spot_img
Homeຂ່າວພາຍ​ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດໄຂຂຶ້ນຢ່າງເປັນທາງການ

Published on

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງແນວລາວສ້າງຊາດໄດ້ໄຂຢ່າງເປັນທາງໃນວັນທີ 8-9 ມິຖຸນາ 2016 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາການນໍາພັກ-ລັດ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອາດິດການນໍາອາວຸໂສ, ປະທານ-ຮອງປະທານສູນກາງແນວລາວ ສ້າງຊາດແຂວງ ພ້ອມດ້ວຍຜູ້ແທນພາຍໃນ ແລະ ຕ່າງປະເທດ 400 ກວ່າສະຫາຍ ໃນນັ້ນຜູ້ແທນສົມບູນ 280 ສະຫາຍ,ຍິງ 50 ກວ່າສະຫາຍທີ່ມາຈາກ 29 ຊົນເຜົ່າ.

ໃນໂອກາດໄຂກອງປະຊຸມດັ່ງກ່າວນີ້, ສະຫາຍ ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດ ກ່າວວ່າ ເພື່ອພ້ອມກັນທົບທວນຄືນຜົນຂອງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX ຂອງແນວລາວສ້າງຊາດ,ສັງເກດຕິລາຄາບັນ ດາຈຸດດີ ແລະ ຈຸດອ່ອນຕົ້ນຕໍ,ຂໍ້ຄົງຄ້າງ,ສາເຫດ ແລະ ຖອດຖອນບາງບົດຮຽນສໍາຄັນ ພ້ອມທັງກໍານົດຄາດໝາຍສູ້ຊົນ, ທິດທາງວຽກງານ 5 ປີຕໍ່ໜ້າ, ວິໄສທັດຂອງແນວລາວສ້າງຊາດ ແລະ ແຜນງານຍຸດທະສາດການພັດທະນາຂອງ ອົງການແນວລາວສ້າງຊາດໃນໄຍລະ 10 ປີຕໍ່ໜ້າ(2016-2025). ນອກນັ້ນຍັງຈະໄດ້ຄົ້ນຄວ້າ ແລະ ຮັບຮອງເອົາບົດລາຍງານການເມືອງພາຍໃຕ້ຫົວຂໍ້:”ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ,ປຸກລະດົມທົ່ວສັງຄົມແຂ່ງຂັນຮັກຊາດ ແລະ ພັດທະນາເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ສືບຕໍ່ບຸກທະລຸທັງ 4 ດ້ານເພື່ອຍົກສູງບົດບາດ ແລະ ຄຸນນະພາບການເຄື່ອນໄຫວ ຂອງແນວລາວສ້າງຊາດ”.

ປະຈຸບັນມີກໍາມະການແນວລາວສ້າງຊາດຂັ້ນສູນກາງ 161 ສະຫາຍ,ຍິງ 26 ສະຫາຍ,ຂັ້ນແຂວງ 1.300 ກວ່າສະຫາຍ, ຍິງ 160 ສະຫາຍ, ຂັ້ນເມືອງ 7.500 ກວ່າສະຫາຍ,ຍິງ 270 ກວ່າສະຫາຍ ແລະ ຂັ້ນບ້ານ 53 ພັນກວ່າສະຫາຍ,ຍິງ 6. 000 ກວ່າສະຫາຍ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...