spot_img
Homeນານາສາລະ4 ວິທີການຊັກເກີບໃຫ້ເໝືອນໃໝ່ອີກຄັ້ງ

4 ວິທີການຊັກເກີບໃຫ້ເໝືອນໃໝ່ອີກຄັ້ງ

Published on

ວິທີທີ່ 1: ກຳຈັດຮອຍຄາບເຫຼືອງ ດ້ວຍທິດຊູ່

ໃຫ້ນຳເອົາເກີບໄປຊັກທຳຄວາມສະອາດຕາມປົກກະຕິ ຄືແຊ່ນ້ຳສະບູ່ຝຸ່ນໄວ້ປະມານ 15-30 ນາທີ ຫຼັງຈາກນັ້ນກໍໃຊ້ແປງຊັກເຄື່ອງຖູບ່ອນທີ່ມີຮອຍເປື້ອນອອກໃຫ້ໝົດ ແລ້ວລ້າງດ້ວຍນ້ຳສະອາດ.

ສ່ວນເຄັດລັບກໍຄື ໃຫ້ໃຊ້ກະດາດທິດຊູ່ຫໍ່ເກີບໄວ້ໃຫ້ທົ່ວແລ້ວນຳໄປຕາກແດດ ເຊິ່ງກະດາດທິດຊູ່ທີ່ເຮົາຫໍ່ໄວ້ນີ້ເອງແມ່ນຈະດູດຊັບເອົາຄາບເຫຼືອງຈາກເກີບອອກ ໃຫ້ກັບມາຂາວໃໝ່ອີກຄັ້ງ.

ວິທີທີ່2: ເພີ່ມຄວາມຂາວຫຼຸດກິ່ນອັບ ດ້ວຍແປ້ງ

ເປັນເທັກນິກໃກ້ຄຽງກັບການໃຊ້ທິດຊູ່ ຄືໃຫ້ຊັກຕາມຂັ້ນຕອນປົກກະຕິທົ່ວໄປ ແຕ່ເຄັດລັບຢູ່ບ່ອນວ່າກ່ອນທີ່ຈະນຳເອົາເກີບໄປຕາກນັ້ນ ໃຫ້ນຳເອົາແປ້ງມາໂຮຍໃສ່ໃຫ້ທົ່ວເກີບ ເພາະນອກຈາກຈະຊ່ວຍເພີ່ມຄວາມຂາວຂຶ້ນແລ້ວ ຍັງສາມາດຊ່ວຍຫຼຸດກິ່ນອັບພາຍໃນເກີບອີກດ້ວຍ

ວິທີທີ່ 3: ກຳຈັດຄາບຢູ່ຂອບຢາງ ດ້ວຍຢາຖູແຂ້ວ

ວິທີນີ້ນັບວ່າໃຫ້ຜົນລັບຢ່າໜ້າປະທັບໃຈ ຄືບັນຫາສ່ວນໃຫຍ່ຂອງການຊັກເກີບກໍຄືຢູ່ບໍລິເວນຂອບຢາງທີ່ມັກຈະມີຄາບສີເຫຼືອງ ຫຼື ດຳ ໃຫ້ກວນໃຈເພາະຊັກບໍ່ອອກ ແລະ ວິທີການທຳຄວາມສະອາດແມ່ນໃຫ້ນຳໃຊ້ຢາຖູແຂ້ວບີບໃສ່ຂອບທີ່ມີຈຸດຄາບດັ່ງກ່າວນັ້ນ ພ້ອມກັບໃຊ້ແປງຂັດຖູທຳຄວາມສະອາດບໍລິເວນດັ່ງກ່າວ ແລ້ວເກີບຂອງທ່ານກໍຈະກັບມາຂາວໃໝ່ອີກຄັ້ງ.

ວິທີທີ່ 4: ຫຼຸດກິ່ນອັບ ດ້ວຍໜັງສືພິມ

ສຳລັບທ່ານໃດທີ່ຍັງບໍ່ສະດວກທີ່ຈະຊັກດ້ວຍວິທີຂ້າງເທິງນັ້ນ ສິ່ງທີ່ສາມາດຫຼຸດກິ່ນອັບຂອງເກີບໄດ້ອີກຢ່າງໜຶ່ງກໍຄືໜັງສືພິມ, ໂດຍນຳໜັງສືພິມມາຍັດເຂົ້າໃນເກີບແລ້ວປະເອົາໄວ້ປະມານ 1 ຄືນ ເມື່ອເອົາໜັງສືກພິມອອກກໍຈະພົບວ່າກິ່ນອັບເຫຼົ່ານັ້ນຈະຫາຍໄປ.

 

ທີ່ມາ: ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...