spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດເລີ່ມສອນໃຫ້ຫຸ່ນຍົນຮູ້ຈັກຄວາມເຈັບປວດ

ນັກວິທະຍາສາດເລີ່ມສອນໃຫ້ຫຸ່ນຍົນຮູ້ຈັກຄວາມເຈັບປວດ

Published on

ກຸ່ມນັກວິໄຈທີ່ຢູ່ເບື້ອງຫຼັງເທັກໂນໂລຢີດັ່ງກ່າວຄິດວ່າຫຸ່ນຍົນທີ່ໄວຕໍ່ຄວາມຮູ້ສຶກເຈັບນັ້ນມີຄ່າຄວນຕໍ່ການພັດທະນາ ເພື່ອມັນຈະໄດ້ປົກປ່ອງຕົວມັນເອງ ແລະ ມະນຸດທີ່ເຮັດວຽກຮ່ວມຢູ່ກັບມັນໃຫ້ປອດໄພໄດ້

“ຄວາມເຈັບປວດນັ້ນເປັນລະບົບທີ່ຄອຍປົກປ່ອງພວກເຮົາ” Johannes Kuehn ເຊິ່ງເປັນໜຶ່ງໃນທີມງານວິໄຈຈາກ bniz University of Hannover ໃນເຢຍລະມັນກ່າວວ່າ “ເມື່ອເຮົາຫຼີກລ່ຽງຈາກສາເຫດຂອງຄວາມເຈັບປວດ ມັນກໍ່ຈະຊ່ວຍໃຫ້ເຮົາບໍ່ເຈັບຕົວ”

ນັກວິທະຍາສາດທີມີຊື່ວ່າ Kuehn ແລະ ເພື່ອນຮ່ວມງານ Sami Haddadin ໄດ້ຮ່ວມກັນພັດທະນາສິ່ງທີ່ພວກເຂົາຮຽນວ່າເປັນ “ລະບົບປະສາດສຳລັບມະນຸດຫຸ່ນຍົນ” ຫຸ່ນຍົນຈະສາມາດຮັບຮູ້ສາເຫດຂອງຄວາມເຈັບປວດ (ເຊັ່ນໄຟ ຫຼື ມີດບາດ) ແລະ ທີ່ສຳຄັນນັກວິທະຍາສາດຍັງຊອກຫາວິທີທີ່ຈະເຮັດໃຫ້ຫຸ່ນຍົນມີປະຕິກິລິຍາຕອບສະໜອງ ເຊິ່ງທັງສອງນັກວິທະຍາສາດໄດ້ອີງໃສ່ລະບົບປະສາດຂອງມະນຸດເປັນແຮງບັນດານໃຈໃນການສ້າງລະບົບດັ່ງກ່າວຂຶ້ນ ພວກເຂົາໄດ້ເຮັດການທົດສອບແນວດຄິດດ້ວຍການໃຫ້ແຂນຫຸ່ນຍົນທີ່ມີເຊັນເຊີທີ່ປາຍນິ້ວມືທີ່ສາມາດກວດຈັບແຮງກົດ ແລະ ອຸນຫະພູມໄດ້ ໃນແຂນຫຸ່ນຍົນຍັງມີແຜ່ນເນື້ອເຍື້ອຫຸ່ນຍົນທີ່ຖືກອອກແບບໃຫ້ເໝືອນຜິວໜັງຂອງມະນຸດ ເພື່ອເຮັດໃຫ້ຫຸ່ນຍົນມີຄວາມຮູ້ສຶກເຈັບປວດພຽງໃດ ແລະ ມີການຕອບສະໜອງແນວໃດ ການທີ່ເຮັດໃຫ້ຫຸ່ນຍົນຮຽນຮູ້ໄດ້ນັ້ນເປັນສິ່ງທີ່ທ້າທາຍທີ່ສຸດ ແລະ ຈະເຮັດໃຫ້ຫຸ່ນຍົນສະຫຼາດຂຶ້ນ ເຊິ່ງຈະມີຜົນປະໂຫຍດຫຼາຍໃນໂລກອະນາຄົດ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...