ມົນຮັກ ທາງ Facebook

 

2-things-I-love-about-facebook

      @ ສ.ສາຍບຸນມີ

    * ເລື່ອງຕໍ່ໄປນີ້ ໃຊ້ສັບພະນາມບຸລຸດທີສາມເປັນສັບພະນາມບຸລຸດທີໜຶ່ງ ເພາະວ່າຊາວໜຸ່ມໃນປັດຈຸບັນນີ້ມັກໃຊ້

ໄດ້ເດືອນໜຶ່ງແລ້ວ… ທີ່ເຂົາມົວເມົາຢູ່ກັບມັນໃນທຸກໆຄືນ

ເດິກຄືນນີ້ເປັນວັນອາທິດ ກໍເໝືອນກັບທຸກໆຄືນທີ່ຜ່ານມາ ມັນເປັນກິດຈະວັດປະຈຳວັນທີ່ຕ້ອງເຮັດສຳລັບ ອຸເທ ບ່າວໜ້າຕາດີ ຂີ້ອາຍ ຫົວໃຈຫວ່າງ ທີ່ຕ້ອງຫລິ້ນເຟດບຸກເປັນປະຈຳ.

“ແຕ໋ງ!ແຕ໋ງ!ແຕ໋ງ!” ສຽງເຟດບຸກດັງຂຶ້ນ

“ມາແລ້ວເດ ສຸດທີ່ຮັກຂອງຂ້ອຍ ! ຂ້ອຍລໍຖ້າເຈົ້າຈົນໃຈຊິຂາດແລ້ວນິ!” ອຸເທລຳພຶງຢູ່ໃນໃຈ ຢຸດອ່ານປຶ້ມທີ່ວາງຢູ່ໜ້າໂຕະທັນທີ.

“ຕຸບ!ຕຸບ!” ອຸເທຈັບເອົາໝອນມາປັດ ໂຍນລົງແລ້ວເອົາເອິກໝູນ ສາຍຕາທັງສອງຈັບຈ້ອງຄອມແລັບທ໋ອບທີ່ຕັ້ງຢູ່ທາງໜ້າ “ເບິ່ງດຸ” ເຂົາເວົ້າແລະເລື່ອນເມົ້າໄປທາງຂວາໃນໜ້າຄອມ.

“ເຮັດຫຍັງຢູ່ເດທີ່ຮັກ? ກິນເຂົ້າລະຫວາ?” ຄົນທີ່ຊື່ວ່າ ສີດາ ແຊັດມາ

“ກຳລັງນອນຄິດຮອດທີ່ຮັກຢູ່ ເຂົ້າຍັງບໍ່ທັນໄດ້ກິນຊ້ຳ ເພາະມັນອີ່ມກັບຄວາມຮັກແລ້ວ!” ອຸເທແຊັດຕອບ

“ແມ່ນແທ້ບໍ່? ເວົ້າອີ່ຫລີບໍ່ຫັ້ນ? ຄັນຕົວະລະວັງໂລດ ກິນລະແມເຂົ້າຫັ້ນນະ! ຈັກໜ້ອຍຊິຈ່ອຍເຫລືອແຕ່ກະດູກໄດ໋!”

“ໂດຍເວົ້າແທ້ນິແຫລະ! ເຂົາເວົ້າຢອກຊື່ໆ ກິນແລ້ວເດ ໝົດໝີ່ໄປຖ້ວຍໜຶ່ງ ຕອນທີ່ກິນຫັ້ນ ເຫັນແຕ່ໜ້າເພິ່ນຢູ່ເຕັມເສັ້ນໝີ່ເລີຍ!”

“ບ້າຕິ! ເພິ່ນວ່າໜ້າເຂົາຂີ້ຮ້າຍຫວາ! ມັນຄືໄປຢູ່ໃນເສັ້ນໝີ່?”

“ເຂົາບໍ່ໄດ້ໝາຍຄວາມວ່າແນວນັ້ນ ກະຍ້ອນຄວາມຮັກທີ່ມີຕໍ່ເພິ່ນຫັ້ນລະ ຈຶ່ງເຫັນແຕ່ໜ້າເພິ່ນ!” ອຸເທວາງຄາລົມໄປຫລາຍດອກ ພ້ອມທັງຫົວໃຈເຕັ້ນແຮງ ແຕ່ເຂົາກໍຕ້ອງຢຸດຄິດທັນທີ ເມື່ອມີຄຳເຫລົ່ານີ້ຂຶ້ນມາໃນສະໝອງ ຄ້າຍຄືກັບວ່າມີກ້ອນຫີນມາຕັນຮູຄໍໄວ້.

ໄດ້ຫລາຍອາທິດແລ້ວ ທີ່ອຸເທແຊັດກັບສາວສີດາຄົນນັ້ນ ຄົນທີ່ມີໜ້າຕາງົດງາມ ຮູບຮ່າງພໍເໝາະພໍດີ ທີ່ເຫັນຢູ່ໃນໂປຟາຍເຟດບຸກ ໃນຕົວຈິງແລ້ວ ເຂົາຍັງບໍ່ທັນໄດ້ເວົ້າໄດ້ລົມກັບນາງແບບຕົວເປັນໆດອກ ຢ່າວ່າແຕ່ກັບສາວຄົນນີ້ເລີຍ ຂະໜາດວ່າໝູ່ເພື່ອນໃນຫ້ອງຮຽນ ເຂົາກະຍັງບໍ່ເຄີຍປາກປຽກນຳພໍຄົນຊ້ຳ ມີແຕ່ຈານຳນ້ຳເລັກນ້ຳນ້ອຍນຳທໍ່ນັ້ນ.

