spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີສົ່ງສານອວຍພອນວັນເດັກສາກົນ

ນາຍົກລັດຖະມົນຕີສົ່ງສານອວຍພອນວັນເດັກສາກົນ

Published on

– ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ.
ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດ ພວມຫ້າວຫັນຟົດຟື້ນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຄະນະລັດຖະບາານ ຊຸດທີ 8 ກໍາລັງສຸມໃສ່ ການຈັດຕັ້ງປະຕິບັດແຜນການ 6 ເດືອນ ທ້າຍສົກປີ 2015-2016. ມື້ນີ້ວັນທີ 1 ມິຖຸນາ 2016 ເປັນວັນເດັກສາກົນ, ຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກ, ທັງເປັນວັນປູກຕົ້ນໄມ້ແຫ່ງຊາດ ພວກເຮົາພ້ອມກັນ ສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ ຂອງພັກ-ລັດເຮົາ ທີ່ມີຕໍ່ເດັກລາວບັນດາເຜົ່າ ແລະ ສົນທິສັນຍາສິດທິເດັກ.
ເດັກ ໝາຍເຖີງບຸກຄົນທີ່ມີອາຍຸຕໍ່າກວ່າ 18 ປີ, ເຊີ່ງເປັນຜູ້ໃຫ່ຍໃນມື້ໜ້າ ແລະ ທັງແມ່ນກຳລັງແຮງງານທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສະນັ້ນ, ພັກ-ລັດຖະບານ ໄດ້ເອົາໃຈໃສ່ ໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມວຽກງານແມ່ແລະເດັກ ໃນຂອບເຂດທົ່ວປະເທດ ດ້ວຍການສົ່ງເສີມສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບ ການສຶກສາອົບຮົມ, ພັດທະນາເດັກຢ່າງຮອບດ້ານ ຕາມແນວທາງນະໂຍບາຍ ຂອງພັກ-ລັດ. ຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ລັດຖະບານ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດ 4 ສິດພື້ນຖານຂອງເດັກ:
(1). ສິດທິໃນການຢູ່ລອດ ໄດ້ສຸມໃສ່ວຽກສັກຢາກັນພະຍາດ, ວຽກໂພສະນາການ, ວຽກສຸຂະອານາໄມ, ນໍ້າສະອາດ ແລະ ວິດຖ່າຍ ອັນໄດ້ເຮັດໃຫ້ ອັດຕາການຕາຍຂອງແມ່ ແລະ ເດັກຫຼຸດລົງ;
(2). ສິດທິໃນການພັດທະນາ ດ້ານການສຶກສາ ແລະ ກິລາ ສາມາດບັນລຸໄດ້ເປົ້າໝາຍ ສະຫັດສະວັດດ້ານການພັດທະນາ ກ່ຽວກັບອັດຕາການເຂົ້າຮຽນຂອງເດັກ ກວມ 98,7 ເປີເຊັນ, ອັດຕາການຮຽນຂອງເດັກ ເພີ່ມຂຶ້ນ;
(3). ສິດທິໃນການປົກປ້ອງເດັກ ພວກເຮົາໄດ້ມີກົດໝາຍ ແລະ ນິຕິກຳຕ່າງໆ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ການພັດທະນາ ແລະ ປົກປ້ອງແມ່ຍິງ, ຄອບຄົວ, ແຮງງານ, ມູນມໍລະດົກ, ສັນຊາດ, ອາຍາ, ດຳເນີນຄະດີອາຍາ…ພ້ອມນັ້ນ ໄດ້ຈົດທະບຽນການເກີດຂອງເດັກ ກວມ 75 ເປີເຊັນ, ໄດ້ສໍາຫຼວດດັດສະນີໝາຍສັງຄົມ, ສໍາຫຼວດການໃຊ້ຄວາມຮຸນແຮງຕໍ່ເດັກ (ການໃຊ້ຄວາມຮຸນແຮງ ທາງຮ່າງກາຍ-ຈິດໃຈ-ເພດ, ການປ່ອຍປະລະເລີຍ, ການຄ້າມະນຸດ….), ສໍາຫຼວດການໃຊ້ແຮງງານເດັກ;
(4). ສິດທິໃນການມີສ່ວນຮ່ວມຂອງເດັກ ໄດ້ເຂົ້າຮ່ວມກິດຈະກໍາຕ່າງໆ ໃນສັງຄົມ, ແລກປ່ຽນຄຳຄິດຄຳເຫັນ ໃນຂະບວນການພັດທະນາ ແລະ ຮັບຟັງຄຳຄິດຄຳເຫັນຂອງຜູ້ໃຫ່ຍ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມສ້າງຂະບວນການຜ່ານສື່ຕ່າງໆ ໃນຫຼາຍຮູບແບບ ແລະ ວິທີການ ເຊີ່ງເນື້ອໃນ ໄດ້ປຸກລະດົມທົ່ວສັງຄົມ ຮ່ວມໃຈຢຸດໃຊ້ຄວາມຮຸນແຮງຕໍ່ເດັກ, ນອກນັ້ນ, ຍັງໄດ້ສ້າງເພັງສິດທິເດັກ ແລະ ສູນວັດທະນະທຳເດັກ ຢູ່ບັນດາແຂວງຂອງປະເທດ, ເຂົ້າຮ່ວມຈັດຕັ້ງປະຕິບັດໂຄງການໄວໜຸ່ມລາວ ຫ່າງຢາເສບຕິດຢູ່ໂຮງຮຽນ ໂດຍໄດ້ມີໂຮງຮຽນຕົວແບບ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫົວພັນ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ ແລະ ສາລະວັນ.

