spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສາເຫດຂອງການມີລູກຍາກ

ສາເຫດຂອງການມີລູກຍາກ

Published on

ສາເຫດຂອງການມີລູກຍາກນັ້ນສາມາດເກີດຂຶ້ນໄດ້ກັບທັງຝ່າຍຍິງ ແລະ ຝ່າຍຊາຍທັງຄູ່ ຫຼື ພຽງແຕ່ຝ່າຍດຽວເທົ່ານັ້ນ ຄູ່ແຕ່ງງານຈຳນວນບໍ່ໜ້ອຍທີມີລູກຍາກເນື່ອງຈາກຄວາມຜິດປົກກະຕີຂອງທັງສອງຝ່າຍ ຫຼື ອາດກວດບໍ່ພົບສາເຫດຜິດປົກກະຕິໃດໆເລີຍກໍ່ມີ

936

  • ສາເຫດຈາກຝ່າຍຍິງ: ບາງຄູ່ພົບວ່າຝ່າຍຍິງຈະມີຄວາມຜິດປົກກະຕິໃນອະໄວຍະວະສືບພັນເຊັ່ນ: ຮັງໄຂ່ເຮັດວຽກບໍ່ໄດ້ປົກກະຕິ, ມີຄວາມຜິດປົກກະຕິຂອງຮໍໂມນໃນຮ່າງກາຍທີ່ສົ່ງຜົນຕໍ່ການຕົກໄຂ່, ທໍ່ຮັງໄຂ່ອຸດຕັນ,​ ມີເນື້ອງອກຂອງມົດລູກຂະໜາດໃຫຍ່ ຫຼື ຢູ່ໃນໂພ່ງມົດລູກ, ມີຊີສ ຫຼື ເນື້ອງອກຂອງຮັງໄຂ່, ມີພາວະເຍື້ອໂພ່ງມົດລູກຈະເລີນຜິດບ່ອນ ຫຼື ມີພັງຜິດທີ່ເກີດຂຶ້ນໃນເຊີງກຣານ ຫລື ປີກມົດລູກເປັນຕົ້ນ ສ່ວນສາເຫດອື່ນໆທີ່ມີຜົນເຮັດໃຫ້ມີລູກຍາກແມ່ນ ອາຍຸຫຼາຍເກີນໄປ, ສູບຢາເປັນປະຈຳ ແລະ ອື່ນໆ (ຈາກສະຖິຕິພົບວ່າການມີລູກຍາກຂອງຝ່າຍຍິງມາຈາກການອຸດຕັນຂອງທໍ່ນຳໄຂ່ ແລະ ມີຄວາມຜິດປົກກະຕິຂອງເຍື້ອບຸຊ່ອງທ້ອງປະມານ 35%, ເຍື່ອບຸໂພ່ງມົດລູກຈະເລີນພັນຜິດບ່ອນ 35%, ການຕົກໄຂ່ຜິດປົກກະຕິຫຼືບໍ່ສະໝ່ຳສະເໝີ 25%)
  • 03.3
  • ສາເຫດຈາກຝ່າຍຊາຍ: ໃນບາງຄູ່ສາເຫດການມີລູກຍາກອາດເກີດຂຶ້ນກັບຝ່າຍໄດ້ເຊັ່ນ: ຝ່າຍຊາຍມີອະໄວຍະເພດສືບພັນຜິດປົກກະຕິມາແຕ່ກຳເນີດຈົນບໍ່ສາມາດມີລູກໄດ້, ຝ່າຍຊາຍມີພັນທຸກຳທີ່ຜິດປົກກະຕິກ່ຽວກັບໂຄໂມໂຊມ ເຮັດໃຫ້ບໍ່ສາມາດສ້າງເຊື້ອອະສຸຈິໄດ້ ຫຼື ສ້າງໄດ້ໜ້ອຍກວ່າປົກກະຕີເຊັ່ນ: ເຊື້ອອະສຸຈິມີປະລິມານໜ້ອຍ, ເຊື້ອອະສຸຈິອ່ອນແອ, ເຊື້ອອະສຸຈິມີຮູບຮ່າງຜິດປົກກະຕິ ຫຼື ອາດເປັນໝັນ (ກວດບໍ່ພົບເຊື້ອອະສຸຈິໃນນ້ຳອະສຸຈິ), ຝ່າຍຊາຍໄດ້ຮັບສານເຄມີບາງຊະນິດເປັນປະຈຳເຊັ່ນ: ຢາຂ້າແມງໄມ້, ສານຕະກົ່ວ, ສານປະກອບເບນຊິນ ຮວມເຖິງການໃຊ້ຢາບາງຊະນິດ, ມີໂຣກປະຈຳຕົວບາງຢ່າງທີ່ສົ່ງຜົນຕໍ່ການຈະເລີນພັນເຊັ່ນ: ເບົາຫວານ, ມັກສູບຢາ ແລະ ດື່ມແອລກໍຮໍໃນປະລິມານຫຼາຍເປັນປະຈຳ ແລະ ເຄີຍໄດ້ຮັບອຸບັດຕິເຫດເປັນຕົ້ນ.
  • 593
  • ບໍ່ຮູ້ສາເຫດ: ນອກຈາກທີ່ກ່າວມາແລ້ວ ຍັງມີຄູ່ແຕ່ງງານທີ່ຈັດເປັນກຸ່ມມີລູກຍາກໂດຍບໍ່ຮູ້ສາເຫດອີກຈຳນວນໜຶ່ງຄືປະມານ 15-20% ເຖິງຈະກວດວິໄຈດ້ວຍເທັກໂນໂລຢີຕ່າງໆ ແລ້ວກໍ່ຍັງບໍ່ພົບຄວາມຜິດປົກກະຕິໃດໆ

ຫາກຕອນນີ້ທ່ານບໍ່ແຍ່ໃຈວ່າທ່ານຢູ່ໃນກຸ່ມສ່ຽງທີ່ມີລູກຍາກ ຫຼື ບໍ່ ທ່ານຄວນໄປພົບແພດ ເພື່ອເຂົ້າຮັບການກວດຮ່າງກາຍ ແລະ ປະຕິບັດຕາມຄຳແນະນຳຂອງແພດ

ທີ່ມາ: http://frynn.com/

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...