ປີນີ້ເປັນປີທີສີ່ ທີ່ອຸເທກຳລັງຮຽນຢູ່ຂັ້ນປະລິນຍາຕີ ໃນມະຫາວິທະຍາໄລແຫ່ງຊາດ ກໍຍ້ອນເບິ່ງເຫັນການໄກໃນອະນາຄົດ ເຂົາຈຶ່ງດັນດຸ່ງດັ້ນມາຢູ່ໃນນະຄອນຫລວງວຽງຈັນພີ້ ເພື່ອສຶກສາຫາຄວາມຮູ້ໄປພັດທະນາຕົນເອງ ແລະປະເທດຊາດ ເປັນຕົ້ນວ່າ ບ້ານບ່ອນທີ່ເຂົາເກີດ ເມື່ອຮຽນຈົບແລ້ວ ເຂົາຈະກັບໄປຢ່າງແນ່ນອນ.

ເມື່ອປະມານອາທິດແລ້ວນີ້ ໃນງານກິດຈຳກຳຕ້ອນຮັບນ້ອງໃໝ່ຂອງພາກວິຊາຢູ່ທີ່ສະໜາມກິລາ ຂອງເດີ່ນມະຫາວິທະຍາໄລແຫ່ງຊາດ ສາຍຕາທັງສອງຂອງອຸເທໄດ້ສະດຸດຈຶ້ງຢູ່ກັບນາງຄົນໜຶ່ງ ເຊິ່ງທັງງາມ ໜ້າຕາດີ ຫຸ່ນເລີດປານດາລາໃນຮູບເງົາເລີຍ ໃນຂະນະທີ່ນາງຄົນນັ້ນ ຂຶ້ນສະເໜີເທິງເວທີເປັນພິທີກອນໃນງານ ສຽງຂອງນາງນຸ່ມນວນ ຫວານ ຟັງແລ້ວ ເຮັດໃຫ້ອຸເທເຄີ້ມຢູ່ດົນເຕີບ ສຸດທ້າຍເມື່ອງານໃກ້ປິດ ເຂົາອົດທົນບໍ່ໄຫວ ຍ້ອນສະເໜ່ຂອງນາງຄົນນັ້ນທີ່ເຍົ້າຍວນຫົວໃຈ ເຂົາເລີຍແປງກາຍໄປເປັນນັກສືບຊົ່ວຄາວ ແລະໄດ້ຮູ້ມາວ່າ ນາງຊື່ສີດາ ກຳລັງຮຽນຢູ່ປີທີສາມ ແຕ່ເຂົານຶກແປກໃຈຢູ່ບ່ອນວ່າ ທີ່ຜ່ານມາເຂົາຄືບໍ່ເຄີຍເຫັນ ອາດຈະເປັນຍ້ອນນຳເຂົາເອງທີ່ບໍ່ໄດ້ສົນໃຈກັບໃຜ ຫລືເປັນເພາະຟ້າກັ້ນກາງສາຍຕາໃຫ້ຂຸ່ນມົວ.

“ໂອ້ຍຕາຍລະ! ໜຶ່ງໂມງເຄິ່ງແລ້ວ!” ອຸເທສະດຸ້ງຕື່ນອອກມາຈາກຄວາມຄິດ ພ້ອມທັງຈັບຜ້າຫົ່ມມາຫົ່ມກາຍ ຍ້ອນຮູ້ສຶກໜາວຂຶ້ນເລື້ອຍໆ “ທີ່ຮັກ! ຕອນນີ້ກະເດິກຫລາຍແລ້ວ ມື້ອື່ນເຂົາມີເສັງທ້າຍພາກຮຽນ ຕ້ອຂໍໂທດຫລາຍໆທີ່ແຊັດນຳເພິ່ນດົນໂພດ!”

“ບໍ່ເປັນຫຍັງດອກ! ເຂົາກະເຕັມໃຈແລະສຸກໃຈທີ່ໄດ້ແຊັດນຳເພິ່ນ ເຂົາເອງກະຕ້ອງຂໍໂທດເພິ່ນຫລາຍໆຄືກັນ!” ຄົນທີ່ຊື່ສີດາແຊັດຕອບມາ

“ເພື່ອເປັນກຳລັງໃຈໃນຕອນເສັງ ເຂົາຢາກໄດ້ອັນໃດອັນໜຶ່ງຈາກເພິ່ນຊິໄດ້ບໍ່?”

“ວ່າມາໂລດ ເຂົາຍອມໃຫ້ເພິ່ນທຸກໆຢ່າງ!”

“ອືມ!” ອຸເທຄິດໜັກໃນໃຈ ແຕ່ງປະໂຫຍກຢູ່ໃນໃຈຫລາຍໆຄຳ ສຸດທ້າຍຈຶ່ງຕັດສິນໃຈສົ່ງມັນໄປ “ແທ້ບໍ່? ວ່າໃຫ້ທຸກໆຢ່າງ!”

