ອິນແຕ່ງ ສິລະປິນ ຄົບເຄື່ອງ

961210_242725405876014_1390968324_n

ຂຽນໂດຍ: ຊຽງກະເລັນ ບ້ານນາ

ຄຳວ່ານັກຮ້ອງ ຫຼື ໝໍລຳ ແມ່ນບັນດາສັກ ຂອງນັກສິລະປະທາງດ້ານການຮ້ອງ ແກ່ກ່ອນຈະຖືກເອີ້ນວ່າເປັນນັກຮ້ອງຫຼືໝໍລຳໄດ້ ກໍສົມຄວນຖືກເອີ້ນຈາກຜູ້ຟັງ ຫາກບໍ່ແມ່ນເອີ້ນເອົາເອງ ຫຼືລຳພຽງກອນດຽວ ຫຼືຮ້ອງເພງພຽງດ້າມເພງ ແຕ່ຫາກເປັນຜູ້ມັກຮັກ ໃນດ້ານການສະແດງສິລະປະປະເພດນີ້ເປັນຊີວິດຈິດໃຈແທ້ໆ ແລະມີຜົນງານການຮ້ອງຫຼືລຳມາແລ້ວຢ່າງຫຼວງຫຼາຍ. ສ່ວນພອນສະຫວັນນັ້ນເປັນການໃຫ້ມາຂອງເທບພະເຈົ້າເທິງສະຫວັນ ຖ້າຜູ້ໃດມີ ແມ່ນຜູ້ນັ້ນເປັນຜູ້ໂຊກດີ. ພອນສະຫວັນຂອງນັກຮ້ອງ ຫຼືໝໍລຳນັ້ນ ສ່ວນຫຼາຍແມ່ນໝາຍເຖິງນ້ຳສຽງທີ່ດີ ຮ້ອງອອກມາເປັນຕາຟັງ ຟັງແລ້ວອອນຊອນໃຈ ແລະຄ້ອຍຕາມໄດ້. ແຕ່ຖ້າຫາກມີພອນສະຫວັນຫຼາຍກວ່ານັ້ນຄື ໜ້າຕາດີ ແລະມີຄວາມຮູ້ທາງດ້ານການແຕ່ງບົດເພງແລະບົດລຳໄດ້ເອງ ກໍຍິ່ງເພິ່ມຄວາມສົມບູນແບບໃຫ້ແກ່ຜູ້ເປັນນັກຮ້ອງຫຼືໝໍລຳ.

ຜູ້ຂຽນເປັນຄົນມັກຟັງລຳ ກໍເລີຍໄດ້ມີໂອກາດຟັງລຳຈາກໝໍລຳຜູ້ໜຸ່ມນ້ອຍຜູ້ໜຶ່ງ ທາງ Youtube ຟັງມາໄດ້ຫຼາຍປີແລ້ວ. ຕົກມາວ່າງກາງເດືອນທັນວາ 2013 ນີ້ ຜູ້ຂຽນພັດໄດ້ຟັງເພງ “Massage ທີ່ຖືກລືມ” ເຊິ່ງເປັນຜົນງານເພງຂອງໝໍລຳຄົນດັ່ງກ່າວ. ເອີ !!! ໄດ້ໝໍລຳສີພັນດອນມາຮ້ອງເພງບ້ານນາ ກະມ່ວນບໍ່ຢອກ ເພາະພື້ນຖານແມ່ນສຽງຄໍດີຈຶ່ງຄ່ອຍເປັນໝໍລຳໄດ້ ແລ້ວໃຫ້ໝໍລຳມາຮ້ອງເພງມັນກະເລີຍເປັນເລື່ອງງ່າຍແລະກິນງາມໄປອີກແບບໜຶ່ງ. ແຕ່ບໍ່ເຄີຍພໍ້ໜ້າກັນແບບໜ້າຕໍ່ໜ້າຈັກເທື່ອ ຄິດໃນໃຈຢູ່ວ່າ ຫາກບຸນມາ ວາດສະໜາຮອດ ຊິໄດ້ມີໂອກາດໄປນັ່ງຟັງລຳສີພັນດອນຄັກໆ ຈັກບາດ ຈາກປາກໝໍລຳສົດໆ.

ມັນເປັນລິຂິດຟ້າ ຫຼືຄວາມພະຍາຍາມ ກໍບໍ່ຮູ້, ມື້ວັນທີ 7 ທັນວາ 2013 ທີ່ຜ່ານມາ ຜູ້ຂຽນໄດ້ໄປໂມທະນາບຸນເຮືອນ ຢູ່ບ້ານວັດນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກໍພໍດີເຫັນໜ້າໝໍລຳຢູ່ເຮືອນບຸນຫັ້ນ ກໍເລີຍໄດ້ມີໂອກາດທັກທາຍໂອ້ລົມນຳ ຈຶ່ງໄດ້ຮູ້ຈັກຢ່າງເປັນທາງການວ່າຊັ້ນສາ.