ຕໍ່ຜົນສຳເລັດດັ່ງກ່າວ, ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍສັນລະເສີນ ມາຍັງຄະນະກຳມາທິການເພື່ອແມ່ ແລະ ເດັກ ແຫ່ງຊາດ ແຕ່ຂັ້ນສູນກາງ ລົງຮອດທ້ອງຖີ່ນ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ບັນດາອົງການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນວຽກງານແມ່ແລະເດັກ ກໍ່ຄື ວຽກສິດທິເດັກ. ໃນໂອກາດ ທີ່ມີຄວາມໝາຍສຳຄັນນີ້ ຂໍສະແດງຄວາມຂອບໃຈມາຍັງ ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນຕະຫຼອດຮອດ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນລາວ ໃນວຽກງານດັ່ງກ່າວ ແລະ ຫວັງວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ໃນຕໍ່ໜ້າ.
ຜົນສຳເລັດທີ່ກ່າວມານັ້ນ ໄດ້ເປັນພື້ນຖານອັນໜັກແໜ້ນ ແຕ່ພວກເຮົາກໍ່ຍັງປະເຊີນກັບອຸປະສັກ ແລະ ສິ່ງທ້າທາຍຫຼາຍປະການ ເປັນຕົ້ນ ບັນຫາໂພສະນາການ ອັນເປັນສາເຫດໃຫ້ເດັກຈຳນວນໜຶ່ງ ບໍ່ໄດ້ມາດຖານດ້ານນໍ້າໜັກ ແລະ ລວງສູງ, ອັດຕາການຕາຍຂອງແມ່ ແລະ ເດັກ, ອັດຕາບໍ່ໄດ້ເຂົ້າຮຽນຂອງເດັກ ຍັງມີຈຳນວນໜຶ່ງ, ບັນຫານໍ້າສະອາດ ແລະ ວິດຖ່າຍ ຍັງບໍ່ທັນທົ່ວເຖິງໝົດ. ພ້ອມກັນນີ້, ພວກເຮົາຍັງປະເຊີນກັບປະກົດການຫຍໍ້ທໍ້ ໃນສັງຄົມຈຳນວນໜື່ງ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ເປັນຕົ້ນ ບັນຫາຢາເສບຕິດ, ການທາລຸນ ແລະ ໃຊ້ຄວາມຮຸນແຮງຕໍ່ເດັກ ໃນຫຼາຍຮູບແບບ, ການໄປອອກແຮງງານ ທີ່ຜິດກົດໝາຍ ອັນເປັນສາເຫດ ໃນການຕົກເປັນເຫຍື່ອ ຂອງການຄ້າຂາຍເດັກ, ຄ້າປະເວນີເດັກ ກໍ່ຄື ການຄ້າມະນຸດ ຕິດພັນກັບ ການຂູດຮີດແຮງງານ……
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ
ຕໍ່ໜ້າສະພາບດັ່ງກ່າວ, ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ ບວກກັບ ລັດຖະບານ ໄດ້ກຳນົດເອົາ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ, ສະນັ້ນ ການເຂົ້າຮ່ວມຂອງເດັກ ໃນການ ປູກຕົ້ນໄມ້ແຕ່ລະປີ ກໍ່ຄື ປີນີ້ ສຸດທີ່ມີຄວາມໝາຍສຳຄັນ ເພື່ອສ້າງສະຕິຮັກ, ຫວງແຫນໃນການປົກປັກຮັກສາ, ພັດທະນາປ່າໄມ້, ສີ່ງແວດລ້ອມທໍາມະຊາດ ໃຫ້ແກ່ເດັກ ແລະ ໄວໜຸ່ມ. ຕໍ່ສົນທິສັນຍາ ວ່າດ້ວຍສິດທິເດັກ ພວກເຮົາມີພັນທະໃນການ ສ້າງບົດລາຍງານແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍສິດທິເດັກ ຢູ່ ສປປ ລາວ ໄລຍະທີ 3-6 (1996-2015) ເພື່ອສົ່ງໃຫ້ສະຫະປະ ຊາຊາດ ໃນວັນທີ 06 