ສານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງເນື່ອງ​ໃນ​ໂອກາດ​ວັນ​ເດັກ​ສາກົນ 01 ມິຖຸນາ 2014

0
1670

​ໃນ​ທ່າມກາງ​ບັນຍາກາດທີ່​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ພວມ​ຫ້າວຫັນ​ຟົດຟື້ນຈັດຕັ້ງ ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011-2015), ພວກ​ເຮົາ​ພ້ອມ​ກັນ​ສະ​ເຫລີ​ມສະຫລອງ​ ວັນ​ເດັກ​ສາກົນ ວັນ​ທີ 1 ມິຖຸນາ ເຊິ່ງ​ໃນ​ແຕ່ລະ​ປີ ພວກ​ເຮົາ​ໄດ້​ທົບ​ທວນຄືນ​ໃນ​ບັນດາ​ວຽກ​ທີ່​ກ່ຽວ ຂ້ອງ​ກັບ​ເດັກ​ທີ່​ຍັງ​ຕ້ອງການ​ການ​ດູ​ແລ​ເອົາ​ໃຈ​ໃສ່ ​ແລະ ການ​ປົກ​ປ້ອງ​ເພື່ອ​ຮັບປະກັນ​ໃຫ້​ເດັກ​ຈະ​ເລີ​ນ​ເຕີບ​ໃຫຍ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ​ແລະ ມີ​ຄວາມ​ປອດ​ໄພ​.

​ໃນ​ປີນີ້, ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ວຽກ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ຕິດ​ພັນ​ກັບ​ການສະ​ເຫລີ​ມສະຫລອງ​ ວັນ​ເດັກ​ສາກົນ ຢູ່ ສປປ ລາວ ທັງ​ເປັນ​ການ​ກະ ກຽມ​ຕ້ອນຮັບ​ວັນ​ສົນທິສັນຍາ ວ່າ​ດ້ວຍ​ສິດທິ​ເດັກ ຄົບຮອບ 25 ປີ ​ໃນ​ເດືອນ​ພະຈິກ 2014 ເຊິ່ງ ພວກ​ເຮົາ​​ເຫັນ​ໄດ້​ວ່າ: ການ​ດຳ ລົງ​ຊີວິດ​ຂອງ​ເດັກ​ໃນ ສປປ ລາວ ​ແມ່ນ​ນັບ​ມື້ນັບ​ດີ​ຂຶ້ນ ຖ້າ​ທຽບ​ໃສ່​ໃນ​ເມື່ອ​ກ່ອນສະ​ແດງ​ອອກ​ອັດ ຕາ​ການ​ສັກ​ຢາ​ກັນ​ພະຍາດ ​ແລະ ການ​ເຂົ້າ​ເຖິງ​ການ​ສຶກສາ​ນັບ​ມື້ ນັບ​ທົ່ວ​ເຖິງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​ເວົ້າ​ເຖິງ​ສິດທິ​ພື້ນຖານ​ຂອງ​ເດັກ​ແຕ່ລະຄົນ​ທີ່​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ຄວາມ​ຮຸນ​ແຮງ,

