spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຫວ້ານຫາງແຂ້ຊ່ວຍແກ້ບັນຫາສຸຂະພາບໄດ້ຫຼາຍກວ່າທີ່ທ່ານຄິດ.

ຫວ້ານຫາງແຂ້ຊ່ວຍແກ້ບັນຫາສຸຂະພາບໄດ້ຫຼາຍກວ່າທີ່ທ່ານຄິດ.

Published on

ຫວ້ານຫາງແຂ້ເປັນຢາພື້ນເມືອງລາວທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດບໍ່ແພ້ຢາພື້ນເມືອງຊະນິດອື່ນ ເພາະມີຄຸນສົມ ບັດຫຼາຍດ້ານທີ່ສາມາດນຳມາໃຊ້ທັງບຳລຸງ ແລະ ປິ່ນປົວຜິວໜັງ ລວມທັງສາມາດຮັບປະທານເປັນຢາບຳບັດອາການພາຍໃນຮ່າງກາຍໄດ້ດ້ວຍ. ໃນມື້ນີ້ເຮົາຈຶ່ງບໍ່ລໍຊ້າທີ່ຈະມາຊວນໃຫ້ທ່ານໄດ້ເບິ່ງສັບພະຄຸນຫວ້ານຫາງແຂ້ກັນ ເພື່ອເທື່ອໜ້າຈະໄດ້ເອົາຫວ້ານຫາງແຂ້ມາໄວ້ປູກຕິດເຮືອນເພື່ອໃຊ້ປະໂຫຍດຂອງມັນໃຫ້ຫຼາຍຂຶ້ນ.

ສັບພະຄຸນຫວ້ານຫາງແຂ້ເພື່ອແກ້ບັນຫາສຸກຂະພາບ:
1. ໃຊ້ກິນເປັນຢາຖ່າຍ: ໃຜທີ່ມີບັນຫາຖ່າຍບໍ່ອອກ ຫຼື ຖ່າຍລຳບາກເນື່ອງຈາກລະບົບຂັບຖ່າຍມີບັນຫາສາມາດກິນຫວ້ານຫາງແຂ້ແທນຢາຖ່າຍໄດ້ເລີຍງ່າຍໆ ໂດຍໃຫ້ຕັດເອົາຫວ້ານຫາງແຂ້ພັນທີ່ໃບໃຫຍ່ ແລະ ມີນ້ຳຢາງສີເຫຼືອງໃນປະລິມານຫຼາຍ ເຊິ່ງສັງເກດຈາກຕົ້ນຫວ້ານຫາງແຂ້ທີ່ມີອາຍຸປະມານ 9 ເດືອນເປັນຕົ້ນໄປ. ຈາກນັ້ນ, ຕົ່ງເອົານ້ຳຢາງທີ່ໄຫຼມາຈາກໃບໄປຄ່ຽວໃຫ້ຂົ້ນແລ້ວນຳມາເທລົງໄປໃສ່ພິມຂະໜາດນ້ອຍເພື່ອໃຫ້ກາຍເປັນກ້ອນແຂງໆ ແລະ ນຳມາກິນເປັນຢາຕໍ່ໄປ ເມັດຢາຈະມີລັກສະນະສີແດງອົມນ້ຳຕານຈົນເຖິງສີດຳ ຫຼື ຈະເອີ້ນວ່າ: ຢາດຳ ກໍ່ໄດ້.

ວິທີຮັບປະທານໃຫ້ກິນເທື່ອລະປະມານ 0.25 ກຣາມ (250 ມິນລິກຣາມ) ເຊິ່ງເປັນຂະໜາດເໝາະສົມກັບການກິນເປັນຢາຖ່າຍ ແຕ່ຢ່າງໃດກໍ່ຕາມຖ້າໃຜຕ້ອງການກິນແບບສົດໆ ກໍໃຫ້ຕັດສ່ວນທີ່ເປັນວຸ້ນ ຫຼື ເນື້ອມັນແບ່ງອອກໃຫ້ໄດ້ຂະໜາດ 3-4 ເຊັນຕິແມັດແລ້ວນຳມາລ້າງນ້ຳຈົນສະອາດ. ຈາກນັ້ນ, ແບ່ງຮັບປະທານມື້ລະ 3 ເທື່ອຫຼັງອາຫານພຽງເທົ່ານີ້ກໍຈະຊ່ວຍແກ້ບັນຫາການຂັບຖ່າຍລຳບາກໃຫ້ຄ່ອງຕົວຫຼາຍຂຶ້ນໄດ້ແລ້ວ.

