spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຍຸງລາຍຮ້າຍກວ່າເສືອ! ມີຜູ້ເສຍຊີວິດແລ້ວ 7 ຄົນ ແລະ ຕິດເຊື້ອ 900 ຄົນຍ້ອນພະຍາດຍຸງລາຍ

ຍຸງລາຍຮ້າຍກວ່າເສືອ! ມີຜູ້ເສຍຊີວິດແລ້ວ 7 ຄົນ ແລະ ຕິດເຊື້ອ 900 ຄົນຍ້ອນພະຍາດຍຸງລາຍ

Published on

ກະຊວງສາທາລະນະສຸກ ສປປ ລາວລາຍງານຫລ້າສຸດໃນວັນທີ 14 ມິຖຸນາ 2016 ນີ້ວ່າ: ມີຜູ້ເສຍຊີວິດແລ້ວ 7 ຄົນ ຈາກເຊື້ອພະຍາດໄຂ້ຍຸງລາຍ ແລະ ຕິດເຊື້ອປະມານ 900 ກວ່າຄົນທົ່ວປະເທດ ຂະນະທີ່ ການລະບາດຂອງພະຍາດໄຂ້ຍຸງລາຍມີທ່າອ່ຽງຈະສືບຕໍ່ເພີ່ມຂຶ້ນ.

ທ່ານ ດຣ ແພງຕາ ວົງພະຈັນ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກໄດ້ເປີດເຜີຍຕໍ່ສໍານັກຂ່າວສານປະເທດໃນມື້ດຽວກັນນີ້ວ່າ: ລະດູນີ້ເປັນລະດູຝົນພ້ອມມີແດດອອກເປັນໄລຍະໆ ເຊິ່ງໄດ້ເງື່ອນໄຂສ້າງສິ່ງອໍານວຍໃຫ້ແກ່ຂະຫຍາຍພັນຂອງຍຸງລາຍໄວກວ່າເວລາປົກກະຕິ ຂະນະທີ່ ຕົວເລກສະສົມຂອງການລະບາດພະຍາດໄຂ້ຍຸງລາຍໃນປັດຈຸບັນນີ້ພົບວ່າທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍແລ້ວປະມານ 900 ຄົນ ແລະ ເສຍຊີວິດ 7 ຄົນ ໃນນັ້ນອັນດັບທີ 1 ແມ່ນແຂວງຈໍາປາສັກ, ທີ 2 ແມ່ນນະຄອນຫລວງວຽງຈັນ ແລະ ທີ 3 ແມ່ນ ແຂວງບໍລິຄໍາໄຊ ສ່ວນຜູ້ເສຍຊີວິດຫລາຍກວ່າໝູ່ແມ່ນແຂວງຈໍາປາສັກມີ 6 ຄົນ ແລະ 1 ຄົນແມ່ນຢູ່ແຂວງສາລະວັນ.

ທ່ານ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາຍັງຊີ້ແຈງວ່າ: ທຸກໆປີ, ກະຊວງສາທາລະນະສຸກຂອງຕົນເອງກໍໄດ້ມີມາດຕະການ ແລະ ກະກຽມຕ້ານ-ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍຢ່າງເປັນລະບົບກັບອໍານາດການປົກຄອງແຂວງ, ທ້ອງຖິ່ນ ແລະ ໜ່ວຍງານກ່ຽວຂ້ອງໂດຍສະເພາະແມ່ນແນະນໍາໃຫ້ປະຊາຊົນທໍາລາຍແຫລ່ງເພາະພັນຂອງຍຸງລາຍເປັນຕົ້ນແມ່ນຖາງຫຍ້າອອ້ມເຮືອນ, ຂວ້າມ ແລະ ຫ້າມກັກເກັບນໍ້າໄວ້ຢູ່ພາຊະນະທີ່ມີຄວາມສ່ຽງ, ປ່ອຍປາຫາງນົກຍຸງທໍາລາຍໄຂ່ຍຸງໃນນໍ້າ, ຕ້ອງນອນໃນມຸ້ງ, ພົ່ນຢາທໍາລາຍແຫລ່ງເພາະພັນຍຸງ ແລະ ອື່ນໆ.

ແນວໃດກໍດີ ປັດຈຸບັນນີ້ ທາງກະຊວງສາທາລະນະສຸກຂອງຕົນຍັງໄດ້ອະນຸມັດເງິນຈໍານວນ 800 ລ້ານກີບ ຊ່ວຍ ເຫລືອສຸກສາລາໃຫ້ແກ່ແຂວງທີ່ມີການເກີດລະບາດ.

ໃນປີ 2013 ຜ່ານມາ, ສປປ ລາວມີການເກີດລະບາດພະຍາດດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 70 ຄົນ ແລະ ຕິດເຊື້ອຫລາຍພັນຄົນ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...