Homeອຸບັດເຫດແລະປາກົດການຫຍໍ້ທໍ້ອັດຕະປື ມີຄະດີເກີດຂຶ້ນ 90 ເລື່ອງ

ອັດຕະປື ມີຄະດີເກີດຂຶ້ນ 90 ເລື່ອງ

Published on

ທ່ານ ປັນ­ຍາ ໄຊ​ຍະ​ແສງ ປະ­ທານ​ສານ​ປະ­ຊາ­ຊົນ ແຂວງ​ອັດ​ຕະ​ປື ໄດ້​ລາຍງານ​ສະ­ພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ພາ­ລະບົດ­ບາດ​ສິດ ແລະ​ໜ້າ­ທີ່​ຂອງ​ສານ​ໃນ 6 ເດືອນ​ຕົ້ນ​ປີ​ຕໍ່​ສື່​ມວນ​ຊົນ​ໃນ​ອາ­ທິດ​ທີ່​ຜ່ານ​ມາ​ວ່າ:
ໃນ 6 ເດືອນ​ຕົ້ນ​ປີ 2016 ນີ້ ໄດ້​ຮັບ​ສຳ­ນວນ​ຄະ­ດີ​ມາ​ພິ­ຈາ­ລະ­ນາ​ມີ​ທັງໝົດ 104 ເລື່ອງ ໃນ​ນີ້ ເປັນ​ຄະ­ດີ​ຂັ້ນ​ຕົ້ນ ທີ່​ເກີດໃໝ່ 98 ເລື່ອງ, ຄະ­ດີ​ຂັ້ນ​ອູ​ທອນ​ທີ່ສານ​ປະ­ຊາ­ຊົນ​ເຂດ​ຕັດ­ສິນ​ມາ​ກ່ອນ​ເເລ້ວ 6 ເລື່ອງ ໃນ​ຈຳ­ນວນ​ຄະ­ດີ​ທີ່​ເກີດຂຶ້ນ ດັ່ງ­ກ່າວ ເຈົ້າ​ໜ້າ­ທີ່​ສານ​ປະ­ຊາ­ຊົນ​ແຂວງ ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ນຳ­ພາ​ພະ­ນັກງານ​ວິ­ຊາ​ການ​ເອົາ­ໃຈ­ໃສ່​ແກ້​ໄຂ​ດ້ວຍຄວາມ​ຮັບ­ຜິດ­ຊອບ​ສູງສະ­ເພາະ​ຢູ່​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ແກ້​ໄຂ​ຄະ­ດີ​ໄດ້ 91 ເລື່ອງ, ຍັງ​ຄ້າງ ແລະ​ຍັງ​ສຶບ​ຕໍ່​ດຳ­ເນີນ​ຄະ­ດີ​ຢູ່ 13 ເລື່ອງຄະ­ດີ​ທີ່​ເກີດ​ຂຶ້ນ​ນີ້​ແມ່ນ​ມີ​ຫຼາຍ​ປະເພດ​ຄະ­ດີ​ເຊັ່ນ: ຄະ­ດີ​ອາ­ຍາ ເກີດ​ຂຶ້ນ​ທັງ ໝົດ 81 ເລື່ອງ, ແກ້​ໄຂ​ແລ້ວ 74 ເລື່ອງ, ຄະ­ດີ​ແພ່ງ​ເກີດ​ຂຶ້ນ​ທັງ​ໝົດ 11 ເລື່ອງ, ແກ້​ໄຂ​ແລ້ວ 8 ເລື່ອງ, ຄະ­ດີ​ຄອບ­ຄົວ​ເກີດຂຶ້ນ​ທັງ​ໝົດ 2 ເລື່ອງ, ແກ້​ໄຂ​ແລ້ວ 1 ເລື່ອງ, ຄະ­ດີ​ການ​ຄ້າເກີດ​ຂຶ້ນ​ທັງ​ໝົດ 3 ເລື່ອງ, ແກ້​ໄຂ​ແລ້ວ 2 ເລື່ອງ, ຄະ­ດີ​ເດັກເກີດ​ຂຶ້ນ​ທັງ​ໝົດ 7 ເລື່ອງ, ແກ້​ໄຂ​ແລ້ວ 6 ເລື່ອງ, ສະ­ເພາະ​ໃນ 6 ເດືອນ​ເທົ່າ​ນັ້ນ​ສາມາດ​ເກັບ​ພັນ­ທະ​ຄ່າ​ທຳ­ນຽມ​ສານ​ຕາມລະ­ບຽບ​ການ​ຕັດ­ສິນ​ເຂົ້າ​ງົບ­ປະ­ມານ ຂອງ​ສານ​ປະ­ຕິ­ບັດ​ໄດ້ 600 ລ້ານ​ກວ່າກີບ.