2. ປິ່ນປົວກະເພາະ ແລະ ລຳໄສ້ອັກເສບ: ໃຫ້ປອກເປືອກຫວ້ານຫາງແຂ້ອອກ ຈາກນັ້ນນຳເອົາວຸ້ນໃສໆໄປລ້າງນ້ຳຈົນສະອາດແລ້ວຊອຍຕ່ອນນ້ອຍໆຮັບປະທານມື້ລະ 2 ເທື່ອໆລະ 2 ບ່ວງແກງ ພຽງເທົ່ານີ້ກໍ່ຈະຊ່ວຍບັນເທົາອາການອັກເສບກ່ຽວກັບພະຍາດໃນທາງເດີນອາຫານໄດ້.

3. ບັນເທົາອາການປວດຂໍ້: ພຽງແຕ່ນຳເອົາເນື້ອວຸ້ນ ຫຼື ນໍ້າວຸ້ນກໍໄດ້ມາປັ່ນເປັນນ້ຳຫວ້ານຫາງແຂ້ດື່ມເປັນປະຈຳ ສັບພະຄຸນຫວ້ານດັ່ງກ່າວກໍຈະຊ່ວຍບັນເທົາອາການປວດຕາມຂໍ້ຕ່າງໆລົງໄດ້ດີເຊັ່ນກັນ.

4. ປິ່ນປົວ ແລະ ປ້ອງກັນພະຍາດເບົາຫວານ: ຫວ້ານຫາງແຂ້ສາມາດກິນເພື່ອບຳບັດ ຫຼື ປິ່ນປົວອາການຂອງພະຍາດເບົາຫວານໃນໄລຍະເລີ່ມຕົ້ນໃຫ້ທຸເລົາລົງໄດ້ ໂດຍຕັດຫວ້ານຫາງແຂ້ທີ່ມີຄວາມຍາວປະມານ 3-4 ເຊັນຕິແມັດມາຮັບປະທານເປັນປະຈຳທຸກມື້ ຫຼື ອາດຈະນຳມາປັ່ນເປັນນ້ຳຫວ້ານຫາງແຂ້ແທນກໍໄດ້ເຊັ່ນກັນ ສຳລັບຄົົນທີ່ຕ້ອງການກິນເພື່ອປ້ອງກັນເບົາຫວານກໍຄວນກິນໃນປະລິມານທີ່ນ້ອຍລົງກວ່າທີ່ແນະນຳໄປ.

5. ປ້ອງກັນ ແລະ ບັນເທົາອາການເມົາລົດເມົາເຮືອ: ສຳລັບຄົົນທີ່ມັກມີອາການເມົາລົດເມົາເຮືອເປັນປະຈຳ ໂດຍການກິນປ້ອງກັນອາການນັ້ນພຽງແຕ່ທ່ານກິນວຸ້ນຫວ້ານຫາງແຂ້ ຫຼື ດື່ມນ້ຳຫວ້ານຫາງແຂ້ກໍໄດ້ອາການເມົາກໍຈະເກີດຂຶ້ນນ້ອຍລົງ ແຕ່ຖ້າມີອາການເມົາລົດເມົາເຮືອແລ້ວແນະນຳໃຫ້ຫານ້ຳຫວ້ານຫາງແຂ້ເຢັນໆມາດື່ມໃຫ້ສົດຊື່ນໃຈພ້ອມກັບນັ່ງພັກຜ່ອນຄາຍຈັກໜ້ອຍ ອາການດັ່ງກ່າວກໍຈະດີຂຶ້ນ.

 

ຮຽບຮຽງໂດຍ: ນຸ້ມນິ້ມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...