“ເຂົາຢາກເຫັນໜ້າເພິ່ນນະ!”

“ແຕ໋ງໆ…!!” ສຽງເຟດດັງ “ນີ້ເດີຮູບເຂົາ ຮູບນີ້ເປັນຮູບທີສາມໄດ໋ ທີ່ເຂົາຕັດສິນໃຈຖ່າຍສົ່ງໄປໃຫ້ເພິ່ນເບິ່ງເປັນຄົນທຳອິດເລີຍ!”

“ເອີ….. ຄືວ່າ….. ຄືວ່າ….. ເຂົາຢາກເຫັນໜ້າເພິ່ນແບບຕົວເປັນໆເລີຍນະ! ມື້ອື່ນເຂົາຢາກນັດເພິ່ນມາລົມກັນແບບແທ້ໆເລີຍ ເຂົາຂໍໂທດທີ່ເຂົາເວົ້າແບບນີ້ ຖ້າຜິດພາດປະການໃດ ກະຂໍໂທດນຳຫລາຍໆ! ຫລາຍມື້ແລ້ວທີ່ເຮົາແຊັດນຳກັນ ຈົນບໍ່ເປັນອັນກິນອັນນອນ ເໝືອນກັບວ່າສອງເຮົານີ້ມີພົມລິຂິດຮ່ວມກັນມາແຕ່ຊາດກ່ອນພຸ້ນ! ໄດ້ເປີດ ເຜີຍຄວາມໃນໃຈທຸກຢ່າງໃຫ້ກັນຮູ້ຢ່າງເປີດແປນ ແລະຕົກລົງປົງໃຈເປັນຄົນຮັກກັນແລ້ວ ເປັນຄັ້ງທີສາມແລ້ວທີ່ເພິ່ນສົ່ງຮູບມາໃຫ້ ເຂົາຮູ້ດີວ່າເພິ່ນເປັນຄົນບໍ່ມັກຖ່າຍຮູບ ເພິ່ນເຄີຍບອກເຂົາແລ້ວ! ເຂົາກະຄືກັນບໍ່ມັກຖ່າຍເໝືອນກັນ! ແຕ່ເພິ່ນກະຄົງຮູ້ດີວ່າ ຂີດຈຳກັດລະຫວ່າງສອງເຮົາກະຄືວ່າ ເຮົາແຊັດນຳກັນຢູ່ທາງເຟດບຸກມັນຄ້າຍຄືໂລກແທ້ ແຕ່ແທ້ທີ່ຈິງແລ້ວມັນແມ່ນໂລກທຽມ ຫວ່າງອາທິດແລ້ວນີ້ ໝູ່ຂອງເຂົາຖືກສາວຄົນໜຶ່ງໃນເຟດບຸກຕົວະເອົາເງິນ ໝູ່ຄົນນັ້ນເສຍເງິນໄປຫລາຍເຕີບ ມັນກະເລີຍສອນໃຫ້ເຂົາໄດ້ຮູ້ວ່າ ເຟດບຸກນັ້ນມັນມີຜົນດີ ແລະຜົນເສຍແນວໃດ? ບໍ່ຄວນຕັດສິນໃຈງ່າຍ ເຫັນຮູບງາມ ແຊັດນຳກັນເຂົ້າອົກເຂົ້າໃຈ ບໍ່ໝາຍຄວາມວ່າ ມັນຈະເປັນຄວາມຈິງໄປໝົດທຸກຢ່າງ ບາງຄັ້ງຄວາມຈິງກະບໍ່ມີຈັກເປີເຊັນຊ້ຳ  ດັ່ງນັ້ນ ມື້ອື່ນເຊົ້າຫລັງຈາກທີ່ເຂົາເສັງແລ້ວ ເຮົາໄປນັດພົບກັນຢູ່ຮ້ານຂາຍໜັງສືບຸກຊ໋ອບເນາະ!”

“ຮື!ຮື ບໍ່ຄິດວ່າເພິ່ນຊິເວົ້າແບບນີ້ໄດ້ ແຕ່ມັນກະຖືກຕ້ອງທຸກຢ່າງກັບຄຳທີ່ເພິ່ນວ່າຫັ້ນແຫລະ! ເຂົາກະທຳໃຈໄວ້ແຕ່ທຳອິດແລ້ວ ວ່າມື້ໃດມື້ໜຶ່ງມັນຕ້ອງເກີດເລື່ອງແບບນີ້ຂຶ້ນ ຂອບໃຈຫລາຍໆທີ່ເພິ່ນສະແດງຄວາມຈິງໃຈອອກມາດ້ວຍຄວາມຈິງໃຈ ເຖິງວ່າມັນບໍ່ເປັນຕາໜ້າອ່ານກໍຕາມ ແຕ່ຍ້ອນຄວາມຮັກແພງ ແລະສາຍສຳພັນທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າ ຈັ່ງໃດກະຂໍຕົກລົງປົງໃຈໄປພົບພໍ້ເພິ່ນໃຫ້ໄດ້ ຢາກຮູ້ຄືກັນວ່າ ເມື່ອພົບໜ້າພໍ້ຕາກັນແລ້ວ ສາຍສຳພັນລະຫວ່າງສອງເຮົາມັນຊິເຂັ້ມຂຸ້ນ ຫລືຈືດຈາງລົງ ແລະຄວາມຂີ້ອາຍຂອງເພິ່ນທີ່ເຄີຍເວົ້າວ່າ ເວົ້າບໍ່ເກັ່ງນັ້ນມັນຊິເປັນແບບໃດ?”

