spot_img
Homeຂ່າວການພັດທະນາລົງນາມຊ່ວຍເຫລືອຄົນພິການລາວໃຫ້ມີວຽກເຮັດງານທຳ

ລົງນາມຊ່ວຍເຫລືອຄົນພິການລາວໃຫ້ມີວຽກເຮັດງານທຳ

Published on

ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2 ລະຫວ່າງ ອົງການຄົນພິການ ອາຊີ ເພື່ອການພັດທະນາ (ADDP) ປະເທດຍີ່ປຸ່ນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ, ໃນມູນຄ່າ 161.360 ໂດລາສະຫະລັດ, ໄດ້ມີຂຶ້ນ ໃນວັນທີ 13 ມີຖຸນານີ້, ທີ່ນະຄອນ ຫລວງວຽງຈັນ,ລະຫວ່າງທ່ານ ບຸນປອນ ໄຊຍະເສນ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ,ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານນາງ ໂຕມີໂກະ ຢາຊີໂຣະ ປະທານອົງການຄົນ ພິການອາຊີ ເພື່ອການພັດທະນາ ເພື່ອຝຶກວິຊາຊີບໃຫ້ກັບຄູຝຶກທີ່ເປັນຄົນພິການ, ໂດຍຈະເນັ້ນການພັດທະນາທັກສະໂດຍສະເພາະ ເພື່ອຍົກສູງຄວາມຮູ້, ຄວາມສາມາດທາງດ້ານການບໍລິຫານທຸລະກິດຂະໜາດນ້ອຍ, ສຸມໃສ່ການຝຶກອົບຮົມວິຊາຊີບໃຫ້ກັບຄົນພິການບົນສະພາບແວດລ້ອມແບບຫົວໜ່ວຍທຸລະກິດຕົວຈິງ ເພື່ອໃຫ້ເຂົາເຈົ້າ

ສາມາດຖອດຖອນບົດຮຽນ ແລະ ນຳໄປປະຕິບັດເພື່ອໃຫ້ເກີດຄວາມສາມາດໃຫ້ການດຳເນີນທຸລະກິດຕົວຈິງດ້ວຍຕົນເອງໃນອະນາຄົດ,ພ້ອມທັງສຸມໃສ່ຝຶກອົບຮົມຄວາມຮູ້, ຄວາມສາມາດໃຫ້ກັບຄົນພິການຜູ້ທີ່ມີຄວາມໄຝ່ຝັນຢາກເປັນເຈົ້າຕົນເອງທາງດ້ານການເງິນ ແລະ ການດຳລົງຊີວິດຢູ່ໃນສັງຄົມ, ໂດຍ ເຫັນວ່າໄລຍະ 1 ໄດ້ດຳເນີນໄປຢ່າງມີຜົນສຳເລັດສູງສຸດ ຈຶ່ງໄດ້ຕັດສິນໃຈຈັດຕັ້ງປະຕິ ບັດໄລຍະ 2 ຕື່ມອີກ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...