Homeຂ່າວພາຍ​ໃນຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຄູນຄຳ ຈັດພິທີທຳລາຍສິນຄ້າເກືອດຫ້າມ ແລະ ໝົດອາຍຸ

ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຄູນຄຳ ຈັດພິທີທຳລາຍສິນຄ້າເກືອດຫ້າມ ແລະ ໝົດອາຍຸ

Published on

ໃນຕອນເຊົ້າຂອງວັນທີ 05 ພຶດສະພາ 2016 ຜ່ານມາ ທີ່ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຄູນຄໍາ ແຂວງຄໍາມ່ວນ ໄດ້ມີພິທີທຳລາຍສິນຄ້າເກືອດຫ້າມ ແລະ ສິນຄ້າໝົດອາຍຸ ທີ່ສະໂມສອນຫ້ອງວ່າການເມືອງດັ່ງກ່າວ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຍົນຄຳ ປາມະນີວົງ ປະທານແນວລາວສ້າງຊາດເມືອງ ທ່ານນາງ ແຕງອ່ອນ ລິນສົມພູ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ມີບັນດາຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 32 ຄົນ.

ທ່ານ ປັດສະຍາ ພຸດທະຍອດຟ້າ ຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຄູນຄໍາ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂອງຄະນະກຳມະການ ທີມງານກວດກາ-ຄຸ້ມຄອງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ປະກອບມີພາກສ່ວນທີ່ກ່ຽວຂ້ອງຄື ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ປກສ ເມືອງ ຫ້ອງການສາທາລະນະສຸກ ຫ້ອງການອຸດສາຫະກຳ ແລະ ການຄ້າ ຫ້ອງການກະສິກໍາ ແລະ ປ່າໄມ້ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍອຳນາດການປົກຄອງ 32 ບ້ານ ທົ່ວເມືອງຄູນຄຳ ຜ່ານການລົງກວດກາໂຕຈິງແມ່ນໄດ້ກວດພົບສິນຄ້າເກືອດຫ້າມຕາມຫ້າງຮ້ານຂອງຊາວຈີນ ແລະ ຫວຽດນາມ ທີ່ຂາຍເຄື່ອງອຸປະກອນທົ່ວໄປ ເຄື່ອງອາໄຫຼ່ຕ່າງໆ ໃນ 4 ເຂດ ທົ່ວມືອງ ມີຈຳນວນ 12 ຮ້ານ ພ້ອມທັງຍຶດ ແລະ ເຮັດບົດບັນທຶກຕັກເຕືອນ ເຊິ່ງມີຈັກສະຕິນ 5 ເຄື່ອງ ເສື້ອສູບ 25 ອັນ ສາຍດຶງ 25 ອັນ ທໍ່ຄວັນລົດ 18 ອັນ ກະບິວ ຽ່ແລະ ປ້ຳລີນ ຢ່າງລະ 4 ອັນ ຊີດີໄອ 3 ອັນ ສະເຕີ ແລະ ຫົວຄັນເລັ່ງ ຢ່າງລະ 5 ອັນ ໝໍ້ຊ໋ອດນ້ອຍ 6 ໜ່ວຍ ໝໍ້ຊ໋ອດກາງ 1 ໜ່ວຍ ໝໍ້ຊ໋ອດໃຫຽ່ 3 ໜ່ວຍ ຮວມ 14 ລາຍການ ຮວມມູນຄ່າເຄື່ອງທີ່ຍຶດມາໄດ້ທັງໝົດ 7.900.000 ກີບ ພ້ອມກັນນັ້ນ ກໍໄດ້ລົງກວດສິນຄ້າປອມແປງ ແລະ ສິນຄ້າໝົດອາຍຸ ຕາມຮ້ານຂາຍເຄື່ອງສົ່ງ ແລະ ຍ່ອຍ ໃນທົ່ວເມືອງມີ 97 ຮ້ານ ກວດພົບສິນຄ້າໝົດອາຍຸ ພ້ອມທັງຍຶດໃນຈຳນວນ 41 ຮ້ານ ມີ 101 ລາຍການ ເຊິ່ງມີປະເພດນ້ຳຫວານ 33 ລາຍການ ປະເພດນົມ 14 ລາຍການ ເຂົ້າໜົມ 25 ລາຍການ ເຄື່ອງປຸງແຕ່ງ 8 ລາຍການ ໝີ່ສຳເລັດຮູບ 4 ລາຍການ ແລະ ເຄື່ອງສຳອາງ 17 ລາຍການ ຮວມມູນຄ່າທັງໝົດ 15.710.000 ກີບ.

ຂ່າວ/ພາບ: ພອນສະຫວັນ (ວິທະຍຸ-ໂທລະພາບນະຄອນຫຼວງ)

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...