“ເຂົາຂໍສັນຍາວ່າ  ເຂົາຈະຍອມຮັບໃນສິ່ງທີ່ເພິ່ນເປັນ ຊິເປັນແບບໃດ ແນວໃດກໍຕາມ ຂໍສັນຍາຈາກໃຈລູກຜູ້ຊາຍເອິກສາມສອກ ຜູ້ຊາຍບ້ານນອກຫລອກບໍ່ເປັນ ຈິງໃຈທຸກຄຳເວົ້າ ຂໍເອົາຄວາມຊື່ສັດເປັນເດີມພັນ!”

“ແນ່ໃຈ ! ຖ້າເປັນຢ່າງທີ່ເພິ່ນເວົ້າມາກະດີ ເຂົາຂໍຊົມເຊີຍໃນຖານະທີ່ເພິ່ນເປັນຜູ້ຊາຍແທ້ໆ! ເວ້າຄຳໃດຄຳນັ້ນ ຈັ່ງຊັ້ນຄືນນີ້ກະບ່າຍໆ! ຝັນດີ ຈຸບໆ! ນອນເດີ ຮອດສອງໂມງແລ້ວນິ!”

“ຂອບໃຈມາກມາຍ ຝັນດີຄືກັນນາງຟ້າຄົນງາມ!” ອຸເທປ່ອຍຄຳຫວານກັບຄືນໄປ ຟ້າວປິດຄອມ ດັບໄປປຸບປັບ ໄຫວ້ພະຈົ່ມນະໂມພຸດໂທສາມຈົບ ນອນລົງຢ່າງໄວວາ”

………………………….

facebookreactions21-1024x512

ຕອນເຊົ້າວັນຕໍ່ມາ….. ທີ່ໂຮງຮຽນ

ຫລັງຈາກທີ່ສອບເສັງແລ້ວ ອຸເທກໍເຂົ້າໄປນັ່ງເທິງຕັ່ງໃນກ້ອງຫົ່ມໄມ້ ຢູ່ຮ້ານຂາຍປຶ້ມບຸກຊ໋ອບ ເພື່ອລໍຖ້າສີດາຄົນງາມ ຄົນທີ່ນັດຢູ່ໃນເຟດບຸກ ຕອນນີ້ຈິດໃຈຂອງເຂົາປອດໂປ່ງສະບາຍ ຄ້າຍກັບວ່າຍົກກ້ອນຫີນອອກຈາກເອິກ ແຕ່ເມື່ອຄິດໄປຫາຕອນພົບກັນກບສີດານັ້ນ ມັນຊ້ຳເຮັດໃຫ້ເຂົາກະວົນກະວາຍເປັນຢ່າງຍິ່ງ ຫົວໃຈເຕັ້ນແຮງ ຕຸບໆ! ເຂົາເອົາຝ່າມືລູບເອິກ ສຳຜັດໄດ້ເຖິງຄວາມສັ່ນຮຸນແຮງຂອງຫົວໃຈ.

10 ທີ່ຜ່ານໄປ ບໍ່ມີອິຫຍັງເກີດຂຶ້ນ ຄົນທີ່ຊື່ສີດາຍັງບໍ່ມາ ສາຍຕາທັງສອງຂອງອຸເທຈັບຈ້ອງໄປທຸກທິດທາງ ກໍບໍ່ເຫັນໜ້າຂອງນາງຄົນນັ້ນ ເຫັນພຽງແຕ່ບັນດານັກສຶກສາຫລາກຫລາຍຄະນະ ຍິງ-ຊາຍເວົ້າລົມກັນ ບາງຄົນຫລິ້ນໂທລະສັບ ຫລິ້ນຄອມ ຫລືກິນເຂົ້າໜົມ ນ້ຳຊາ ກາເຟ… ມັນຊ່າງເປັນບັນຍາກາດທີ່ຄຶກຄື້ນຫລາຍ ແຕ່ມີສິ່ງໜຶ່ງທີ່ບໍ່ເພິ່ງປະສົງກໍຄື ອາກາດທີ່ຫາຍໃຈ ເພາະມັນມີສານພິດ ກິ່ນຂິວຈົນຊິຮາກ ລອຍມາຈາກທິດທາງທີ່ມີນັກສຶກສາ ເວົ້າພາສາບໍ່ເຂົ້າເລື່ອງ ສຳນຽງບໍ່ເປັນລາວຈັກດີ້  “ດຶງເດີຍ ດຶງເດືອກ” ປະມານນີ້ ເຂົາລອງເດົາເອົາໄປວ່າ ຄົງຈະແມ່ນນັກສຶກສາຕ່າງປະເທດ ເພາະລັກສະນະທ່າງທາງແມ່ນຈຸ້ມກັນເປັນກຸ່ມກ້ອນ ເວົ້າສຽງແຮງແບບບໍ່ເກງໃຈຄົນອ້ອມຂ້າງ ແຕ່ກໍຍັງດີຢູ່ທີ່ຜູ້ຍິງ ແລະຜູ້ຊາຍບາງຄົນບໍ່ສູບ.

