ­ທາ​ທິ​ການ​ແລະ​ຂົນ­ສົ່ງ​ນະ ຄອນ​ຫຼວງ​ວຽງ​ຈັນ ເປັນ​ເຈົ້າ​ຂອງ​ໂຄງ ການ​ລວມ​ມີ​ຄວາມ​ຍາວ​ທັງ​ໝົດ 14 ກິ ໂລ​ແມັດ, ປູ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ ແລະ ໜ້າ​ທາງ​ໜາ​ປະ­ມານ 23 ຊັງ​ຕີ​ແມັດ, ເພື່ອ​ຮອງ​ຮັບ​ກັບ​ການ​ຂະ­ຫຍາຍ­ຕົວ​ຂອງ ເຂດ​ດັ່ງ­ກ່າວ ແລະ​ຮອງ​ຮັບ​ນ້ຳ­ໜັກ​ຂອງ ບັນ­ດາ​ລົດ​ບັນ­ທຸກ​ປະ­ເພດ​ຕ່າງໆ​ທີ່​ມີ​ການ​ສັນ­ຈອນ​ຫຼາຍ​ໃນ​ແຕ່​ລະ​ມື້, ໜ້າ​ທາງ​ມີ ຄວາມ​ກວ້າງ 15 ແມັດ, ທາງ​ຄົນ​ຍ່າງ ເບື້ອງ​ລະ 1,5 ແມັດ ໂດຍ​ແມ່ນ​ບໍ­ລິ­ສັດ ຫາຍ​ຫານ​ການ​ທຸ­ລະ​ກິດ ຈຳ­ກັດ ເປັນ​ຜູ້ ຮັບ​ເໝົາ​ກໍ່­ສ້າງ, ໃນ​ມູນ​ຄ່າ​ທັງ​ໝົດ 50,4 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 403 ຕື້​ກີບ, ລວມ​ທັງ​ການ​ມ້າງ ແລະ​ສ້ອມ ແປງ​ສິ່ງ​ປຸກ​ສ້າງ​ຄືນ​ໃຫ້​ປະ­ຊາ­ຊົນ​ທີ່​ຮັບ ຜົນ​ກະ­ທົບ, ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ ດັ່ງ­ກ່າວ​ນີ້ ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ໃນ​ເດືອນ ເມ­ສາ 2016 ເປັນ­ຕົ້ນ​ມາ.

ປະ­ຈຸ​ບັນ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ແລ້ວ 9,3%, ໃນ​ນັ້ນ ສຳ­ເລັດ​ວຽກ​ງານ​ການ ຍົກ​ເສົາ​ໄຟ­ຟ້າ,  ຍົກ­ຍ້າຍ​ທໍ່​ນ້ຳ​ປະ­ປາ,  ມ້າງ  ແລະ​ປົວ­ແປງ​ຄືນ​ສິ່ງ​ປຸກ​ສ້າງ​ຂອງ​ປະ­ຊາ ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ, ວາງ​ທໍ່​ລະ­ບາຍ ນ້ຳ​ຂ້າງ​ທາງ​ຈຳ­ນວນ​ໜຶ່ງ, ສຳ­ລັບ​ການ ກໍ່­ສ້າງ​ແມ່ນ​ຈະ​ເລັ່ງ​ສ້າງ ແລະ​ເທ​ເບ​ຕົງ ແຕ່​ເຂດ 3 ແຍກ​ຈີ່­ນາຍ​ໂມ້​ຫາ 3 ແຍກ ບ້ານ​ສົມ​ໂຮງ​ກ່ອນ ຊຶ່ງ​ມີ​ຄວາມ​ຍາວ ທັງ​ໝົດ 4 ກິ­ໂລ­ແມັດ​ເພື່ອ​ແນ­ໃສ່​ອຳ­ນວຍ ຄວາມ​ສະ­ດວກ​ໃຫ້​ກັບ​ປະ­ຊາ­ຊົນ, ສ່ວນ ທີ່​ເຫຼືອ​ແມ່ນ​ຈະ​ເລັ່ງ​ເທ​ເບ​ຕົງ​ໜ້າ​ທາງ ໄປ​ພ້ອມ​ກັນ​ກັບ​ວຽກ​ງານ​ອື່ນໆ, ຄາດ​ຈະ ໃຫ້​ສຳ­ເລັດ​ໃນ​ເດືອນ​ກໍ­ລະ­ກົດ 2017 (24 ເດືອນ).

ເຖິງ​ຢ່າງ­ໃດ​ກໍ​ຕາມ​ທ່ານ​ຫົວ­ໜ້າ​ໂຄງ ການ​ຍັງ​ໃຫ້​ຮູ້​ອີ​ກວ່າ: ໄລ­ຍະ​ນີ້​ແມ່ນ​ໜ້າ ຝົນ, ສະ­ນັ້ນ ຈຶ່ງ​ເຮັດ​ໃຫ້​ທາງ​ເປັນ​ບວກ ເປັນ​ຂຸມ, ພ້ອມ​ທັງ​ມີ​ນ້ຳ​ຖ້ວມ​ຂັງ​ສົ່ງ​ຜົນ ໃຫ້­ການ​ໄປ​ມາ​ຂອງ​ປະ­ຊາ­ຊົນ​ມີ​ຄວາມ ລຳ­ບາກ​ບວກ​ກັບ​ທາງ​ກຳ­ລັງ​ມີ​ການ​ກໍ່ ສ້າງ ຈຶ່ງ​ເຮັດ​ໃຫ້­ການ​ສັນ­ຈອນ​ໄປ-ມາ​ມີ​ຄວາມ​ລຳ­ບາກ, ດັ່ງ­ນັ້ນ ຈິ່ງ​ຢາກ​ຝາກ ໃຫ້​ຜູ້​ຊົມ­ໃຊ້​ທາງ​ທັງ­ຫຼາຍ​ຈົ່ງ​ມີ​ຄວາມ​ລະ   ມັດ​ລະ­ວັງ​ຕື່ມ​ອີກ ແລະ​ທາງ​ໂຄງ­ການ ເອງ​ກໍ​ຈະ​ເລັ່ງ​ແກ້​ໄຂ ໂດຍ​ການ​ດຸດ​ປັບ­ປຸງ ໜ້າ​ທາງ​ເພື່ອ​ຊ່ວຍ​ໃຫ້­ການ​ສັນ­ຈອນ​ໄປ ມາ​ສະ­ດວກ​ຂຶ້ນ, ແນວ­ໃດ​ກໍ​ດີ​ສຳ­ລັບ​ເສັ້ນ ທາງ​ທີ່​ປູ​ດ້ວຍ​ເບ​ຕົງ​ເສັ້ນ​ນີ້​ຈະ​ເປັນ​ໃບ​ໜ້າ ອັນ​ໃໝ່​ໃຫ້​ເມືອງ​ຫາດ​ຊາຍ​ຟອງ ແລະ ເມືອງ​ສີ​ສັດ­ຕະ​ນາກ ໄດ້​ເປັນ​ຢ່າງ​ດີ ໂດຍ​ສະ­ເພາະ​ຈະ​ຊ່ວຍ​ຍົກ​ລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ, ຍົກ​ລະ­ດັບ​ການ​ຄ້າແລະ​ການ​ລົງ­ທຶນ​ໃຫ້​ມີ​ການ​ເຕີບ​ໃຫຍ່ ຂະ­ຫຍາຍ­ຕົວ​ດີ​ຂຶ້ນ​ກວ່າ​ເກົ່າ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)