ການ​ທາລຸນ ​ແລະ ການ​ຂູດ​ຮີດ ກໍ​ຄື​ກັບ​ເດັກ​ໃນ​ຫລາຍ​ປະ​ເທດ​ທົ່ວ​ໂລກ ຍັງ​ເຫັນ​ວ່າ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໃນ​ຫລາຍ​ດ້ານ. ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ແມ່ນ​ທຸກ​ຮູບ​ການ​ກະ ທຳ​ທີ່​ມີ​ຜົນ​ກະທົບ​ຕໍ່​ເດັກ​ທາງ​ດ້ານ​ຮ່າງກາຍ, ຈິດ​ໃຈ, ທາງ​ເພດ ​ແລະ ການລະ​ເລີຍ. ຄວາມ​ຮຸນ​ແຮງ​ສາມາດ​ເກີດ​ຂຶ້ນ​ໃນ​ທຸກ​ສະຖານ​ທີ່​ເຊັ່ນ: ​ເຮືອນ ​ແລະ ຄອບຄົວ, ​ໂຮງຮຽນ ​ແລະ ສະ​ຖາ​ບັນ​ການ​ສຶກສາ, ສະຖານ​ທີ່​ໃນ​ລະບົບ​ດູ​ແລ​ເດັກ ​ແລະ ລະບົບ​ຍຸຕິ​ທຳ, ສະຖານ​ທີ​່ອອກ​ແຮງ​ງານ ແລະ ຊຸມ​ຊົນ. ຜູ້​ກະທຳ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ອາດ​ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ເດັກ​ເຊັ່ນ: ພໍ່-​ແມ່, ສະມາຊິກ​ໃນ​ຄອບຄົວ, ຄູ​ອາ ຈານ, ຜູ້​ດູ​ແລ​ເດັກ, ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ, ຄົນ​ໃນ​ຊຸມ​ຊົນ ຕະຫລອດ​ຮອດ​ເດັກ​ດ້ວຍ​ກັນ. ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ເກີດ​ຂຶ້ນ​ໃນ​ທຸກ​ປະ​ເທດ ​ແລະ ທຸກໆ​ຊົນຊັ້ນ ວັນນະ ບໍ່​ວ່າ​ຈະ​ເປັນ​ຄົນ​ທຸກ ​ແລະ ຄົນ​ຮັ່ງ, ຄົນ​ມີ​ການ​ສຶກສາ ​ແລະ ບໍ່​ມີ​ການ​ສຶກສາ, ຄົນທີ່​ອາ​ໄສ​ຢູ່​ຕົວ​ເມືອງ ​ແລະ ຊົນນະບົດ ຫລື ​ເຜົ່າ​ຊົນ​ຕ່າງໆ ​ໂດຍ​ບໍ່​ຈຳ​ແນ​ກ​ເພດ, ​ໄວ ລວມທັງ​ຄວາມ​ພິການ​ຂອງ​ເດັກ.

ຄວາມ​ຮຸນ​ແຮງ​ຕໍ່​ເດັກ ​ເມື່ອ​ເກີດ​ຂຶ້ນ​ແລ້ວ​ໄດ້​ສ້າງ​ຄວາມ​ສູນ​ເສຍ​ຢ່າງ​ຫລວງຫລາຍ​ຕໍ່​ຊຸມ​ຊົນ, ຊາດ ​ແລະ ສັງຄົມ. ນອກ ຈາກ​ນັ້ນ ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະ ພາບ, ຜົນ​ການ​ຮຽນ, ສຸຂະພາບ​ຈະ​ເລີ​ນພັນ, ຄວາມ​ປອດ​​ໄພ, ການ​ບັງຄັບ​ໃຊ້​ກົດໝາຍ, ຄວາມ​ສະຫງົບ​ສຸກ​ໃນ​ສັງຄົມ ​ແລະ ສິ້ນ​ເປືອງ​ງົບປະມານ​ຂອງ​ລັດ. ຖ້າ​ສະພາບ​ຂອງ​ຄວາມ​ຮຸນ​ແຮງ​ດັ່ງ ກ່າວ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ກໍ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສັງຄົມ​ໃນ​ແຕ່ລະ​ໄລຍະ ລວມທັງ​ຄວາມ​ພະຍາ ຍາມ​ໃນ​ການ​ຮັບປະກັນ​ຄວາມ​ສະຫງົບ​ສຸກ ​ແລະ ຄວາມ​ປອດ​ໄພ​ໃນ​ສັງຄົມ​ລາວ. ນອກຈາກ​ນີ້ ຍັງ​ຈະ​ບໍ່​ບັນລຸ​ໄດ້​ໃນ​ວຽກ​ຫລຸດ ຜ່ອນ​ຄວາມທຸກ​ຍາກ ​ແລະ ເປົ້າ ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດ ທະນາ​ໃນ​ຊຸມ​ປີ​ຕໍ່ໜ້າ​ນີ້.