ຜ່ານໄປແລ້ວ 15 ນາທີ ສຽງເພງບັນເລງໃນຮ້ານຍັງຄົງດັງຄຶກຄື້ນ ເຮັດໃຫ້ຫລາຍໆຄົນທີ່ໄດ້ຍິນ ຫລຸດຜ່ອນຄວາມອິດເມື່ອຍລົງ ແຕ່ສຳລັບອຸເທແລ້ວ ຍິ່ງເຮັດໃຫ້ຈິດໃຈຂອງເຂົາກະວົນກະວາຍກວ່າເກົ່າ ເພາະເພງທີ່ເປີີດນັ້ນມັນເປັນເພງ “ເຟດບຸກຂີ້ຕົວະ”

“ປານໃດຊິມານໍ້?” ອຸເທຈົ່ມ “ບໍ່ແມ່ນເຮົາຖືກຕົວະລະບໍ່? ມັນກະຊິຄືກັບເພງທີ່ໄດ້ຍິນຢູ່ຕອນນີ້ລະຕິ? ຈັ່ງໃດກະຊິນັ່ງລໍຖ້າອີກຈັກ 5 ນາທີກ່ອນ ຄົນບໍ່ມາລະເຮົາຊິກັບເລີຍ!”

ທ້ອງຟ້າເຊົ້າມື້ນີ້ເປັນສີຄຶ້ມໆ ສາຍລົມອ່ອນພັດມາເປັນບາງຄັ້ງ ຄວາມໜາວເຢັນຂອງທ້າຍເດືອນສິບສອງ ເຮັດໃຫ້ຜູ້ຄົນຕ້ອງນຸ່ງເສື້ອໜາໆ ເພື່ອປົກປ້ອງຮ່າງຄີງຂອງຕົນ.

“ໂອ້ຍ ຈັ່ງແມ່ນຊາດ 20 ນາທີແລ້ວ ກະຍັງບໍ່ເຫັນຮອດຮອຍ” ອຸເທຢາກຮ້າຍ “ຖືກຕົວະແທ້ໆລະນິ ກັບກ່ອນເວີຍ ເສຍເວລາໄປຫລາຍລະ!”

“ຢ່າຟ້າວກັບເທື່ອແມ!” ສຽງຜູ້ຍິງຄົນໜຶ່ງທີ່ຢູ່ທາງຫລັງເວົ້າກັບອຸເທ

“ສີດາຫວາ!” ອຸເທຕອບ ແລະງວາກກັບໄປທັນທີ ເຂົາຕົກສະເຫງີ້ ສາຍຝ່າຜ່າລົງມາກາງຫົວໃຈ ປ້ຽງ!!! ເວົ້າຫຍັງບໍ່ອອກ ພາບທີ່ເຫັນ ມັນຊ່າງແຕກຕ່າງກັບທີ່ເຂົາເຫັນໃນເຟດບຸກ ຜູ້ຍິງຄົນນັ້ນແຕກຕ່າງຈາກຮູບຫລາຍ ບໍ່ແມ່ນງາມຢາດຍ້ອຍຄືນາງຟ້າດອກ ແຕ່ຂີ້ລ້າຍສົມບູນແບບຫັ້ນຕິ! ຜິວພັນຄໍ້ຳ ຮຸນອວບ ແລະຕໍ່າເຕ້ຍ ແຕ່ໜ້າຕາຄ້າຍຄືກັບສີດາທີ່ສຸດ ເຂົາບໍ່ເຊື່ອໃນສິ່ງທີ່ເຫັນເລີຍ ສະໝອງມຶນຕຶບ ຮູ້ສຶກວ່າບໍ່ມີເຫື່ອມີແຮງພໍໜ້ອຍ ຫົວໃຈທີ່ເຄີຍແຂງແຮງ ຕອນນີ້ມັນຫລົ່ນຕົກລົງມາຢູ່ຕີນ ຖືກຢຽບຢໍ່າທັບໄວ້.

“ຟ້າເອີຍ! ເປັນຫຍັງມັນຈຶ່ງເປັນແບບນີ້” ຄຳຖາມຫລາຍຢ່າງໄຫລຫລັ່ງເຂົ້າສູ່ສະໝອງຂອງອຸເທ “ເຮົາຄົງຖືກກ້ອງ 360 ອົງສາຫລອກແລ້ວລະ! ຄັນບໍ່ຊັ້ນກະຄົງຊິແມ່ນພິກແລັບ(Piclab) ເຮົາຊິເຮັດແນວໃດດີ? ໂອ້ຍ! ສະໝອງຊິແຕກອອກເປັນປ່ຽງໆແລ້ວ ຮືໆ! ເປັນຍ້ອນເຮົາທີ່ຜິດເອງ ໄປສັນຍາກັບເຂົາແນວນັ້ນແນວນີ້ວ່າຊິຮັກກັນຕະຫລອດໄປ! ຮັກຈິງຈາກຫົວໃຈ! ຮັກບໍ່ມີວັນສະຫລາຍ! ຮັກແບບບໍ່ມີເງື່ອນໄຂ! ຮັກກັນຈົນວັນຕາຍ!… ເຫັນບໍບາດນີ້ ບໍ່ຄິດກ່ອນເວົ້າ ນີ້ແຫລະ! ເວນກຳຕາມສະໜອງແລ້ວ!”