ອິນແຕ່ງ ແກ້ວບົວລາ ສາວຜິວກາເຟນົມ ແຕ່ນ້ຳສຽງໃສ ຍິ້ມງ່າຍ ແມ່ນລູກສາວຂອງ ບຸນທອງ ແກ້ວບົວລາໝໍລຳສີພັນດອນ ແລະ ບຸນເພັງ ແກ້ວບົວລາ ນາງເອກໝໍລຳເລື່ອງຕໍ່ກອນ ເຊິ່ງຕ່າງກໍເປັນໝໍລຳດັງໃນເຂດພາກໃຕ້.

ໝໍລຳອິນແຕ່ງໄດ້ເລົ່າສູ່ຟັງວ່າ ຕົນເອງເກີດຢູ່ໃນທ່າມກາງສຽງລຳ ກໍເລີຍມີຄວາມຮັກທາງດ້ານນີ້ມາຕັ້ງແຕ່ນ້ອຍໆ ເລິ່ມອ່ານໜັງສືໄດ້ກໍໄດ້ເລິ່ມຮຽນລຳມາຕັ້ງແຕ່ອາຍຸ 9 ປີ, ມີໂອກາດໄດ້ເລິ່ມຮັບງານຕັ້ງແຕ່ອາຍຸ 14 ປີ ແລະຕັ້ງແຕ່ເລິ່ມລຳມາຮອດປັດຈຸບັນກໍເປັນເວລາ 14 ປີແລ້ວ, ໄດ້ອັດຜົນງານອອກວາງຈຳໜ່າຍແລ້ວ 4 ຊຸດ(ຮ່ວມກັບໝູ່) ຖືວ່າເປັນຜູ້ມີປະສົບການທາງດ້ານການລຳມາຢ່າງຫຼວງຫຼາຍ. ອິນແຕ່ງເລົ່າຕື່ມວ່າ ມີເຈົ້າພາບງານບຸນມາຕິດຕໍ່ ໄປລຳງັນກອງບຸນເກືອບທຸກມື້ ໄລຍະໃດທີ່ບໍ່ໄດ້ງານແທ້ໆ ກໍອາທິດລະ 2-3 ງານ, ເວົ້າໄດ້ວ່າເກືອບບໍ່ໄດ້ພັກຜ່ອນເລີຍ ມີແຕ່ເດິນທາງໄປລຳຕາມງານບຸນຕ່າງໆ ຕ້ອງອາໄສນອນໃນເວລາເດິນທາງແທນ ເພາະສ່ວນຫຼາຍແລ້ວແຕ່ລະງານກໍຕ້ອງລຳແຕ່ຫົວຄ່ຳຈົນຂ້ອນແຈ້ງ.

ຜົນງານທີ່ອັດເປັນອາລະບ້ຳຊຸດຫຼ້າສຸດ ມາໃນບົດເພງບ້ານນາ ແລະລຳເພີນ ຮ່ວມກັບລຸ້ນເອື້ອຍໃນຄະນະ ດອກຟ້າເພັດໂພນທອງ ຊື່ຄຽງໃຈ (ຖ້າມີເງື່ອນໄຂຜູ້ຂຽນຈະນຳສະເໜີ ໝໍລຳຄຽງໃຈ ອີກເທື່ອໜຶ່ງຕ່າງຫາກ). ຜົນງານຊຸດນີ້ ເປັນຊຸດໃໝ່ພິເສດ ມີເພງແລະລຳແນວລະເຄິ່ງ ແລະຜົນງານທີ່ຂັບຮ້ອງອອກມາຊຸດນີ້ ຍັງເປັນຜົນງານຂອງອິນແຕ່ງ ແຕ່ງເອງ ທັງ 6 ກອນ (ອີກ 4 ກອນແມ່ນຄຽງໃຈແຕ່ງ) ເວົ້າໄດ້ວ່າເປັນໝໍລຳຄົບເຄື່ອງເລີຍກໍໄດ້ ເຊັ່ນ ລຳກໍໄດ້ຫຼາຍຈັງຫວະ, ຮ້ອງເພງກໍໄດ້, ສຽງກໍດີ, ລີລາກໍໃຫ້ ຊ້ຳບໍ່ພໍຍັງມີຄວາມສາມາດໃນການແຕ່ງເພງແຕ່ງລຳເອງໄດ້ ກໍຖືວ່າສຸດຍອດໝໍລຳໄປເລີຍ. ຕາມແນວຄິດຂອງຜູ້ຂຽນແລ້ວ ຖ້າມີການມອບລາງວັນໃຫ້ແກ່ນັກສິລະປິນທີ່ດີເດັ່ນ ອິນແຕ່ງ ກໍເປັນນັກສິລະປິນໜຸ່ມຜູ້ໜຶ່ງທີ່ຄວນໄດ້ຮັບລາງວັນ.

