spot_img
Homeຂ່າວຕ່າງປະເທດຈີນຮົງກົງກຳຈັດໄກ່ 4.500 ໂຕ ຫຼັງພົບ H7N9 ໃນຕະຫຼາດຄ້າສົ່ງ

ຈີນຮົງກົງກຳຈັດໄກ່ 4.500 ໂຕ ຫຼັງພົບ H7N9 ໃນຕະຫຼາດຄ້າສົ່ງ

Published on

ຈີນຮົງກົງກຳຈັດໄກ່ 4.500 ໂຕ ໃນຕະຫຼາດຄ້າສົ່ງແຫ່ງໜຶ່ງ ທາງຕອນກາງຂອງຈີນຮົງກົງໃນເຊົ້າມື້ນີ້ ຫຼັງຈາກສຸ່ມກວດພົບເຊື່ອໄວຣັສ  H7N9 ທີ່ສາມາດຕິດຕໍ່ສູ່ຄົນໄດ້.

ເຈົ້າໜ້າທີ່ໃສ່ຊຸດປ້ອງກັນສານອັນຕະລາຍແບບເຕັມຕົວ ແລະ ໜ້າກາກນຳໄກ່ມີຊີວິດຖິ້ມລົງໃນຖັງພລາສຕິກ ຈາກນັ້ນ ອັດກ໊າດຄາບອນໄດອ໊ອກໄຊລົງໄປເພື່ອໃຫ້ໄກ່ຕາຍ ຫຼັງຈາກທີ່ໄດ້ປະກາດຫ້າມຊື້ຂາຍໄກ່ມີຊີວິດເປັນການຊົ່ວຄາວຕັ້ງແຕ່ວັນເສົາ ເນື່ອງຈາກພົບເຊື້ອ H7N9 ໃນຕົວຢ່າງອາຈົມໄກ່ທີ່ເກັບມາຈາກຕະຫຼາດທາງຝັ່ງຕາເວັນຕົກຂອງຈີນຮົງກົງ.

ຈີນຮົງກົງເຝົ້າລະວັງເລື່ອງເຊື້ອໄວຣັສແພ່ລະບາດຫຼາຍເປັນພິເສດຕັ້ງແຕ່ໄວຣັສໂລກທາງເດີນຫາຍໃຈກະທັນຫັນຮຸນແຮງ (ຊາສ) ລະບາດທົ່ວເມືອງໃນປີ 2003 ມີຜູ້ເສຍຊີວິດ 299 ຄົນ ຈາກຈຳນວນຜູ້ຕິດເຊື້ອທັງໝົດ 1.800 ຄົນ ໂດຍສະເພາະຊ່ວງ 2 ປີກ່ອນທີ່ມີການກຳຈັດສັດປີກໃນຈີນຮົງກົງຫຼາຍເຖິງ 20.000 ໂຕ ເພາະກະແສຄວາມຢ້ານເລື່ອງໄຂ້ຫວັດສັດປີກ ເຈົ້າໜ້າທີ່ກັງວົນເຊື້ອໄວຣັສ H7N9 ຫຼາຍເປັນພິເສດເນື່ອງຈາກບໍ່ເຮັດໄດ້ສັດປີຕາຍ ຫຼື ສະແດງອາການ ເຮັດໃຫ້ເຊື້ອສາມາດແພ່ລະບາດໂດຍບໍ່ທັນຮູ້ຕົວ ແລະ ຕິດເຊື້ອໄປສູ່ຄົນທີ່ສຳຜັດສັດປີກຕິດເຊື້ອທັງມີຊີວິດ ແລະ ຊາກສັດທີ່ຕາຍແລ້ວ ມີຄົນຕິດເຊື້ອນີ້ເປັນຄັ້ງທຳອິດໃນຈີນເມື່ອປີ 2013 ຜູ້ຕິດເຊື້ອອາດເຈັບເປັນໜັກດ້ວຍລະບົບທາງເດີນຫາຍໃຈຈົນເຖິງຂັ້ນເສຍຊີວິດໄດ້.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...