ຜົນ​ກະທົບ​ຂອງ​ຄວາມ​ຮຸນ​ແຮງ​ຍັງ​ຄົງ​ຢູ່ກັບ​ເດັກ​ໄປ​ຕະ ຫລອດ​ຊີວິດ ​ແລະ ຈະ​ສົ່ງ​ຜ່ານ​ຈາກ​ຄົນ​ຮຸ້ນ​ໜຶ່ງ​ໄປ​ສູ່​ຮຸ້ນ​ໃໝ່. ການ​ສຶກສາລະ​ດັບ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ເດັກ​ທີ່​ເຄີຍ​ເປັນ​ພະ ຍານ ​ຫລື ​ເປັນ​ໂຈດ​ຂອງ​ຄວາມ​ຮຸນ​ແຮງ ​ແມ່ນ​ມັກຈະ​ກາຍ​ເປັນ​ຜູ້​ເຄາະ​ຮ້າຍ​ຂອງ​ຄວາມ​ຮຸນ​ແຮງ ຫລື ທຳຮ້າຍ​ຕົວ​ເອງ. ສະນັ້ນ, ພວກ​ເຮົາ​ຕ້ອງ​ສຸມ​ຄວາມ​ພະຍາ ຍາມ ​ເພື່ອ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ ​ເພື່ອ​ຮັບ ປະກັນ​ສິດທິ​ຂອງ​ທຸກ​ຄົນທີ່​ດຳລົງ​ຊີວິດ​ຢູ່​ໃນ​ສັງຄົມ​ຢ່າງ ປອດ​ໄພ ​ແລະ ປາສະຈາກ​ຄວາມ​ຮຸນ​ແຮງ ​ເຊິ່ງວຽກ​ປ້ອງ​ກັນ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ແມ່ນ​ໜ້າ​ທີ່​ຂອງ​ໝົດ​ທຸກ​ຄົນ.

ລັດຖະບານ​ແຫ່ງ ສປປ ລາວ ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ແກ້​ໄຂ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ໃນ​ທຸກ​ລະ ດັບ ​ເພື່ອ​ຮັບປະກັນ​ໃນ​ການ​ປົກ​ປ້ອງ​ເດັກ​ຈາກ​ຄວາມ​ຮຸນ​ແຮງ ເຊິ່ງສະ​ແດງ​ອອກ​ໃນ​ການ​ເຂົ້າ ຮ່ວມ​ກັບ​ບັນດາ​ປະ​ເທດ​ພາກພື້ນ ແລະ ສາກົນ​ເຊັ່ນ: ສປປ ລາວ ​ໄດ້​ໃຫ້​ສັດຕະຍາບັນ​ຕໍ່​ສົນທິສັນຍາ​ ວ່າ​ດ້ວຍ​ສິດທິ​ເດັກ ​ໃນ​ປີ 1991, ຮັບຮອງ​ເອົາ​ຖະ​ແຫລ​ງການ​ອາ​ຊຽນກ່ຽວ​ກັບ​ການ​ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ຄວາມ​ຮຸນ​ແຮງ​ຕໍ່​ເດັກ ​ໃນ​ປີ 2013 ​ແລະ ຖະ​ແຫລ​ງການ​ນິວ​ເດນ​ລີ ​ໃນ​ຂອບ​ການ​ຮ່ວມ​ມື​ໃຕ້-​ໃຕ້ ກ່ຽວ​ກັບ​ສິດທິ​ຂອງ​ເດັກ ​ໃນ​ປີ 2013.

ປັດຈຸບັນ, ສປປ ລາວ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຫລາຍ​ດ້ານ ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ໃນ​ຊຸມ​ປີຜ່ານມາ ເຊິ່ງລັດ ຖະບານ​ກໍ​ໄດ້​ຮັບຮອງ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ປ້ອງ​ກັນ ​ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ຄວາມ​ຮຸນ​ແຮງ​ຕໍ່​ເດັກ 2014-2020 ​ເພື່ອ​ກ້າວ​ໄປ​ເຖິງການ​ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ແບບ​ຍືນ​ຍົງ​ຢູ່​ໃນ​ປະ​ເທດ​ເຮົາ. ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ໄດ້​ກຳນົດ​ຂອບ​ການ​ປະສານ​ງານກັບ​ທຸກຂະ​ແໜງ​ການ ​ເພື່ອ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ທຸກ​ຮູບ​ການ​ຂອງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ຄວາມ​ຮຸນ​ແຮງ​ຕໍ່​ເດັກ.

