spot_img
Home​ຂ່າວບັນເທິງເບິ້ນ ອາສະຫຍາມ ບໍ່ໄດ້ຟ້ອງ ຈຸ່ນປະສານມິດ ຕາມທີ່ຕົກເປັນຂ່າວ!

ເບິ້ນ ອາສະຫຍາມ ບໍ່ໄດ້ຟ້ອງ ຈຸ່ນປະສານມິດ ຕາມທີ່ຕົກເປັນຂ່າວ!

Published on

ພາຍຫຼັງທີ່ກະແສຂ່າວຈາກສຳນັກສື່ອອນລາຍຕ່າງໆ ລຸມກະໜ່ຳຂ່າວວ່າ ຈຸ່ນປະສານມິດ ຖືກ ເບີ້ນ ອາສະຫຍາມຟ້ອງ ເລື່ອງກັອບປີເນື້ອຮ້ອງທຳນອງເພງ: ເຟສກໍຫາຍລາຍກໍງຽບ ມາເປັນເພງ: ອອນລາຍຄົນຫຼາຍໃຈ ດັງກະຫື່ມທົ່ວສັງຄົມທັງໄທແລະລາວ ທີ່ໃຊ້ພາສາດຽວກັນ ແຟນເພງຕ່າງຝ່າຍຊະນ້ຳລາຍໃສ່ກັນໂດຍບໍ່ຮູ້ແຈ້ງເຖິງເລື່ອງຈິງວ່າມີທີ່ໄປທີ່ມາຈັ່ງໃດກັນແທ້.

ວ່າຊິບໍ່ຂຽນຂ່າວນີ້ແລ້ວ ແຕ່ເບິ່ງບັນຫາຄືວ່າ ຍັງບໍ່ມີທີ່ສິ້ນສຸດ ມື້ນີ້, ນັກຂ່າວລາວໂພສພວກເຮົາ ໄດ້ສຳພາດອ້າຍ ຈຸ່ນປະສານມິດ ຜູ້ຕົກເປັນຂ່າວ ເຖິງເລື່ອງລາວທີ່ກຳລັງໂດ່ງດັງມາບອກ.

ຈຸ່ນປະສານມິດໄດ້ເປີດໃຈສັ້ນໆ ກັບທີມຂ່າວພວກເຮົາວ່າ: ພາຍຫຼັງທີ່ຕົນເອງໄດ້ເຜີຍແພ່ວິດີໂອເພງ: ອອນລາຍຄົນຫຼາຍໃຈອອກໄປ ກໍໄດ້ຮັບການຕອບຮັບຈາກສັງຄົມເກີນຄາດ. ຕໍ່ມາບໍ່ດົນກໍໄດ້ຮັບສຽງສົ່ງຂ່າວ ສອບຖາມມາຈາກທາງສັງກັດຂອງ ເບີ້ນ ປະທຸມລາດ ອາສະຫຍາມວ່າ ເພງ ອອນລາຍຄົນຫຼາຍໃຈ ຂອງຈຸ່ນປະສານມິດ ຄືມີເນື້ອຫາແລະທຳນອງໃກ້ຄຽງກັບ ເພງ ເຟສກໍຫາຍລາຍກໍງຽງ ຂອງ ເບີ້ນ ອາສະຫຍາມແທ້?. ຈາກນັ້ນກໍກາຍເປັນຂ່າວໃຫຍ່ໂຕທາງສື່ສັງຄົມອອນລາຍ ແຟນເພງທັງສອງຝ່າຍຄອມເມັ້ນກັນໄປມາ. ດັ່ງນັ້ນ, ໃນນາມທີ່ຕົນເອງ ເປັນລູກຜູ້ຊາຍ ກໍບໍ່ໄດ້ຄິດຫຍັງຫຼາຍ ກໍອອກມາສະແດງຄວາມຮັບຜິດຊອບ ແລະຂໍໂທດຕໍ່ເຫດການດັ່ງກ່າວເປັນທີ່ຮຽບຮ້ອຍ. ພ້ອມທັງສອງຝ່າຍກໍໄດ້ໂອ້ລົມກັນ ແກ້ໄຂບັນຫາກັນເປັນທີ່ຮຽບຮ້ອຍ ຈຸ່ນກໍຍັງສາມາດຮ້ອງເພງ ອອນລາຍຄົນຫຼາຍໃຈໄດ້ ແລະວິດີໂອເພງກໍຍັງເຜີຍແພ່ຢູ່ໃນ Youtube ຕາມປົກກະຕິ ໂດຍມີ ເປີ້ນ ປະທຸມລາດ ອາສະຫຍາມ ເປັນເຈົ້າຂອງລິຂະສິດ.

ສ່ວນຂ່າວທີ່ວ່າ ເບີ້ນ ປະທຸມລາດ ອາສະຫຍາມ ຟ້ອງຈຸ່ນປະສານມິດນັ້ນ ແມ່ນບໍ່ມີີມູນຄວາມຈິງແຕ່ຢ່າງໃດ. ຈຶ່ງຢາກໃຫ້ມິດຮັກແຟນເພງເຂົ້າໃຈ ຢຸດຕິບັນຫາ ແລະເປັນເພື່ອນມິດກັນຄືເກົ່າ.

ຈຸ່ນປະສານມິດ ເປັນນັກຮ້ອງລາວ ທີີ່ມີຄວາມສາມາດ ມີພອນສະຫວັນທາງດ້ານການຮ້ອງເພງ ກໍຂໍຝາກຝັງຄົນຜູ້ນີ້ໄວ້ກັບອ້ອມອົກອ້ອມໃຈຂອງຄົນລາວແລະຄົນໄທໃຫ້ຕິດຕາມກັນຕໍ່ໄປ.

ຈຸ່ນ ປະສານມິດ



ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...