spot_img
Homeມູມໄອທີລາວເມື່ອ Huawei ມີເມສຊີ ທາງ ZTE ກໍມີໂຣນັນໂດ! ພ້ອມກັບການເປີດໂຕ Nubia Z11 Max ຢ່າງເປັນທາງການ

ເມື່ອ Huawei ມີເມສຊີ ທາງ ZTE ກໍມີໂຣນັນໂດ! ພ້ອມກັບການເປີດໂຕ Nubia Z11 Max ຢ່າງເປັນທາງການ

Published on

ຫຼັງຈາກທີ່ອາທິດກ່ອນນີ້ມີຂ່າວລືຕ່າງໆນາໆກ່ຽວກັບສະມາດໂຟນໃໝ່ຈາກບໍລິສັດ ZTE, ໃນມື້ນີ້ເອງສະມາດໂຟນດັ່ງກ່າວກໍເຜີຍໂສມອອກມາແລ້ວ ໃນນາມວ່າ Nubia Z11 Max. ສຳລັບໂຕເຄື່ອງນັ້ນມີໜ້າຈໍຂະໜາດ 6 ນິ້ວ ດ້ວຍຄວາມບາງ 1.32 ມມ ແລະສິ່ງທີ່ເດັ່ນຄືສັດສ່ວນຂອງໜ້າຈໍທີ່ກວມເອົາໂຕເຄື່ອງສະເລ່ຍເປັນ 83.27%. ຈໍສະແດງຜົນແມ່ນໃຊ້ຈໍ Super AMOLED, ຄວາມລະອຽດ FullHD (1920 x 1080 ພິກເຊວ) ແລະປົກປ້ອງດ້ວຍ Gorilla Glass 3.

image

ໃນດ້ານຂອງຮາດແວຣ໌ພາຍໃນກໍມີໃຊ້ງານຊິບປະມວນຜົນ Snapdragon 652 ຄວາມແຮງທີ່ 1.8GHz ພ້ອມກັບ GPU Adreno 510. ພື້ນທີ່ຈັດເກັບໃຫ້ມາ 64GB (eMMC 5.0), RAM 4GB, ຮອງຮັບ MicroSD ສູງສຸດ 200 GB. ນອກນີ້ຍັງຮອງຮັບການໃຊ້ງານ 4G ທັງ 2 ຊິມພ້ອມກັບ VoLTE. ອີກທັງຍັງມາພ້ອມກັບຊິບສຽງຄຸນນະພາບດີອັນດັບຕົ້ນໆໃນຕະຫຼາດແບບຊິບສຽງ Hi-Fi ແລະ ມາພ້ອມລະບົບສະແກນລາຍນິ້ວມືທີ່ດ້ານຫຼັງໂຕເຄື່ອງ. ແບັດເຕີຣີໃຫ້ມາ 4000 mAh ພ້ອມເທັກໂນໂລຢີ Nubia NeoPower 2.0.

image

ສຳລັບກ້ອງຫຼັງແມ່ນຕິດຕັ້ງມາ 16 ລ້ານພິກເຊວ ໂດຍໃຊ້ເຊັນເຊີ້ Sony IMX298 ມາພ້ອມກັບ ລະບົບກວດຈັບໂຟກັດອັດຕະໂນມັດ, ຄ່າຮູຮັບແສງ f/2.0 ແລະເລນ 6P. ກ້ອງໜ້າໃຫ້ມາ 8 ລ້ານພິກເຊວ 1.4um ພ້ອມກັບຮອງຮັບລູກຫຼິ້ນການຊົດເຊີຍແສງ. ນອກຈາກນີ້ທາງບໍລິສັດຍັງໄດ້ໃຊ້ຊ໋ອບແວຣ໌ NeoVision 5.9 ກັບກ້ອງຂອງໂຕເອງ ໂດຍສາມາດປ້ອງກັນພາບສັ່ນໄຫວໄດ້ດີ, ຫຼຸດຜ່ອນ 3D Noise (ຈະມີປະໂຫຍດໃນບ່ອນທີ່ມີແສງໜ້ອຍ), ນອກນີ້ຍັງມີເທັກໂນໂລຢີີການແຍກພິກເຊວ DTI ແລະ ເທັກໂນໂລຢີ LTM ສຳລັບການຄວບຄຸມພື້ນທີ່ທີ່ມີສີ. ອີກໜຶ່ງຄຸນສົມບັດກໍຄືເວລາທີ່ກຳລັງວີດີໂອຄໍຍັງສາມາດປັບປ່ຽນຟິວເຕີໄດ້ອີກ.

image

ສຳລັບ Nubia Z11 Max ແມ່ນໃຊ້ງານລະບົບ Android 5.1 Lollipop ທັບດ້ວຍ Nubia 3.9.9 UI. ລາຄາຂອງໂຕເຄື່ອງແມ່ນ 1999 ຢວນ (2.465.000 ກີບ) ແລະຈະເລີ່ມຂາຍໃນວັນທີ 16 ມິຖຸນານີ້ ທີ່ປະເທດຈີນ. ໂດຍມີທັງໝົດ 3 ສີໄດ້ແກ່: ສີດຳ, ສີເທົາ ແລະສີຂາວ. ນອກນີ້ກໍຍັງມີສີເງິນ ແຕ່ຈະມີສະເພາະປະເທດຈີນເທົ່ານັ້ນ.

image

ສຳລັບສິ່ງທີ່ພິເສດກວ່າໝູ່ກໍຄື Nubia Z11 Max ແມ່ນມີພຣີເຊັນເຕີເປັນນັກເຕະບານຊື່ດັງແບບ Cristiano Ronaldo ມາປະຈຳຢູ່ແບຣ໌ນອີກນຳ ແລະຍັງມີເຄື່ອງລຸ້ນພິເສດສຳລັບ Nubia Z11 Max ທີ່ມີລາຍເຊັນຂອງ C. Ronaldo ທີ່ດ້ານຫຼັງໂຕເຄື່ອງ. ນອກນີ້ກໍຍັງມີຮູບພາບຂອງ C. Ronaldo ລວມໄປເຖິງຂອງຂວັນພິເສດອື່ນໆອີກນຳ. ທັງໝົດນີ້ລາຄາ 2299 ຢວນ (2.835.000 ກີບ) ແລະຈະເລີ່ມຂາຍໃນວັນທີ 18 ມິຖຸນານີ້.

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...