​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ດັ່ງກ່າວ​ແມ່ນ​ໄດ້​ຜັນ​ຂະຫຍາຍ​ແນວທາງ​ນະ​ໂຍບາຍ​ຂອງ​ລັດ ຖະບານ​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ ແລະ ​ເດັກ ​ໂດຍ​ສະ​ເພາະ​ສິດ​ໃນ​ການ​ດຳລົງ​ຊີວິດ​ຢູ່​ໃນ​ສັງຄົມ​ທີ່​ປະຕິບັດ​ສິດສະ​ເໝີ​ພາບ​ຍິງ-ຊາຍ ​ແລະ ປາສະຈາກ​ຄວາມ​ຮຸນ​ແຮງ ​ແລະ ການ​ຂູດ​ຮີດ. ວິ​ໄສ​ທັດ​ດັ່ງ ກ່າວ​ແມ່ນ​ໄດ້​ກຳນົດ​ແຈ້ງ​ຢູ່ໃນ​ນະ​ໂຍບາຍ​ຂອງ​ພັກ, ລັດຖະ ທຳ​ມະນູນ, ບັນດາ​ກົດໝາຍ, ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ ແລະ ​ແຜນ​ງານ​ອື່ນໆ​ທີ່​ກ່ຽວ ຂ້ອງ​ຂອງ ສປປ ລາວ.

​ໄປ​ຄຽງ​ຄູ່​ກັບ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ​ດັ່ງກ່າວ, ຂະ​ແໜງ​ການ​ກ່ຽວຂ້ອງ​ກໍ​ພວມ​ກະ ກຽມ​ຮ່າງ​ກົດໝາຍ​ໃໝ່​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ຄວາມ​ຮຸນ​ແຮງ​ຕໍ່​ເດັກ ເຊິ່ງກົດ ໝາຍ​ສະບັບ​ນີ້ຈະ​ຊ່ວຍ​ໃນ​ການ​ກຳນົດ​ຂອບ​ນິຕິ​ກຳ ​ເພື່ອ​ປົກ​ປ້ອງ​ແມ່ຍິງ ​ແລະ ​ເດັກ​ຈາກ​ຄວາມ​ຮຸນ​ແຮງ ຄື​ກັນ​ກັບ​ບົດຮຽນ​ຂອງ​ບັນດາ​ປະ​ເທດ​ພາກພື້ນ ​ແລະ ຮັບ ປະກັນ​ການ​ປະຕິບັດ​ພັນທະ​ຂອງ ສປປ ລາວ ທີ່​ມີ​ຕໍ່​ສົນທິສັນຍາ​ ວ່າ​ດ້ວຍ​ສິດທິ​ເດັກ ​ແລະ ສົນທິສັນ ຍາວ່າ​ດ້ວຍ​ການ​ລຶບລ້າງ​ທຸກ​ຮູບ​ແບບ​ການຈຳ​ແນ​ກຕໍ່​ແມ່ຍິງ.

ລັດຖະບານ​ລາວ​ພວມ​ດຳ​ເນີນ​ການ​ສຳ​ຫລວດ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ໃນ​ລະດັບ​ຊາດ ​ເພື່ອ​ເປັນ​ຂໍ້​ມູນ​ກ່ຽວ​ກັບ​ຂະໜາດ ​ແລະ ຮູບ​ແບບ​ຂອງ​ຄວາມ​ຮຸນ​ແຮງ. ຜົນ​ຂອງ​ການ​ສຳ​ຫລວດ​ດັ່ງກ່າວ​ຈະ​ເປັນ​ຂໍ້​ມູນ​ພື້ນຖານ​ໃຫ້​ລັດຖະບານ, ຄູ່​ຮ່ວມ​ພັດທະ ນາ, ອົງການ​ຈັດຕັ້ງທີ່​ບໍ່​ສັງກັດ​ລັດຖະບານ​ເພື່ອ​ພັດທະນາ, ປັບປຸງ ແລະ ສ້າງ​ຍຸດ​ທະ​ສາດ​ເພື່ອ​ປ້ອງ​ກັນ ​ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ.

