spot_img
Homeມູມໄອທີລາວສົມເດດ ຜູ້ນຳເອົາແນວຄິດລະບົບຕິດຕາມ ແລະ ຄວບຄຸມອຸປະກອນໄຟຟ້າທາງໄກຜ່ານມືຖື ແບບ SMS ມານຳໃຊ້ໃຫ້ເກີດປະໂຫຍດ!

ສົມເດດ ຜູ້ນຳເອົາແນວຄິດລະບົບຕິດຕາມ ແລະ ຄວບຄຸມອຸປະກອນໄຟຟ້າທາງໄກຜ່ານມືຖື ແບບ SMS ມານຳໃຊ້ໃຫ້ເກີດປະໂຫຍດ!

Published on

ທ້າວ ສົມເດດ ກຳລັງສຶກສາຢູ່ຄະນະອີເລັກໂທຣນິກໂທລະຄົມ-ມະນາຄົມການບິນ (ນັກສຶກສາລາວ) ໄດ້ມີແນວຄວາມຄິດນຳເອົາລະບົບຕິດຕາມແລະຄວບຄຸມອຸປະກອນໄຟຟ້າທາງໄກຜ່ານ SMS ມືຖື ເຊິ່ງເປັນແນວຄວາມຄິດທີ່ດີເພື່ອຄວບຄຸມອຸປະກອນໄຟຟ້າໃນເຮືອນຂອງເຮົາ ໂດຍໃຊ້ໂທລະສັບຄວບຄຸມ ແລະ ບັງຄັບໃຫ້ເຄື່ອງໃຊ້ໄຟຟ້າໃນເຮືອນທ່ານໃຫ້ເປີດ-ປິດຕາມທີ່ທ່ານຕ້ອງການ ນີ້ເປັນສຸດຍອດສິ່ງປະດິດອີກອັນໜຶ່ງຂອງຄົນລາວ ທີ່ຈະຊ່ວຍປ້ອງກັນອັກຄີໄພເຫດເກີດຈາກໄຟຟ້າລັດວົງຈອນ ເນື່ອງຈາກລືມມອດເຄື່ອງໃຊ້ໄຟຟ້າໃນເຮືອນ ແລະ ຍັງສະດວກໃນເວລາທີ່ທ່ານອອກໄປນອກເຮືອນແລ້ວບໍ່ຈຳເປັນຕ້ອງຂັບລົດກັບມາເຮືອນເພື່ອກັບມາມອດເຄື່ອງໃຊ້ໄຟຟ້າທີ່ທ່ານລືມມອດໄວ້ອີກດ້ວຍ ແຖມຍັງຊ່ວຍເຮົາປະຢັດຄ່າໄຟໄດ້ອີກດ້ວຍ.

ວິດີໂອດັ່ງກ່າວໄດ້ຖືກເຜີຍແຜ່ທີ່ ເຟສບຸກ Shineday Skyline ໃນວັນທີ 6 ມິຖຸນາ 2016ທີ່ຜ່ານມານີ້ ເຊິ່ງໃນວິດີໂອຈະອະທິບາຍລາຍລະອຽດຄຸນປະໂຫຍດ ແລະ ວິທີການນຳໃຊ້ຕ່າງໆ ເຮົາມາເບິ່ງພ້ອມໆກັນເລີຍ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...