“ເອົ້າ! ອຸເທເປັນຫຍັງ? ຄືບໍ່ຕອບເຂົາລະ” ຜູ້ຍິງຄົນນັ້ນເວົ້າ

“ເອີ….. ຄືວ່າ….. ເອີ…..” ອຸເທປາກບໍ່ອອກຈັກຄວາມ ສະໝອງມຶນມົວໄປໝົດ “! ສະບາຍດີ!”

“ສະບາຍດີຄືກັນ! ເຫັນໂຕແທ້ເຂົາລະເປັນຈັ່ງໃດ?”

“ກະດີ! ກະໂອເຄ!” ອຸເທຝືນເວົ້າອອກໄປແບບກັດແຂ້ວສູ້ ທີ່ຈິງແລ້ວເຂົາຄວນຊິເວົ້າອອກໄປວ່າ ຈັ່ງແມ່ນເພິ່ນຊົ່ວຊ້າອີຫລີ ມາຫລອກເຂົາໄດ້ຈັ່ງໃດ? ເຮັດໃຫ້ເຂົາຮັກ ເຮັດໃຫ້ເຂົາຫລົງ ແລະຕົກລົງເປັນແຟນກັບເພິ່ນ ແຕ່ແທ້ຈິງແລ້ວ ເພິ່ນຊ້ຳພັດບໍ່ໄດ້ເປັນຄົນໆນັ້ນທີ່ເຂົາຝັນໄວ້ເລີຍ ຈັ່ງແມ່ນຂີ້ຮ້າຍອີຫລີເນາະ! ແຕ່ຍ້ອນມາລະຍາດໃນການທັກທາຍ ແລະເບິ່ງໃນແງ່ບວກ ເຮັດໃຫ້ອຸເທຕ້ອງຕັດທຸກຄຳທີ່ບໍ່ດີເຫລົ່ານັ້ນອອກໄປ ຄິດໃໝ່ວ່າ ຕໍ່ໄປໃນອະນາຄົດຊິບໍ່ເຮັດໃຫ້ເລື່ອງມັນເປັນແບບນິີ້ອີກ “ຈັ່ງໃດກໍຕາມ ມາຮອດຂັ້ນນີ້ແລ້ວ ກໍຄວນກົ້ມໜ້າກົ້ມຕາຮັບເວນກຳໄປສາກ່ອນ ມັນຄົງເປັນກຳໃນຊາດແລ້ວທີ່ມາສະໜອງ ເປັນຈັ່ງໃດກະເປັນກັນ ບາງເທື່ອກະຊິດີກວ່າທີ່ເຮົາຄິດກໍເປັນໄດ້ ຖ້າບໍ່ມັກບາດນັ້ນຈຶ່ງບອກເລີກພາຍຫລັງກະໄດ້ ຜູ້ຊາຍເອິກສາມສອກ ເວົ້າອິຫຍັງໄປຄວນຮັບຜິດຊອບໃນສິ່ງທີ່ເວົ້າ ຈຶ່ງສົມເປັນຊາຍຊາຕີ” ເຂົາພຶມພຳກັບຕົນເອງ.

“ຄິດອິຫຍັງດົນແທ້?” ຜູ້ຍິງຄົນນັ້ນວ່າ

“ບໍ່ມີຫຍັງດອກ! ເຊີນນັ່ງເລີຍເດີ້! ເພິ່ນຊິເອົາຫຍັງບໍ່? ເຂົາຊິໄປເອົາມາໃຫ້ ຊາ ກາເຟ ໂອວັນຕິນ ຫລືນ້ຳດື່ມ” ອຸເທສະເໜີ

“ຂໍນ້ຳດື່ມ 2 ຂວດເດີ”

“ອ້າວ! ເອົາສອງພຸ້ນນະ! ຄົນນ້ອຍໆໜຶ່ງ ຊິກິນເໝິດສອງຂວດພຸ້ນຫວາ!” ອຸເທເວົ້າ

“ເອົາມາໂລດນ່າ! ຈັກໜ້ອຍຊິມີຄົນມາເພີ່ມອີກຄົນໜຶ່ງ” ຜູ້ຍິງຄົນນັ້ນຢືນຢັນຄຳເວົ້າ

“ຈ້າວໆ!”

ອຸເທຍ່າງເຂົ້າໄປໃນຮ້ານ ສັ່ງນ້ຳດື່ມສອງຂວດ ແລະກາເຟໜຶ່ງຈອກ ແລ້ວກັບເຂົ້າມາບ່ອນນັ່ງ ຍື່ນນ້ຳໃຫ້ຜູ້ຍິງຄົນນັ້ນ ເຂົາລຶບຄຳວ່າສີດາອອກໄປຈາກສະໝອງແລ້ວ ເພາະຄຳວ່າສີດາຕາມມະໂນພາບຂອງຄວາມຄິດ ແມ່ນນຶກເຖິງນາງສີດາໃນບົດວັນນະຄະດີລາວ ທີ່ງາມຢາດຍ້ອຍຫາຜູ້ຍິງຄົນອື່ນທຽບໄດ້ຍາກ ຜູ້ຍິງຄົນນີ້ບໍ່ເໝາະທີ່ຈະຊື່ສີດາເລີຍ.