ຍິ່ງ​ໄປ​ກວ່າ​ນັ້ນ, ລັດຖະບານ​ກໍ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃນ​ຫລາຍ​ຂົງ​ເຂດ​ວຽກ​ງານ ​ເພື່ອ​ປ້ອງ​ກັນ ແລະ ​ແກ້​ໄຂ​ຄວາມ​ຮຸ​ນ​ແຮງ​ຕໍ່​ເດັກ ​ເປັນຕົ້ນການ​ສ້າງ​ຕາໜ່າງ ປົກ​ປ້ອງ​ເດັກ​ຂັ້ນບ້ານ, ​ເປີດ​ສາຍ​ດ່ວນ ​ເພື່ອ​ໃຫ້​ຄຳ​ປຶກສາ​ຕໍ່​ໄວ​ໜຸ່ມ ​ໂດຍ​ບໍ່​ເສຍ​ຄ່າ, ສ້າງຕັ້ງສານ​ເດັກ, ສ້າງຕັ້ງສູນ​ໃຫ້​ຄຳ​ປຶກສາ ແລະ ປົກ​ປ້ອງ​ແມ່ຍິງ-​ເດັກນ້ອຍ, ອອກ​ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ເດັກ, ​ເປີດ​ຂະ​ບວນ​ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ​ໃນ​ການ​ສ້າງ​ຄອບຄົວ, ບ້ານ ​ແລະ ​ເມືອງ​ພັດທະນາ​ທີ່​ປະຕິບັດ​ສິດສະ​ເໝີ​ພາບ​ຍິງ-ຊາຍ​ທີ່​ປາ ສະຈາກ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ​ເດັກນ້ອຍ, ປັບປຸງ​ລະບົບ​ສັງຄົມ​ສົງ​ເຄາະ ​ແລະ ລະບົບຍຸຕິ​ທຳ​ສຳລັບ​ເດັກ ​ແລະ ຄອບ ຄົວ ແລະ ສ້າງ​ນັກ​ສັງຄົມ​ສົງ​ເຄາະ​ໃຫ້​ຫລາຍ​ຂຶ້ນທັງ​ປະລິມານ ​ແລະ ຄຸນ​ນະພາ​ບ.

