spot_img
Homeຂ່າວການສຶກສາໂຮງຮຽນ ປັນຍາທິບ ກຽມເປີດສາຂາໃໝ່ໃນສົກຮຽນ 2014-2015

ໂຮງຮຽນ ປັນຍາທິບ ກຽມເປີດສາຂາໃໝ່ໃນສົກຮຽນ 2014-2015

Published on

ໂຮງຮຽນ ປັນຍາທິບ ກຽມເປີດສາຂາໃໝ່ໃນສົກຮຽນ 2014-2015

ໂຮງຮຽນປັນຍາທິບ ໄດ້ສ້າງຕັ້ງຂື້ນໃນປີ 2001 ມາຮອດປະຈຸບັນເປັນເວລາ 13 ປີແລ້ວ ໃນໄລຍະປີທຳອິດ, ໂຮງຮຽນໄດ້ມີແຕ່ຊັ້ນອະນຸບານເຖີງຊັ້ນ ປ. 3 ກັບຈຳນວນນັກຮຽນທັງໝົດ 38 ຄົນ ແລະ ຄູ 12ຄົນ. ຈາກຈຸດເລີ່ມຕົ້ນທີ່ນ້ອຍໆນີ້ ໂຮງຮຽນໄດ້ມີການປ່ຽນແປງທີ່ໂດດເດັ່ນ ໄດ້ເຕີບໃຫຍ່ຂະຫຍາຍໂຕຢ່າງໄວວາ. ໃນປະຈຸບັນ ໂຮງຮຽນໄດ້ມີນັກຮຽນທັງໝົດເກືອບ 700 ຄົນ, ມີພະນັກງານຄົນລາວ ແລະ ຄົນຕ່າງປະເທດຫຼາຍກວ່າ 100 ຄົນ. ໂຮງຮຽນມີຢູ່ສອງວິທະຍາເຂດໃນນະຄອນຫຼວງວຽງຈັນຄື: ໂຮງຮຽນປະຖົມ ແລະ ມັດຖະຍົມ ສະພານທອງເໜືອ ແລະ ໂຮງຮຽນອະນຸບານ ສະພານທອງໃຕ້ ທັງສອງໂຮງຮຽນແມ່ນຢູ່ໃນເມືອງສີສັດຕະນາກ.

ເນື່ອງຈາກທາງພວກເຮົາໄດ້ມີຄູ່ຮ່ວມທຸລະກິດທີ່ເປັນຄົນພື້ນຖານ ທີ່ແຂວງສະຫວັນນະເຂດ ຜູ້ເຊິ່ງເຂົ້າໃຈໄດ້ເຖີງສະພາບແວດລ້ອມ ແລະຄວາມຕ້ອງການຂອງຄົນສະຫວັນນະເຂດ ເຮັດໃຫ້ໂຄງການຂອງພວກເຮົາສາມາດດຳເນີນການໄດ້ສະດວກວ່ອງໄວ ຈື່ງນຳມາເຊິ່ງການເປີດສາຂາໂຮງຮຽນ ປັນຍາທິບ ທີ່ ແຂວງສະຫວັນນະເຂດ. ເພື່ອພ້ອມກັນສ້າງສາພັດທະນາຊັບພະຍາກອນມະນຸດ ພັດທະນາການຮຽນການສອນໃຫ້ມີຄຸນນະພາບໃນລະດັບສາກົນ ແລະສອດຄ່ອງກັບແນວທາງນະໂຍບາຍຂອງລັດຖະບານ. ອີກປະ ການໜື່ງເພື່ອກຽມຄວາມພ້ອມໃນການເຂົ້າສູ່ປະຊາຄົມອາຊຽນໃນປີ 2015 ທີ່ຈະມາເຖີງນີ້.

ໃນມື້ວັນເສົາ ທີ່ 17 ພຶດສະພາ 2014 ທີ່ຜ່ານມາ ຢູ່ທີ່ໂຮງແຮມລາວພລາຊາ. ໂຮງຮຽນ ນາໆຊາດປັນຍາທິບ ໄດ້ມີການຈັດງານຖະແຫຼງຂ່າວກ່ຽວກັບວິທະຍາເຂດໃໝ່ ທີ່ກຳລັງມີການປຸກສ້າງໂຮງຮຽນປັນຍາທິບ ແຂວງ ສະຫວັນນະເຂດ

ການສຶກສາເປັນສິ່ງໜຶ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດ ແລະ ການໃຫ້ການສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍແມ່ນການຮັບປະກັນອະນາຄົດທີ່ດີໃຫ້ແກ່ພວກເຂົາ. ນອກຈາກນີ້ພວກເຮົາຍັງຕ້ອງໃຫ້ການສຶກສາທີ່ສາມາດເຂົ້າເຖິງໄດ້ທຸກຄົນ. ແຂວງ ສະຫວັນນະເຂດ ເປັນສະຖານທີ່ຕັ້ງຍຸດທະສາດສໍາລັບຜູ້ປົກ ຄອງທີ່ໃນເມືອງຫຼືແຂວງທີ່ໄກ້ຄຽງ ເພື່ອໃຫ້ການສຶກສາໃນລະດັບສາກົນໃຫ້ແກ່ລູກຫຼານຂອງພວກເຮົາ.

ໂຮງຮຽນປັນຍາທິບສຶກສາ ແມ່ນນຳໃຊ້ສອງຫຼັກສູດຄື: ຫຼັກສູດພາສາລາວ ແມ່ນນຳໃຊ້ຫຼັກສູດຂອງກະຊວງສຶກສາທິການ ແລະກິລາ, ຫຼັກສູດພາສາອັງກິດແມ່ນນຳໃຊ້ຫຼັກສູດແຄມບຣິດ (CAMBRIDGE) ປະເທດອັງກິດ, ໂດຍມີຮຽນພາສາຈີນເປັນພາສາທີ່ສາມ ແລະນອກຈາກນັ້ນ ໂຮງຮຽນຍັງມີກິດຈະກຳຕ່າງໆເຊັ່ນ: ປຸງແຕ່ງອາຫານ, ການເຮັດເຄື່ອງປະດັບ, ສີລະປະ, ຫັດຖະກຳ, ການເຕັ້ນ ແລະກິດຈະກຳອື່ນໆອີກຫຼາຍຢ່າງພວກເຮົາຍັງມີກິດຈະກຳຫຼັງເລີກຮຽນທີ່ຢາກຈະແນະນຳໃຫ້ໂຮງຮຽນຫຼັງໃໝ່ນີ້ເຊັ່ນ: ການຫຼິ້ນກິລາເຕະບານ, ກິລາບານບ້ວງ, ບານຕີ ແລະກິລາອື່ນໆທີໜ້າສົນໃຈ.

ສຳລັບມື້ເປີດສົກຮຽນແມ່ນວັນທີ 1 ກັນຍາ ໃນສົກຮຽນ 2014-2015 ນີ້ ພວກເຮົາຈະເລີ່ມເປີດການຮຽນການສອນນັບແຕ່ຊັ້ນກຽມອະນຸບານ ເຖິງຊັ້ນປະຖົມປີທີສີ່ ຫຼັງຈາກນັ້ນໃນສົກຮຽນຕໍ່ໆໄປຈະເລື່ອນຊັ້ນຂຶ້ນໄປຕາມລຳດັບຈົນເຖິງລະດັບຊັ້ນມັດຖະຍົມສົມບູນ.

 

ພາບ ແລະບົດຂ່າວ: ໄຟຫຼ້າ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...