spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງປາກກະດິງ ຈັບຜູ້ຖືກຫາພ້ອມຢາບ້າ 198 ເມັດ

ປກສ ເມືອງປາກກະດິງ ຈັບຜູ້ຖືກຫາພ້ອມຢາບ້າ 198 ເມັດ

Published on

ເຈົ້າ​ໜ້າ­ທີ່​ກອງ​ບັນ­ຊາ​ການ ປກສ ເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິ​ຄຳໄຊ ໄດ້​ໃຫ້​ຮູ້​ວ່າ: 24 ພຶດ­ສະ­ພາ 2016 Œນີ້​ໄດ້​ຮັບ​ແຈ້ງ​ຈາກ​ພົນ­ລະ­ເມືອງ​ດີ​ວ່າ​ໄດ້​ມີ​ກຸ່ມ​ຄົນ​ບໍ່​ດີ​ເຄື່ອນ​ໄຫວ​ຄ້າ­ຂາຍ​ຢາ​ເສບຕິດ​ຢູ່​ເຂດ​ບ້ານ​ນາ​ບວຍ, ເມືອງ​ປາກ​ກະດິງ ຈາກ​ນັ້ນ​ເຈົ້າ​ໜ້າ­ທີ່​ວິ­ຊາ​ສະ­ເພາະ ປກສ ເມືອງ​ປາກ​ກະ­ດິງ ຈິ່ງ​ໄດ້​ລົງ​ສົມ­ທົບ​ກັບ ປກສ ກຸ່ມ 02 ທົ່ງ​ນາ​ມີ ເພື່ອ​ກວດ­ກາເຫັນ​ວ່າ​ແຫຼ່ງ​ຂ່າວ​ດັ່ງ­ກ່າວ​ແມ່ນ​ມີ​ຄວາມ​ຈິງ​ແທ້.

ຕົກ​ມາ​ຮອດ​ວັນ​ທີ 26 ພຶດ­ສະ­ພາ ເຈົ້າ​ໜ້າ­ທີ່ ປກສ ເມືອງ​ປາກ​ກະ­ດິງ​ໄດ້ວາງ​ກຳ­ລັງ​ຕິດ­ຕາມ​ເປົ້າ​ໝາຍເຫັນ​ວ່າ ກຳ­ລັງ​ມີ​ການ­ຈຳ­ໜ່າຍ​ຢາ​ບ້າ​ຢູ່, ຈິ່ງ​ໄດ້ເຂົ້າ​ຈັບ​ຕົວ​ຜູ້​ຖືກ​ຫາ​ໄດ້ 1 ຄົນ ຄື: ນາງ ເຊຍ​ເຮີ່ ອາ­ຍຸ 26 ປີ ຢູ່​ບ້ານ​ທົ່ງ​ນາ​ມີ ເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິ​ຄຳ​ໄຊ. ພ້ອມ​ດ້ວຍ​ຂອງ​ກາງ​ຢາ​ບ້າຈຳ­ນວນ 198 ເມັດ ຜ່ານ​ການ​ສືບ­ສວນ​ຂອງ​ເຈົ້າໜ້າ­ທີ່​ຜູ້­ກ່ຽວ​ໄດ້​ຮັບ​ສາ­ລະ­ພາບ​ວ່າ​ຢາເສບ​ຕິດ​ດັ່ງ­ກ່າວ​ແມ່ນ​ເປັນ​ຂອງ​ຕົນ​ແທ້ ຊຶ່ງ​ຕົນ​ແມ່ນ​ໄດ້​ພົວ­ພັນ​ເສບ​ຢາ​ບ້າ​ມາ​ດົນແລ້ວ ຕົນ​ຈີ່ງ​ມີ​ແນວ​ຄິດ​ຢາກ​ຄ້າ­ຂາຍ​ຢາເສບ​ຕິດ​ແລ້ວ​ຕັດ­ສິນ​ໃຈ​ຕົກ­ລົງ​ຮັບ​ຢາບ້າ​ນຳ​ຜູ້​ຮ່ວມ​ຂະ​ບວນ​ການ ຈຳ­ນວນ 1 ຖົງ​ເທົ່າ​ກັບ 202 ເມັດ, ຕົນ​ໄດ້​ຂາຍ​ໄປແລ້ວ 4 ເມັດ ຍັງ​ເຫຼືອ 198 ເມັດ ໃນ​ເວລາ​ຕໍ່​ມາ​ຈືງ​ຖືກ​ເຈົ້າ​ໜ້າ­ທີ່​ເຂົ້າ​ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ.

ຕໍ່​ກັບ​ຄະ­ດີ​ດັ່ງ­ກ່າວ ເຈົ້າ​ໜ້າ­ທີ່​ໜ່ວຍງານ​ສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ ປກສ ເມືອງ​ປາກ​ກະ­ດິງ ໃຫ້​ຮູ້​ຕື່ມ​ວ່າ: ປະ­ຈຸ​ບັນ​ໄດ້​ສົ່ງ​ຕົວ​ຜູ້​ຖືກ​ຫາ​ໃຫ້​ເຈົ້າ​ໜ້າ­ທີ່ ພະ​ແນກຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ​ຕ້ານຢາ​ເສບ​ຕິດ ປກສ ແຂວງ ດຳ­ເນີນ​ຄະ­ດີ​ເພື່ອ​ສົ່ງ​ສຳ­ນວນ​ໃຫ້​ອົງ­ການ​ໄອ​ຍາ​ການປະ­ຊາ­ຊົນ ແຂວງບໍ​ລິ​ຄຳ​ໄຊ ສະ­ຫຼຸບ​ຟ້ອງສານ​ຕັດ­ສິນ​ຕໍ່​ຜູ້­ກ່ຽວ​ຕາມ​ລະ­ບຽບ​ກົດໝາຍ, ສ່ວນ​ພັກ​ພວກ​ທີ່​ຮ່ວມ​ຂະ​ບວນການ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ປາກ​ກະ­ດິງ ໄດ້​ສືບ­ຕໍ່​ສົມ­ທົບ​ກັບ​ເຈົ້າ​ໜ້າ­ທີ່​ພາກ­ສ່ວນ​ກ່ຽວ­ຂ້ອງ​ເລັ່ງ​ຕິດ­ຕາມ​ນຳ​ຕົວ​ພວກ​ກ່ຽວ​ເພື່ອ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ​ຢ່າງເຂັ້ມ​ງວດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...