ຕໍ່​ຜົນສຳ​ເລັດ​ດັ່ງກ່າວ, ຕາງໜ້າ​ໃຫ້​ລັດຖະບານ ​ແຫ່ງ ສປປ ລາວ ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຍ້ອງຍໍ​ສັນລະ​ເສີນມາ​ຍັງ​ຄະນະ​ກຳມາ​ທິການ ​ເພື່ອ​ແມ່ ແລະ ​ເດັກ​ແຫ່ງ​ຊາດ ​ແຕ່​ຂັ້ນສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ບັນດາ​ຂະ​ແໜງ​ການ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ແນວ​ລາວ​ສ້າງ​ຊາດ ​ແລະ ບັນດາ​ອົງການ​ຈັດຕັ້ງມະຫາຊົນ, ບັນ ດາ​ການຈັດຕັ້ງ ​ແລະ ຫົວໜ່ວຍ​ທຸລະ​ກິດ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ຕະຫລອດ​ຮອພີ່ນ້ອງ​ລາວ​ບັນດາ​ເຜົ່າ​ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ວຽກ​ງານ​ແມ່ ແລະ ​ເດັກ. ​ໃນ​ໂອກາດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້, ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ບັນດາ​ປະ​ເທດ​ເພື່ອນ​ມິດ, ອົງ ການ​ຈັດຕັ້ງສາ ກົນ ​ແລະ ສະ​ຖາ​ບັນ​ການ​​ເງິນ​ສາກົນ ຕະຫລອດ​ຮອດ​ອົງການ​ຈັດຕັ້ງທີ່​ບໍ່​ສັງກັດ​ລັດຖະບານທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ​ໃນ​ວຽກ​ງານ​ດັ່ງກ່າວ ​ແລ​ະ ຫວັງ​ວ່າ​ພວກ​ທ່ານ​ຈະ​ສືບຕໍ່​ໃຫ້ການ​ສະ ໜັບສະໜູນ​ພວກ​ເຮົາ​ໃນຕໍ່ໜ້າ. ພວກ​ເຮົາ​ຕ້ອງ​ສືບຕໍ່​ຮ່ວມ​ມື​ກັນ​ເອົາ​ໃຈ​ໃສ່ ​ແລະ ປັບປຸງ​ວຽກ​ງານ​ປົກ​ປ້ອງ​ເດັກ​ຕິດ​ພັນ​ກັບ​ການ​ປູດ​ຈິດ​ສຳນຶກ​ໃນ​ຄອບຄົວ, ຊຸມ​ຊົນ ​ແລະ ທົ່ວ​ສັງ ຄົມກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ​ເພື່ອ​ຮ່ວມ​ກັນ​ແກ້​ໄຂ​ຄວາມ​ຮຸນ​ແຮງ ​ແລະ ປົກ​ປ້ອງ​ເດັກ ​ໂດຍ​ສະ​ເພາະ​ເດັກ​ດ້ອຍ​ໂອກາດ. ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຂອງ​ທຸກ​ພາກສ່ວນ ເພື່ອ​ລົງທຶນ​ໃສ່​ການ​ພັດທະນາ ແລະ ການ​ປົກ​ປ້ອງ​ເດັກ​ຍິງ ​ແລະ ​ເດັກ​ຊາຍ​ໃນ​ມື້ນີ້ ກໍ​ຄື​ການ​ສົ່ງ​ເສີມ​ຄວາມ​ຕ້ອງການ ​ແລະ ພອນ​ສະຫວັນ​ຂອງ​ເດັກ​ທີ່​ຈະ​ຊ່ວຍ​ສ້າງ​ອະນາຄົດ​ທີ່​ສົດ​ໃສຢູ່ ເຊິ່ງ ຈະ​ນຳ​ໄປ​ສູ່​ຜົນສຳ​ເລັດ​ໃນ​ການ​ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ເດັກຢູ່ ສປປ ລາວ.

ສຸດ​ທ້າຍ​ນີ້, ຂ້າພະ​ເຈົ້າ ຕາງໜ້າ​ໃຫ້​ລັດຖະບານ, ອີກ​ເທື່ອ​ໜຶ່ງ ຂໍ​ຮຽກຮ້ອງ​ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ​ທຸກ​ຖ້ວນ​ໜ້າ ຈົ່ງ​ພ້ອມ​ກັນ​ປະຕິບັດ​ຄຳ​ຂວັນ​ຂອງ​ປີນີ້ ລະດົມ ​ແລະ ລົງທຶນ​ໃສ່​ການ​ພັດ ທະນາ​ເດັກ​ຮອບດ້ານ​ຢ່າງ​ມີ​ປະ ສິດທິ​ຜົນ, ຕັ້ງໜ້າ​ປະຕິບັດ​ໂຄງ ການ “​ໄວ​ໜຸ່ມ​ລາວ​ຫ່າງ​ຢາ​ເສບ​ຕິດ” ​ເພື່ອ​ພັດທະນາ​ເດັກ​ນອກ​ໂມງ​ຮຽນ ​ແລະ ສ້າງ​ສັງຄົມ ແລະ ສິ່ງ​ແວດ​ລ້ອມ​ທີ່​ປາສະ ຈາກ​ຄວາມ​ຮຸນ​ແຮງ​ຕໍ່​ເດັກ, ອວຍພອນ​ໃຫ້ການ​ສະ​ເຫລີ​ມສະຫລອງ​ວັນ​ເດັກ​ສາກົນຈົ່ງ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ຂໍຂອບໃຈຂ່າວຂາກ http://laophatthananews.blogspot.com/