spot_img
Homeຂ່າວພາຍ​ໃນລົດເມລັກຂົນໄມ້ ແລະໝາກກະໂພກແຕກເສຍຊີວິດ 8 ຄົນ

ລົດເມລັກຂົນໄມ້ ແລະໝາກກະໂພກແຕກເສຍຊີວິດ 8 ຄົນ

Published on

ເກີດ​ເຫດ​ໜາກ​ກະ­ໂພກ​ທີ່​ຊຸກ­ເຊື່ອງ​ໄວ້​ໃນ​ລົດ­ເມ​ໂດຍສານ​ສາຍ​ລະ­ຫວ່າງ​ປະ­ເທດລາວŒຫວຽດ­ນາມ​ລະ­ເບີດ​ຂຶ້ນ ຢ່າງ​ຮຸນ​ແຮງ​ເຮັດ​ໃຫ້​ຜູ້​ໂດຍສານ​ເສຍ​ຊີ­ວິດ​ຄາ​ທີ່ 8 ຄົນ, ເຫດ­ການ​ດັ່ງ­ກ່າວ​ເກີດ​ຂຶ້ນ​ໃນວັນ​ທີ 2 ມິ­ຖຸ­ນາ 2016 ເວ­ລາປະ­ມານ 5:00 ໂມງ ຢູ່​ເສັ້ນທາງ 12B ຈຸດ​ເກີດ​ເຫດ​ຫ່າງຈາກ​ດ່ານ​ນາ​ເພົ້າŒຈໍ​ຫຼໍ່​ຂອງ​ແຂວງ​ຄຳ​ມ່ວນ​ປະ­ມານ 6 ກິ­ໂລ­ແມັດ.

ທ່ານ ພັຕ ວໍ­ລະ​ຈິດ ດວງລາ­ຕີ ຮອງ​ຫ້ອງ​ຕຳ­ຫຼວດ ປກສ ແຂວງ​ຄຳ​ມ່ວນໃຫ້​ຮູ້​ວ່າ: ລົດ­ເມ​ຄັນ​ເກີດ​ເຫດ​ເປັນ​ລົດ­ເມ​ຊັ້ນດຽວ​ໜາຍ​ເລກ​ທະ­ບຽນ ບກ 3897 ກຳແພງ​ນະ­ຄອນ ຂັບ​ຂີ່ ໂດຍ ທ້າວ ຫງວ​ຽນ ດຶກຕູ່ ອາ­ຍຸ 26 ປີ  ສັນ­ຊາດ​ຫວຽດ­ນາມ ພ້ອມ​ຜູ້­ໂດຍ­ສານລວມ​ທັງ​ແອັດ ແລະ​ໂຊ​ເຟິຈຳ­ນວນ 14 ຄົນ (ຫວຽດ­ນາມ​ໝົດ) ອອກ​ຈາກ​ຄີວ​ທ່າ​ແຂກ ແຂວງ​ຄຳ​ມ່ວນ ມຸ່ງ​ໜ້າ​ໄປ​ຫວຽດ­ນາມ, ຊຶ່ງ​ໃນ​ລົດ​ຄັນ​ດັ່ງ­ກ່າວ​ໄດ້​ຊຸກ­ເຊື່ອງ​ໄມ້ ແລະ​ໜາກ​ກະໂພກ​ໄວ້​ບ່ອນ​ມ້ຽນ​ເຄື່ອງ (ກ້ອງ​ລົດ) ໃນ​ນີ້​ມີ​ກະ­ເປົາ​ໃສ່​ໜາກ​ກະ­ໂພກ​ນ້ອຍ​ໜ່ວຍມົນ​ຄື​ໜາກ​ບານ​ຈຳ­ນວນ​ຫຼາຍ​ໄວ້​ໃນ ກ້ອງ​ລົດ​ໃກ້​ກັບ​ເຄື່ອງ​ຈັກ, ໃນ​ລະ­ຫວ່າງ​ເດີນ­ທາງ​ເກີດ​ມີ​ການ​ຮຸກ​ຖູ ແລະ​ບວກ​ກັບ​ຄວາມ​ຮ້ອນ​ຂອງ​ເຄື່ອງ​ຈັກ​ລົດ ຈິ່ງ​ເຮັດໃຫ້​ມີ​ການ​ລະ­ເບີດ​ຂຶ້ນ​ຢ່າງ​ຮຸນ​ແຮງ​ຕົວລົດ​ເສຍ​ຫາຍ​ຢ່າງ​ໜັກ​ຜູ້­ໂດຍ­ສານ ແລະ​ເຄື່ອງ​ທີ່​ໃສ່​ໃນ​ລົດ​ຟົ້ງ​ອອກ​ໄປ​ໃນ​ແຕ່​ລະ​ທິດ​ທາງ​ເສຍ​ຊີ­ວິດ​ຄາ​ທີ່ 8 ຄົນ, ເຈັບ​ສາຫັດ 3 ຄົນ, ທີ່​ເຫຼືອ​ແມ່ນ​ບາດ­ເຈັບ​ເລັກນ້ອຍ.

ປະ­ຈຸ​ບັນ, ເຈົ້າ​ໜ້າ­ທີ່ ປກສ ແຂວງ​ຄຳມ່ວນ​ໄດ້​ກັກ​ຕົວ​ຜູ້​ຂັບ​ຂີ່​ລົດ​ຄັນ​ດັ່ງ­ກ່າວ ເພື່ອ​ສຶບ​ສວນŒສອບ​ສວນ​ຫາ​ຕົ້ນ​ເຫດ​ທີ່​ມາ​ຂອງ​ໜາກ​ກະ­ໂພກ​ເພື່ອ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...