Homeນານາສາລະວິທີກຳຈັດແມງວັນງ່າຍໆບໍ່ເປັນອັນຕະລາຍຕໍ່ສຸຂະພາບ

ວິທີກຳຈັດແມງວັນງ່າຍໆບໍ່ເປັນອັນຕະລາຍຕໍ່ສຸຂະພາບ

Published on

ແມ່ວັນເປັນສິ່ງກວນໃຈຂອງຫຼາຍຄົນວັນນີ້ເຮົາເລີຍມານຳສະເໜີການໄລ່ແມງວັນດ້ວຍ 3 ສິ່ງນີ້ຮັບຮອງວ່າບໍ່ເປັນອັນຕະລາຍຕໍ່ສຸຂະພາບຂອງຄົນໃນເຮືອນແນ່ນອນ

1. ການໄລ່ແມງວັນດ້ວຍເປືອກໝາກກ້ຽງ

ນຳເປືອກໝາກກ້ຽງໄປຕາກໃຫ້ແຫ້ງຈາກນັ້ນກໍ່ນຳມາຈູດໃສ່ບໍລິເວນທີ່ແມງວັນມັກມາຕອມພຽງເທົ່ານີ້ກໍສາມາດໄລ່ແມງວັນໄດ້

2. ໃບຊາ

ນຳໃບຊາໄປຕາກໃຫ້ແຫ້ງຈາຫນັ້ນກໍ່ນຳໄປເຜົາໃສ່ບໍລິເວນທີ່ມີແມງວັນຫຼາຍພຽງເທົ່ານີ້ແມງວັນກໍ່ຈະບິນໜີທັນທີ

3. ນ້ຳສົ້ມສາຍຊູ

ນຳນ້ຳສົ້ມສາຍຊູປະສົມກັບນ້ຳ ແຕ່ຂໍໃຫ້ເອົານ້ຳສົ້ມສາຍຊູໃນປະລິມານທີ່ຫຼາຍກວ່າ ຈາກນັ້ນກໍ່ນຳໄປສີດໃສ່ບໍລິເວນທີ່ແມງວັນມັກມາຈັບ ເຮັດເປັນປະຈຳແມງວັນກໍ່ຈະຄ່ອຍໆຫາຍໄປ

ທີ່ມາ: http://www.ohlor.com/

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...