ເວົ້າເຖິງຜົນງານແລ້ວ ຄັນບໍ່ເວົ້າເຖິງຜົນງານຫຼ້າສຸດກໍຄືວ່າຍັງຂາດອັນໃດອັນໜຶ່ງ ດັ່ງນັ້ນ, ຈຶ່ງຢາກສະເໜີຜົນງານເພງ “Message ທີ່ຖືກລືມ”. ໃນບົດເພງໃຫ້ພັນລະນາເຖິງບັນຍາກາດການພົວພັນລະຫວ່າງບ່າວສາວໃນຍຸກໄອທີ ເຊິ່ງໂອລົມກັນດ້ວຍການສົ່ງຂໍ້ຄວາມຜ່ານໂທລະສັບມືຖືຫາກັນທຸກເຊົ້າທຸກແລງ ຕົກມາມື້ໜຶ່ງໂທລະສັບມືຖືພັດບໍ່ມີຂໍ້ຄວາມເຂົ້າມາເລີຍ, ເຮັດໃຫ້ຜູ້ຍິງທີ່ເຝົ້າຄອຍອ່ານຕ້ອງໂສກເສົ້າເສຍນ້ຳຕາ. ສຳລັບຫຼັກການດ້ານການແຕ່ງເພງນັ້ນຜູ້ຂຽນຢາກບອກວ່າໄດ້ແລ້ວ 95% ສ່ວນທີ່ເຫຼືອນັ້ນ ຖ້າໃຜບໍ່ຮູ້ຫຼັກການແຕ່ງເພງແລ້ວກໍຄົງເບິ່ງບໍ່ເຫັນ ອັນນີ້ເອົາໄວ້ເປັນວຽກບ້ານຂອງສິລະປິນຄົບເຄື່ອງຜູ້ນີ້ສາ. ສ່ວນເລື່ອງທຳນອງເພງນັ້ນ ຜູ້ຂຽນຈະບໍ່ຂໍອະທິບາຍຫຍັງຍາກ ເພາະເຖິງແມ່ນຜູ້ບໍ່ຮູ້ພາສາລາວມາຟັງກໍຄົງຮູ້ວ່າເປັນເພງທີ່ບົ່ງບອກເຖິງຄວາມໂສກເສົ້າ ຜິດຫວັງ ດ້ວຍສຽງຊໍທີ່ກ່ອມອາລົມໄດ້ດີຫຼາຍ. ເລື່ອງນ້ຳສຽງຂອງນັກຮ້ອງແລ້ວອັນນີ້ຈະບໍ່ເວົ້າເຖິງເລີຍ ເພາະຮູ້ຢູ່ແລ້ວວ່າໃຫ້ໝໍລຳມາຮ້ອງເພງບ້ານນານັ້ນຈະເປັນແນວໃດ.

ຜູ້ຂຽນຢາກບອກທ່ານຜູ້ອ່ານວ່າສິລະປິນທ່ານນີ້ ບໍ່ທຳມະດາ ບໍ່ແມ່ນຢາກມີຊື່ສຽງ ແຕ່ເຂົາບອກວ່າມາຈັບໄມໂອ່ຍລຳເຂົ້າກັບສຽງແຄນ, ສຽງຊໍ, ສຽງກອງ ແລະກະຈັບປີ່ ນີ້ແມ່ນຍ້ອນຄວາມມັກຮັກແລະຢາກສືບມູນມໍລະດົກທາງດ້ານສິລະປະຈາກລຸ້ນພໍ່ຕໍ່ໃສ່ລຸ້ນລູກ, ຢາກຮັກສາແລະເຜີຍແວ່ສິລະປະການຮ້ອງລຳນີ້ໄວ້ຄູ່ຊາດລາວຕະຫຼອດໄປ, ໝໍລຳອິນແຕ່ງບອກມ້ວນທ້າຍວ່າ ຊີວິດນີ້ຈະຂໍເລືອກການລຳເປັນອາຊີບໄປຈົນກວ່າບໍ່ມີລົມຫາຍໃຈ. ຜູ້ຂຽນຈຶ່ງຢາກບອກວ່າ ນີ້ຄືອະນາຄົດຂອງຊາດຢ່າງແທ້ຈິງ ແລະຫວັງວ່າສັງຄົມຈະໃຫ້ການອຸ້ມຊູສິລະປິນຜູ້ນີ້ຕະຫຼອດໄປ.