HomeເກມMarvelous ເປີດໂຕໂລໂກ້ເກມປູກຜັກພາກພາສາອັງກິດໃຊ້ຊື່ວ່າ Story of Seasons : Trio of Town

Marvelous ເປີດໂຕໂລໂກ້ເກມປູກຜັກພາກພາສາອັງກິດໃຊ້ຊື່ວ່າ Story of Seasons : Trio of Town

Published on

image

Marvelous ເປັນບໍລິສັດພັດທະນາເກມຈາກປະເທດຍີ່ປຸ່ນທີ່ມີຊື່ສຽງໂດ່ງດັງຈາກເກມປູກຜັກຈີບສາວໃນຕຳນານຄື Bokujou Monogatari ຫຼືທີ່ເຮົາຮູ້ຈັກກັນໃນຊື່ Harvest Moon (ໃນອະດີດ) ພາຍຫຼັງທີ່ຖືກ Natsume ຍຶດເອົາຊື່ Havest Moon ໄປໃຊ້ກໍປ່ຽນຊື່ໃໝ່ມາເປັນ Story of Seasons.

image

image

ໂດຍຫຼ້າສຸດນີ້ໃນງານ E3 ທາງ Marvelous ກໍໄດ້ປະກາດເປີດໂຕໂລໂກ້ພາສາອັງກິດຂອງເກມປູກຜັກຈີບສາວ Bokujou Monogatari ພາກ Mitsu no Sato no Taisetsu na Tomodachi ເຊິ່ງເປັນພາກຫຼ້າສຸດທີ່ກຽມຈະປ່ອຍໃຫ້ເຄື່ອງ Nintendo 3DS ໃນວັນທີ 23 ມິຖຸນານີ້, ໂດຍເວີຊັ່ນພາສາອັງກິດແມ່ນໃຊ້ຊື່ວ່າ Story of Seasons : Trio of Town, ແຕ່ກໍມີພຽງໂລໂກ້ເທົ່ານັ້ນ ບໍ່ມີຕົວຢ່າງຫຼືພາບໂຕເກມອອກມາໃຫ້ເບິ່ງເລີຍ ມີພຽງຂອງເວີຊັ່ນພາສາຍີ່ປຸ່ນຢ່າງດຽວ. ສຳລັບຕົວຢ່າງເກມແມ່ນດ້ານລຸ່ມນີ້:

image

image

image

ທີ່ມາ:m.online-station

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...