ເບຣຊິລ ! ປົດຕຳແໜ່ງຄາລອສ ດຸງກ້າແລ້ວຫຼັງຈາກຕົກຮອບໂຄປາ ອາເມຣິກາ

ບໍ່ລອດ ສະ​ຫະ​ພັນບານເຕະເບຣ​ຊິລ ປະ​ກາດ​ຢ່າງ​ເປັນ​ທາງ​ການ​ສັ່ງ​ປົດ ຄາລອສ ດຸງ​ກ້າ ອອກ​ຈາກ​ຕຳແໜ່ງ​ຜູ້​ຈັດການ​ທີມ​ຊາດ​ແລ້ວ ຫລັງ​ໂຄຊ​ ອາຍຸ 52 ປີ​ນຳ​ທີມ​ໄປໄດ້ບໍ່ຮອດໃສຕົກຮ​ອບ​ທຳອິດ​ໃນການແຂ່ງຂັນໂຄ​ປາ ອາເມ​ຣິ​ກາ 2016

11516

“ສະ​ຫະ​ພັນບານເຕະ​ເບຣຊິລ ຂໍ​ແຈ້ງ​ວ່າ ເຮົາ​ຕັດ​ສິນ​ໃຈ​ແຍກ​ທາງ​ກັບ​ທີ​ມສະ​ຕາ​ຟ໌ໂຄ​ຊ ​ທີມ​ຊາດ​ທັງ ກິລມາ ຣີນັລດີ ຜູ້​ປະ​ສານ​ງານ, ຄາ​ລອສ ດຸງ​ກ້າ ໂຄ້ຊ ແລະ ​ທີມ​ງານ​ຂອງ​ພວກເຂົາ​ທັງ​ໝົດ​ຈະ​ອອກຈາກ​ຕຳແໜ່ງ”

 

“ການ​ຕັດ​ສິນ​ໃຈ​ນີ້​ເກີດ​ຈາກ​ການ​ຕົກລົງ​ຂອງ​ທັງ​ສອງ​ຝ່າຍ​ ເຮົາ​ຈະ​ດຳ​ເນີນ​ການ​ຫາ​ທີມ​ງາ​ນສະຕາຟ໌ຊຸດ​ໃໝ່​ຂອງເບຣ​ຊິລ ຕໍ່ໄປ ເຮົາ​ຂໍ​ຂອບໃຈ​ຄວາມ​ທຸ້ມເທ, ຄວາມ​ເປັນ​ມື​ອາ​ຊີບ​ແລະ​ຄວາມ​ມຸ້ງ​ມັ່ນ​ຂອງ​ພວກ​ພວກເຂົາ​ລະຫວ່າງ​ເຮັດວຽກ​ກັບ​ທີມ”