spot_img
Home​ຂ່າວທ່ອງທ່ຽວThree Natural Bridges ປະເທດຈີນ ຖືກຈັດເປັນອັນດັບ 1 ໃນສະຖານທີ່ທີ່ງາມທີ່ສຸດໃນໂລກ

Three Natural Bridges ປະເທດຈີນ ຖືກຈັດເປັນອັນດັບ 1 ໃນສະຖານທີ່ທີ່ງາມທີ່ສຸດໃນໂລກ

Published on

ທ່ອງທ່ຽວຕ່າງແດນ ກັບ ລາວໂພສຕ໌ວັນນີ້ ເຮົາຈະພາທ່ານມາທ່ຽວທີ່ Three Natural Bridges ປະເທດຈີນ ເຊິ່ງເປັນສະຖານທີ່ທີ່ເປັນອັນດັບ 1 ໃນສະຖານທີ່ທີ່ງາມທີ່ສຸດໃນໂລກ ເຫັນແລ້ວເກືອບລືມຫາຍໃຈ ເຊິ່ງຈະງາມ ແລະ ມະສະຈັນພຽງໃດນັ້ນເຮົາມາກັນເລີຍ

2013.1

Three Natural Bridges ຫຼື ອຸດທະຍານແຫ່ງຊາກຫຼຸມຟ້າ 3 ຂົວສະຫວັນ 天生三橋 (ທຽນເຊິງຊ່ານສຽວ) ມໍລະດົກໂລກທາງທຳມະຊາດທີ່ມີຄວາມສວຍງາມຫຼາຍທີ່ສຸດແຫ່ງໜຶ່ງ ຕັ້ງຢູ່ເມື່ອງ ອູ່ຫຼົງ ນະຄອນສົງຊິ່ງ ປະເທດຈີນ ເກີດຈາກການຫຍຸບຕົວຂອງເປືອກໂລກ ເຮັດໃຫ້ເກີດເປັນຫຼຸມຂະໜາດໃຫຍ່ທີ່ເລິກປະມານ 300-500 ແມັດ ແລະ ມີບາງສ່ວນເປັນໂພ່ງທະລຸເໝືອນກັບຂົວເຊື່ອມຕໍ່ລະຫວ່າງພູເຂົາ

1388925811-7-o

ການລົງໄປຫຼຸມຟ້າຈະຕ້ອງລົງລິບແກ້ວແຄມຜາ ຄວາມສູງກ່ວາ 80 ແມັດ ເຊິ່ງຈາກທີ່ລົງມາແລ້ວກໍ່ຕ້ອງຍ່າງໄປຕາມຂົວ ລະຫວ່າງທາງຍ່າງຈະມີຈຸດໜ້າສົນໃຈອີກຄືເຮືອນພັກເກົ່າແກ່ ເຊິ່ງເປັນຈຸດແວ່ພັກຂອງຄົນສະໄໝກ່ອນ ຕັ້ງຂຶ້ນໃນສະໄໝລາດຊະວົງຖັງ (ຄ.ສ 618-907) ເນື່ອງຈາກຫຸບເຂົານີ້ເປັນທາງລັດຈາກເສສວນໄປທີ່ເຫີນານ

793535-topic-ix-1

Wulong Karst 1

ອຸດທະຍານແຫ່ງຊາດຫຼຸມຟ້າ ຈະມີຈຸດທີ່ຖືກເອີ້ນວ່າຂົວຢູ່ 3 ແຫ່ງດ້ວຍກັນ ຄື

1.Tianlong Bridge (天龙桥) ເປັນຂົວທີ່ຢູ່ໃກ້ກັບເຮືອນພັກບູຮານຄວາມສູງ 235 ແມັດ ມີລັກສະນະເປັນໂພ່ງທະລຸ ກັບຝາຜະໜັງຖ້ຳມີການແກະສະລັກລວດລາຍສວຍງາມ

2.Qinglong Bridge (青龙桥) ລັກສະນະເປັນໂພ່ງຍາວ ມີແມ່ນນ້ຳນ້ອຍໄຫລຜ່ານ ຄວາມສູງ 281 ແມັດ

3.Heilong Bridge (黑龙桥) ຂົວາຸດທ້າຍຢູ່ໃນສວນທີ່ແຄບທີ່ສຸດຈ່ງເຮັດໃຫ້ມີຄວາມມືດມິດ ຄວາມສູງ 223 ແມັດ

ນອກຈາກນັ້ນຍັງມີນ້ຳຕົກຫຸບຜາສະຫວັນ ນ້ຳຕົກສາຍນ້ອຍໃຫຍ່ທີ່ໄຫລມາຈາກຮອຍແຍກຫຸບເຂົາ ຕາມຮອຍເລື່ອນຂອງເປືອກໂລກທີ່ແຍກອອກຈາກກັນ ລົງມາໃສ່ກັນທີ່ເບື້ອງລຸ່ມເປັນບຶງມໍລະກົດສີຂຽວ

ffc907ef0a5fe00cb332c5e1a466d671

ດ້ວຍຄວາມງາມ ແລະ ໜ້າຕື່ນຕາຕື່ນໃຈນີ້ເອງ ຈິ່ງເຮັດໃຫ້ຖືກໃຊ້ເປັນສະຖານທີ່ຖ່າຍຮູບເງົາຟອມຍັກເຊັ່ນ: Curse of Golden Flower, Transformer 4

2012 Image (4) Image (5) 1112.1 p1a49sglti19pu6761h6mp9r1ls051

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...