Homeສຸຂະພາບ ແລະ ສີ່ງແວດລ້ອມທົດສອບເພດລູກໃນທ້ອງດ້ວຍກະຫລ່ຳສີມ້ວງ

ທົດສອບເພດລູກໃນທ້ອງດ້ວຍກະຫລ່ຳສີມ້ວງ

Published on

ຫາກໍ່ຮູ້ວ່າກະຫຼ່ຳສີມ້ວງນອກຈາກຈະກິນໄດ້ແລ້ວຍັງສາມາດນຳມາທົດສອບເພດຂອງລູກນ້ອຍໃນທ້ອງຂອງແມ່ໄດ້ອີກດ້ວຍ ເຊິ່ງກະຫຼ່ຳສີມ້ວງມີສານແອນໂທໄຊຍານີນ ( Anthocyanin ) ເປັນວັດຖຸທີ່ພົບໃນພືດທັງດອກໄມ້ ແລະ ຜົນຂອງພືດ ທີ່ໃຫ້ສີແດງ ນ້ຳເງິນ ຫຼື ມ້ວງ ເປັນສານທີ່ລະລາຍໃນນ້ຳໄດ້ດີ ການທົດລອງນີ້ອາໃສການແປຜົນຈາກ Anthocyanin ເຮັດປະຕິກິລິຍາກຣົດ – ເບສ ທົດສອບເພດເດັກນ້ອຍໃນທ້ອງ ເຊິ່ງເຮັດໄດ້ງ່າຍໆດັ່ງນີ້

1401266115-06878-o-640x415

ວິທີການທົດສອບ ເພດຂອງລູກນ້ອຍໃນທ້ອງ

  1. ນຳກະຫຼ່ຳສີມ້ວງມາລອກເອົາແຕ່ເປືອກຊັ້ນນອກ ໃຊ້ແຕ່ກາບທີ່ມີສີມ້ວງເຂັ້ມໆປະມານ 10 ກາບ ຈາກນັ້ນກໍ່ນຳມາຊອຍບາງໆໃສ່ໝໍ້ແລ້ວຕື່ມນ້ຳໃຫ້ຖ້ວມກະຫລ່ຳທີ່ຊອຍ ແລ້ວນຳໄປຕົ້ມຈົນຟົດ
  2. ພໍຟົກແລ້ວຈັບເວລາ 10 ນາທີ ນຳນ້ຳກະຫຼ່ຳທີ່ໄດ້ມາໃສ່ທີ່ພາສະນະທີ່ກຽມໄວ້ປະມານ 1/3 ຈອກ ປະໄວ້ອີກ 5 ນາທີ ຖ້າໃຫ້ເຢັນກ່ອນ
  3. ນຳນ້ຳປັດສະວະມາຖອກໃສຈອກລະ 10 ຊຊ ຫຼື ຫຼາຍກວ່າ ແລ້ວນຳນ້ຳກະຫຼ່ຳທີ່ເຢັນແລ້ວມາຖອກໃສ່ທັງສອງຈອກທີ່ກຽມໄວ້ໃນອັດຕາສ່ວນທີ່ເທົ່າກັນຄືຈອກລະ 10ຊຊ ຫຼື ຫຼາຍກວ່າ
  4. ຈາກນັ້ນກໍ່ລໍຖ້າຜົນການເຮັດປະຕິກິລິຍາຂອງສານ Anthocyanin ກັບປັດສະວະ

ການແປຜົນເພດລູກນ້ອຍໃນທ້ອງ
ເດັກນ້ອຍເພດຊາຍ:  ນ້ຳກະຫຼ່ຳສີມ້ວງຈະປ່ຽນເປັນສີແດງ ແບບໄວນ໌ແດງ ຫຼື ສີບົວ
ເດັກນ້ອຍເພດຍິງ: ນ້ຳກະຫຼ່ຳຈາກສີມ້ວງກໍ່ຍັງຈະເປັນສີມ້ວງຄືເກົ່າ

ສູດນີ້ແມ່ນໃຊ້ໄດ້ເມື່ອຕອນອາຍຸການຖືພາປະມານ 4 ເດືອນ ເຊິ່ງຄວາມແມ້ນຢຳມີເຖິງ 70% ວິທີນີ້ກໍ່ເປັນວິທີທີ່ໜ້າສົນໃຈແມ່ຖືພາລອງນຳວິທີນີ້ໄປໃຊ້ໄດ້ເດີ້

 

ທີ່ມາ:​http://www.mamaexpert.com/topic/3063

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...