spot_img
Homeຂ່າວຕ່າງປະເທດມີ​ຜູ້​ເສຍ​ຊີວິດຫຼາຍ​ຄົນ​ຈາກ​ກຸ່ມ​ຕິດ​ອາວຸດ​ໂຈມ​ຕີ​ໂຮງ​ແຮ​ມ​ໃນ​ໂຊ​ມາ​​ເລຍ

ມີ​ຜູ້​ເສຍ​ຊີວິດຫຼາຍ​ຄົນ​ຈາກ​ກຸ່ມ​ຕິດ​ອາວຸດ​ໂຈມ​ຕີ​ໂຮງ​ແຮ​ມ​ໃນ​ໂຊ​ມາ​​ເລຍ

Published on

​ແຫຼ່ງຂ່າວ​ທາງ​ການ​ແພດ ​ແລະ ຄວາມ​ໝັ້ນ​ຄົນ​ໃນ​ໂຊ​ມາ​ເລຍ​ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 10 ຄົນ ຊຶ່ງ​ລວມ​ເຖິງ​ສະມາຊິກ​ສະ​ພາ 2 ຄົນ ຈາກ​ເຫດ​ລະ​ເບີດ​ລົດ ​ແລະ ຍິງ​ໂຈມ​ຕີ​ທີ່​​ໂຮ​ງ​ແຮມຊັ້ນ​ນຳ​ໃນ​ນະຄອນ​ຫຼວງ​ໂມ​ກາ​ຕິ​ຊູ ​ເມືອງ​ຫຼວງ​ຂອງ​ໂຊ​ມາ​ເລຍ​ເມື່ອ​ວັນ​ພຸດ ຊຶ່ງ​ກຸ່ມ​ອັລ​ຊາ​ບັບ​ໃນ​ເຄືອ​ຂ່າຍ​ກຸ່ມຕິດ​ອາວຸດ​ອັລກໍ​ອີ​ດະ​ອ້າງ​ວ່າ​ເປັນ​ຜູ້​ກໍ່​ເຫດ.

ນອກຈາກ​ນີ້ ຍັງ​ມີ​ລາຍ​ງານ​ຜູ້​ໄດ້​ຮັບ​ບາດ​ເຈັບ​ປະມານ 40 ຄົນ​ຈາກ​ເຫດ​ໂຈມ​ຕີ​ກາງ​ໂຮງ​ແຮມ​ແອ​ມບາ​ສຊາ​ເດີ ຊຶ່ງ​ກອງ​ກຳລັງ​ຮັກສາ​ຄົມ​ໝັ້ນຄົງ​ໂຊ​ມາ​ເລຍ​ຍັງ​ຄົມ​ສູ້​ຮົບ​ກັບ​ກຸ່ມ​ນັກຮົບ​ຊາ​ບັບ​ໃນ​ຕອນ​ແລງ​ເປັນ​ເວລາ 5 ຊົ່ວ​ໂມງ ພາຍຫຼັງ​ຈາກ​ເກີ​ດ​ເຫດ​ໂຈມ​ຕີ​ລະ​ເບີດ​ຄັ້ງ​ທຳ​ອິດ​ເກີດ​ຂຶ້ນ​ເມືອງ​ເວລາ​ປະມານ 17:40 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ ຫຼື ຊ່ວງ​ຄໍ່າ​ວານ​ນີ້ ຕາມ​ເວລາ​ໃນ​ບ້ານເຮົາ ​ແລະ ກອງ​ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ​ໄດ້​ປະ​ທະ​ກັບ​ກຸ່ມ​ຕິດ​ອາວຸດ ​ແລະ ຕ້ອງ​ປິດ​ກັ້ນ​ພື້ນທີ່​ທັງ​ໝົດ ກຸ່ມ​ຊາ​ບັບຖືກ​ຂັບ​ອອກ​ຈາກ​ນະຄອນ​ຫຼວງ​ໂມ​ກາ​ຕິ​ຊູ​ເມື່ອປີ 2012 ​ແຕ່​ຍັງ​ເປັນ​ໄພ​ຄຸກ​ຄາມ​ກັບ​ທັງ​ໂຊ​ມາ​ເລຍ ​ແລະ ​​ເຄນ​ຢາ​ຊຶ່ງ​ມັກ​ພົບ​ກັບ​ເຫດ​ໂຈມ​ຕີ​ຫຼາຍ​ຄັ້ງ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...