ຖ້າ​ທຽບ­ໃສ່ 6 ເດືອນ​ຕົ້ນ​ປີ​ຂອງ​ສົກ​ປີ 2014-Œ2015 ເຫັນ​ວ່າ­ການ​ແກ້​ໄຂ​ຄະ­ດີ​ຫຼື​ຄະ­ດີ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ອັດ​ຕະ​ປື​ໃນ​ປີ​ນີ້​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ 23 ເລື່ອງ​ເທົ່າ​ກັບ 35% ເພາະ­ວ່າ​ໃນ​ຕົ້ນ​ປີ 2014Œ-2015 ມີ​ຄະ­ດີ​ເກີດ​ຂຶ້ນ​ທັງ​ໝົດ 70 ເລື່ອງ​ ແລະໃນ​ສົກ​ປີ 2016 ມີ​ຄະ­ດີ​ເກີດ​ຂຶ້ນ 91 ເລື່ອງ ທ່ານໄດ້​ເວົ້າ​ຕື່ມ​ອີ​ກວ່າ: ຄະ­ດີ​ທີ່ເກີດ​ຂຶ້ນ​ຫຼາຍ​ກວ່າ​ໝູ່ ແມ່ນ​ຄະ­ດີ​ອາ­ຍາ ຊຶ່ງ​ເປັນ​ຄະ­ດີ​ກ່ຽວ​ກັບ​ການ​ຄ້າ­ຂາຍ​ຢາເສບ​ຕິດ​ສູງ​ເຖິງ 37 ເລື່ອງ ຕໍ່​ມາ​ແມ່ນ​ຄະດີ​ລັກ​ຊັບ ຊຶ່ງ​ເກີດ​ຢູ່ 16 ເລື່ອງ, ຄະ­ດີ​ແພ່ງສ່ວນ​ຫຼາຍ​ແມ່ນ​ເກີດ​ຈາກ​ການ​ກູ້​ຢືມ​ເປັນ­ຕົ້ນ​ແມ່ນ​ການ​ຫຼິ້ນ​ຫວຍ​ຂອງ​ປະ­ຊາ­ຊົນ, ຄະ­ດີ​ທີ່​ເກີດ​ຈາກ​ຂໍ້​ຂັດ​ແຍ່ງ​ທີ່​ດິນ​ພາ­ໃຫ້ເກີດ​ມີ​ຂໍ້​ຂັດ​ແຍ່ງ​ເຊິ່ງ​ກັນ ແລະ​ກັນ, ຄະ­ດີ​ຄອບ­ຄົວ​ສ່ວນ​ຫຼາຍ​ເປັນ​ຄະ­ດີ​ເກີດ​ຂຶ້ນ​ຈາກ​ສາຍ​ພົວ­ພັນ​ຄອບ­ຄົວ, ຄະ­ດີ​ການ​ຄ້າ​ສ່ວນ​ຫຼາຍ​ແມ່ນ​ເກີດ​ຈາກ​ການ​ບໍ່ປະ­ຕິ­ບັດຕາມ​ສັນ­ຍາ​ກູ້​ຢືມ ແລະ​ຄະ­ດີ​ເດັກ​ແມ່ນເກີດ​ຈາກ​ການ​ຄ້າ­ຂາຍ​ຢາ​ເສບ​ຕິດ ແລະ​ການ​ລັກ​ຊັບ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...