“ດື່ມຕາມສະບາຍໂລດເດີ!” ອຸເທສະເໜີ

“ເຈົ້າ! ຂອບໃຈຫລາຍໆ! ຂໍຖາມແດ່ເພິ່ນ?” ຜູ້ຍິງຄົນນັ້ນວ່າ

“ວ່າ….. ?”

“ເລື່ອງທີ່ເຮົາລົມກັນທາງເຟດບຸກຫັ້ນນະ ຍັງຄືເກົ່າຫວະ? ເພິ່ນບໍ່ລັງກຽດເຂົາເບາະ ທີ່ຕົວຈິງເຂົາຂີ້ຮ້າຍແບບນີ້!”

“ເອີ….. ຕອນທຳອິດທີ່ເຫັນກະຕົກໃຈຫັ້ນລະ ຄິດວ່າໃຜຊັ້ນດອກ! ບໍ່ຄິດວ່າເພິ່ນຊິແຕກຕ່າງຫລາຍປານປ່ຽນໜ້າມືເປັນຫລັງມື ຄືຮູບໃນເຟດບຸກ ແຕ່ດຽວນີ້ຍອມຮັບໄດ້ແລ້ວ!”

“ຍອມຮັບເລື່ອງໃດນໍ້?”

“ເລື່ອງທີ່ເພິ່ນເປັນຢູ່ນີ້ແຫລະ! ອາດຈະບໍ່ງາມເລີດເລີເພີເຟັກ ແລະຕົວະເຂົາຢູ່ທາງເຟດບຸກ ແຕ່ເຂົາຄິດວ່າ ອາດີດມັນຜ່ານໄປແລ້ວເອົາກັບຄືນມາບໍ່ໄດ້ ຖ້າເພິ່ນເຫັນວ່າການຕົວະເປັນການດີ ມີຄວາມສຸກໃຈ ເຮັດໄດ້ກໍເຮັດໄປ ເຂົາຊິບໍ່ຂໍເອົາມາເປັນປະເດັນເລື່ອງລະຫວ່າງສອງເຮົາ ຕອນນີ້ເຂົາກໍອາຍຸ 22 ປີແລ້ວ ແນວຄິດກໍເປັນຜູ້ໃຫຍ່ຫລາຍເຕີບ ການທີ່ຍິງ-ຊາຍຈະຄົບກັນເປັນແຟນນັ້ນ ຫລືເປັນຜົວ-ເມຍກັນໃນອະນາຄົດ ທັງສອງບໍ່ຈຳເປັນຕ້ອງຫລໍ່ ງາມ ລໍ້າ ລວຍເທົ່າກັນດອກ ຫລືຫລາຍກວ່າກັນດອກ! ຂໍພຽງແຕ່ສອງຄົນນັ້ນມີຈິດໃຈຮັກແທ້ ຈິງໃຈ ຊື່ສັດຕໍ່ກັນ ສໍ່ານີ້ກໍພຽງພໍແລ້ວ ເລື່ອງຮູບຮ່າງໜ້າຕາ ຖານະ ຄ່າດອງ ບາດນັ້ນຈຶ່ງວ່າກັນ!”

“ປາດໆ! ປະຕິໂທ! ເພິ່ນເວົ້າຄວາມຈິງຫວານິ?” ຜູ້ຍິງຄົນນັ້ນທ້ວງ

“ຄວາມຈິງທຸກປະການ!” ອຸເທຢືນຢັນ

“ຄຳເວົ້າຂອງເພິ່ນມັນເຮັດໃຫ້ເຂົາເຄີ້ມເລີຍ! ເກີດມາຍັງບໍ່ເຄີຍມີໃຜເວົ້າແນວນີ້ໃຫ້ຟັງຈັກເທື່ອ? ເອົາເປັນວ່າເຂົາຊິລອງເຊື່ອເພິ່ນກະໄດ້ໄປ໋!” ສາວຄົນນັ້ນບັນຍາຍ ທັງຍົກມືເບື້ອງຂວາຂຶ້ນເທິງຫົວ ເຮັດມືເປັນໂຕ OK

“ແມ່ນເພິ່ນເຮັດອິຫຍັງຫັ້ນ?”ອຸເທຖາມດ້ວຍຄວາມແປກໃຈ

“ບໍ່ມີຫຍັງດອກ? ເຂົາກະເຮັດໄປຊັ້ນລະ!” ຜູ້ຍິງຄົນນັ້ນຕອບແບບເສີຍໆ

ທັນໃດນັ້ນ

“ຮຶ! ແມ່ນໃຜເອົາມືມາປິດຕາເຂົາ ເອົາອອກແມະ!” ອຸເທເວົ້າສຽງແຮງ ເມື່ອມີມືນຸ່ມໆຂອງໃຜຄົນໜຶ່ງທີ່ຢືນຢູ່ຫລັງ ມາປິດຕາທັງສອງຂ້າງເຂົາໄວ້ “ເພິ່ນຄືຊິແມ່ນໝູ່ສີດາເນາະ?”

