Homeເກັບຕົກ-ເລື່ອງແປກເດັກເກີດໃໝ່ໃນອິນເດຍເກີດມາພ້ອມໂຣກປະຫຼາດບໍ່ມີຜິວກາຍ ແລະ ຫູ

ເດັກເກີດໃໝ່ໃນອິນເດຍເກີດມາພ້ອມໂຣກປະຫຼາດບໍ່ມີຜິວກາຍ ແລະ ຫູ

Published on

ມີຣເທີ – ເດັກເກີດໃໝ່ເພດຍິງລາຍໜຶ່ງທີ່ໜ້າສົງສານທີ່ສຸດ ນາງໄດ້ເກີດມາພ້ອມກັບໜຶ່ງໃນອາການທີ່ຫາຍາກທີ່ສຸດຂອງໂລກ ເຊິ່ງສົງຜົນໃຫ້ເດັກນ້ອຍຄົນນີ້ບໍ່ມີຜິວໜັງດ້ານນອກ

ອາການນີ້ຮຽກວ່າ Harlequin Ichthyosis (ເດັກດັດແດ້) ຖືກຈັດຢູ່ໃນໂຣກທາງພັນທຸກຳຮຸນແຮງ ເຊິ່ງຜິວໜັງເປັນເປືອກຫຸ້ມໜາ ແລະ ແຕກອອກທົ່ວທັງຕົວເໝືອນເປືອກໄຂ່ ຂະນະທີ່ໂຣກນີ້ອັດຕາຂອງການພົບຢູ່ທີ່ 1 ໃນເດັກເກີດໃໝ່ 300,000ຄົນ ທີ່ມືນຕາເບິ່ງໂລກ,  ເດັກນ້ອຍຄົນນີ້ໄດ້ເກີດທີ່ເມືອງ ອຳຣາວາດີ ທາງພາກກາງຂອງອິນເດຍ ຈາກມານດາອາຍຸ 23 ປີ

5900

ຄະນະທີມເພດຂອງໂຮງໝໍບອກວ່າເດັກຍິງຄົນນີ້ປ່ວຍເປັນໂຣກທາງພັນທຸກຳຮຸນແຮງຊະນິດນີ້  ນັ້ນໝາຍຄວາມວ່ານາງຈຳເປັນຕ້ອງໄດ້ຮັບການດູແລຜິວໜັງໃຫ້ຊຸ່ມຊື່ນຕະຫຼອດທັງຊີວິດ

ແພດຄົນໜຶ່ງບອກວ່າ ພວກເຂົາໃຊ້ປິໂຕຣລຽມ ເຈລລີ ແລະ ນ້ຳໝາກພ້າວ ແລະ ອາຫານເສິມໃຫ້ແກ່ເດັກນ້ອຍລາຍນີ້ ສ່ວນແພດອີກຄົນກ່າວເສີມວ່າ “ດ້ວຍຮ່າງກາຍທີ່ບໍ່ມີຜິວໜັງ ການຊ່ອມແຊມໂດຍໃຊ້ການຜູກຜິວໜັງ (skin graft) ຈິ່ງເປັນໄປບໍ່ໄດ້ ແຕ່ເຄາະດີທີ່ເດັກບໍ່ມີອາການຜີດປົກກະຕິກ່ຽວກັບການຫາຍໃຈໃດໆ ເຊິ່ງຕອນນີ້ເດັກນ້ອງດັ່ງສະພາບຮ່າງກາຍແຂງແຮງດີ ເຊິ່ງມີນ້ຳໜັກຕອນເກີດໃໝ່ ມີ 1.8 ກິໂລກຣາມ

ລາຍງານຂ່າວຂອງອິນເດຍ ໄດ້ລະບຸວ່າ ໃນຂະນະທີ່ຜົນການກວດສາມາດລະບຸໄດ້ວ່າເດັກເກີດໃໝ່ຄົນນີ້ມີອາການ
Ichthyosis ຫຼື ບໍ່ ແຕ່ພໍ່ແມ່ຂອງເດັກມີຖານະຍາກຈົນ ແລະ ບໍ່ມີເງິນມາດຳເນີນໃນການປິ່ນປົວຮັກສາໄດ້

ຂ່າວຈາກ: http://www.manager.co.th/Around/ViewNews.aspx?NewsID=9590000059275

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...