spot_img
Home​ຂ່າວທ່ອງທ່ຽວແນວຄວາມຄິດໃນການພັດທະນາສວນຊາ 400 ປີ ໃຫ້ເປັນແຫຼ່ງທ່ອງທ່ຽວ.

ແນວຄວາມຄິດໃນການພັດທະນາສວນຊາ 400 ປີ ໃຫ້ເປັນແຫຼ່ງທ່ອງທ່ຽວ.

Published on

ວິໄສທັດ ການພັດທະນາສວນຊາ 400 ປີ ໃຫ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດ ຕິດພັນກັບ ວັດທະນະທຳຂອງຊົນເຜົ່າ ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວທົ່ວໂລກ, ພັດທະນາສິ່ງອຳນວຍຄວາມສະດວກ ເພື່ອຕອບສະໜອງໄດ້ຄວາມຕ້ອງການຂອງນັກທ່ອງທ່ຽວ, ພັດທະນາກິດຈະກຳການທ່ອງທ່ຽວໃນສວນຊາໃນຮູບແບບການທ່ອງທ່ຽວກະສິກຳຄົບວົງຈອນ ເພີ້ມທະວີ ການໂຄສະນາເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວຊົມ ແລະ ນຳໃຊ້ການບໍລິການຂອງປະຊາຊົນໃນທ້ອງຖິ່ນ.

379.1

ເປົ້າໝາຍພັດທະນາສວນຊາ 400 ປີ ໃຫ້ເປັນສະຖານທີ່ທ່ອງທ່ຽວກະສິກຳທີ່ມີຊື່ສຽງ ທີ່ມີການບໍລິການດ້ານກິດຈະກຳການທ່ອງທ່ຽວທີ່ຫຼາກຫຼາຍ, ມີຊື່ສຽງໃນການຜະລິດ, ການແປຮູບຊາ ພື້ນເມືອງ ໂດຍໃຊ້ສັນຍາລັກຊາ 400 ປີ, ສ້າງສວນຊາ 400 ປີ ໃຫ້ເປັນຈຸດໝາຍປາຍທາງວົງຈອນ ເສັ້ນທາງທ່ອງທ່ຽວ ເຊື່ອມຕໍ່ການທ່ອງທ່ຽວຂອງປະເທດອານຸພາກພື້ນແມ່ນ້ຳຂອງ Tea caravall trail ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ, ສ້າງອາຊີບ ແລະ ລາຍໄດ້ເພີ້ມໃຫ້ປະຊາຊົນໃນທ້ອງຖິ່ນ ເຮັດໃຫ້ສວນຊາ 400 ປີ ການເປັນແຫຼ່ງທ່ອງທ່ຽວ ກະສະກຳຕົວແບບທີ່ມີຄວາມຍືນຍົງໃນ ສປປ ລາວ.

ຈຸດປະສົງ ເພື່ອເຮັດໃຫ້ສວນຊາ 400 ປີ ໄດ້ຮັບການພັດທະນາການທ່ອງທ່ຽວກະສິກຳ ແບບຄົບວົງຈອນ, ມີເສັ້ນທາງເຂົ້າເຖິງຢ່າງສະດວກ, ມີສິ່ງອຳນວຍຄວາມສະດວກພາຍໃນບໍລິເວນ ບ້ານກໍແມນ, ສວນຊາ 400 ປີ ເພື່ອຮອງຮັບນັກທ່ອງທ່ຽວ, ພັດທະນາຖັກສະ, ສີມືໃນການປຸງແຕ່ງຊາ ສົ່ງເສີມໃຫ້ປະຊາຊົນບ້ານກໍແມນ ແລະ ບ້ານໃກ້ຄຽງໃຫ້ມີສ່ວນຮ່ວມ ໃນການບໍລິການນັກທ່ອງທ່ຽວ ເຮັດໃຫ້ຊຸມຊົນມີຄວາມເຂັ້ມແຂງທາງດ້ານວິຊາການໃນການປູກຊາ, ປຸງແຕ່ງຜະລິດຕະພັນຊາ ແລະ ນຳໃຊ້ທ່າແຮງຂອງສວນຊາ 400 ປີ ໃນການສ້າງກິດຈະກຳການທ່ອງທ່ຽວປະກອບສ່ວນເຂົ້າໃນການສ້າງ ເສດຖະກິດ – ສັງຄົມ ຂອງແຂວງຜົ້ງສາລີ.

ຂໍ້ມູນຈາກ ກົມພັດທະນາການທ່ອງທ່ຽວ.

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...