“ບໍ່ແມ່ນດອກ! ເຂົາເອງນີ້ລະຄືສີດາ ສີດາຕົວຈິງ!” ຜູ້ຍິງຄົນທີ່ຢູ່ທາງຫລັງຕອບ ແລ້ວຍ່າງມານັ່ງໃກ້ກັບອຸເທ.

ອຸເທແທບບໍ່ເຊື່ອສາຍຕາຂອງຕົນເອງເລີຍ ເຂົາຕົກສະເຫງີ້ຢູ່ດົນເຕີບ ອ້າປາກຄ້າງ ໜ້າແດງ ແລະສາຍຕາເປັນປະກາຍ ພາບທີ່ເຂົາເຫັນຄືຄົນທີ່ຢູ່ໃນຮູບເຟດບຸກ ທຸກຢ່າງສົມບູນແບບ ແບບ 100 ເປີເຊັນ.

“ມັນໝາຍຄວາມວ່າຈັ່ງໃດນິ? ພວກເພິ່ນຊື່ສີດາທັງສອງຄົນເບາະ?” ອຸເທຟ້າວທັກຖາມ

“ບໍ່ດອກ! ເຂົານີ້ລະສີດາໂຕແທ້ໆ ຄົນນີ້ນ້ອງເຂົາຊື່ ພາ ພວກເຮົາເປັນຝາແຝດກັນ!” ສີດາຕອບ

“ມັນເປັນຈັ່ງໃດ? ເຂົາບໍ່ເຂົ້າໃຈ ກະລຸນາສາທະຍາຍມາອີກຄັ້ງດຸ?”

“ຄືວ່າ…..? ເອີ….. ເຂົາຢາກລອງໃຈເພິ່ນເບິ່ງວ່າຊິມັກເຂົາແທ້ໆບໍ່? ດຽວນີ້ເຊື່ອອິຫຍັງໂລດບໍ່ໄດ້! ຖ້າໂລກອອນລາຍຄືເຟດບຸກຫັ້ນແຫ່ງຕ້ອງລະວັງ ເຂົາຈຶ່ງຄິດແຜນນີ້ຂຶ້ນມາລອງໃຈເພິ່ນເບິ່ງຊັ້ນນ່າ!”

“ໂອ້ຍ! ຢາກຈະບ້າຕາຍ ແນວນີ້ກະມີ! ຮຶ ບອກແລ້ວເດ ຄົນບ້ານນອກຫລອກໃຜບໍ່ເປັນ!”

“ຊິບ້ານນອກຫລືໃນເມືອງມັນກະຄືກັນຫັ້ນລະ! ຮູ້ໜ້າບໍ່ຮູ້ໃຈ ເຮົາຕ້ອງປອດໄພໄວ້ກ່ອນ!”

“ແຕ່….. ພວກເພິ່ນທັງສອງຄືມາຄືກັນ 100 ເປີເຊັນແທ້! ປານວ່າກ໋ອບປີໜ້າຕາກັນມາເລີຍ? ອຸເທຢອດຄຳຖາມ

“ຄອບຄົວເຂົາ ມີທັງໝົດນຳກັນ 4 ຄົນ ພໍ່ແມ່ ເຂົາກັບນ້ອງສາວນຄົນນີ້ລະ ເຂົາໜ້າຕາຜິວພັນໄດ້ແມ່ ສວ່ນນ້ອງໄດ້ພໍ່” ສີດາໄຂຄວາມກະຈ່າງແຈ້ງ

“ຂອບໃຈຫລາຍໆທີ່ສະຫລາດສ່ອງໃສສ້າງເລື່ອງແບບນີ້ຂຶ້ນມາ ເພິ່ນຮູ້ບໍ່ວ່າມັນເກືອບຈະເຮັດໃຫ້ໃຈເຂົາວອດວາຍລົງກັບທີ່ ດຽວນີ້ຍັງຮູ້ສຶກເຈັບແປ໋ບໆຢູ່ເລີຍ ເກືອບຄິດວ່າຕົນເອງຊິໄດ້ເມຍເປັນຄົນຂີ້ຮ້າຍແລ້ວຊັ້ນດອກ 555!”

“ຫື!………………55555”

“555555555555”

ທັງສາມນັ່ງຫົວຂວັນນຳກັນຢ່າງມີຄວາມສຸກ ໃນຂະນະທີ່ດວງຕາເວັນເລີ່ມສ່ອງແສງລົງມາເປັນເລົາ ພາຍ ຫລັງທີ່ເມກໝອກໄດ້ລາລັບໄປ ຄວາມອົບອຸ່ນໄດ້ກະຈາຍໄປທົ່ວ ເຮັດໃຫ້ຜູ້ຄົນຕ່າງກໍພາກັນຍ່າງອອກມາຮັບເອົາຄວາມອົບອຸ່ນຈາກແສງແດດກັນທົ່ວໜ້າ.

 

“ຈົບ”

10.12.2015