ທັນວາ 2016 ແລະ ໃນປີີນີ້ ທີຄົບຮອບ 25 ປີ ການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍສິດທິເດັກ ຢູ່ ສປປປ ລາວ. ຕາງໜ້າໃຫ້ລັດຖະບານ, ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງບັນດາການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາການຈັດຕັ້ງ ແລະ ຫົວໜວ່ຍທຸລະກິດ ທັງພາກລັດ ແລະ ເອກະຊົນ ຕະຫຼອດເຖີງປະຊາຊົນບັນດາເຜົ່າທຸກທົ່ວໜ້າ ຈົ່ງຍົກສູງ ຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງ ຈັດຕັ້ງປະຕິບັດພັນທະສາກົນ, ກົດໝາຍພາຍໃນ ແລະ ບັນດານິຕິກຳລຸ່ມກົດໝາຍ, ຍຸດທະສາດແຫ່ງຊາດ, ແຜນດຳເນີນງານແຫ່ງຊາດ ທີ່ກ່ຽວຂ້ອງກັບວຽກງານແມ່ ແລະ ເດັກ ເພື່ອຮັບປະກັນຄວາມຢູ່ລອດ, ການປົກປ້ອງ, ການມີສ່ວນຮ່ວມ ແລະ ການພັດທະນາ ຜູ້ທີ່ເປັນລູກຫຼານຂອງພວກເຮົາ ໃນມື້ນີ້ ໃຫ້ເປັນໄວເດັກ ທີ່ເຕັມໄປດ້ວຍ ຄວາມສຸກ, ສຸຂະພາບແຂງແຮງ, ຄວາມອົບອຸ່ນຈາກພໍ່ແມ່, ການຈັດຕັ້ງ ແລະ ສັງຄົມ ແນໃສ່ການພັດທະນາເດັກ ໃຫ້ກາຍເປັນຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ມີຄວາມຮັບຜິດຊອບສູງ, ມີຄວາມຮູ້, ຄວາມສາມາດ ເພື່ອເຮັດໜ້າທີ່ເປັນຜູ້ສືບທອດ ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ກ້າວໄປສູ່ເສັ້ນທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ຢາກເຮັດໄດ້ ແນວນັ້ນ, ພວກເຮົາຕ້ອງເຊີດຊູ ຄວາມສາມັກຄີເປັນເອກະພາບ ໃນທົ່ວພັກ, ທົ່ວລັດ, ທົ່ວສັງຄົມ ພາຍໃຕ້ການນຳພາຂອງພັກ ແລະ ບຸກທະລຸ ໄປສູ່ເປົ້າໝາຍ ແຫ່ງໄຊຊະນະ.
ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງພໍ່ແມ່ເດັກ ຈົ່ງສືບຕໍ່ເຂົ້າຮ່ວມກັບລັດຖະບານ ເພື່ອປັບປຸງສະຖາບັນຄອບຄົວ, ສຶກສາອົບຮົມ, ສ້າງສິ່ງແວດລ້ອມທີ່ເອື້ອອຳນວຍ ໃຫ້ລູກຫຼານຂອງພວກເຮົາ ໄດ້ພັດທະນາຕົນເອງຢ່າງຮອບດ້ານ. ພ້ອມດຽວກັນນັ້ນ, ຮຽກຮ້ອງໃຫ້ລູກຫຼານທຸກຄົນ ຈົ່ງຕັ້ງໃຈສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ, ພັດທະນາຕົນເອງ ໃຫ້ກາຍເປັນເດັກທີ່ດີຂອງພໍ່ແມ່ ແລະ ສັງຄົມ ໃນມື້ນີ້ ແລະ ເປັນພົນລະເມືອງທີ່ດີ ແລະ ເກັ່ງຂອງຊາດໃນຕໍ່ໜ້າ.
ທ້າຍສຸດນີ້, ຕາງໜ້າໃຫ້ລັດຖະບານ ຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດທຸກທົ່ວໜ້າ ຈົ່ງພ້ອມກັນປ້ອງກັນ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກ, ຮ່ວມແຮງຮ່ວມໃຈກັນ ປູກຕົ້ນໄມ້ໃຫ້ໄດ້ ຄົນລະໜຶ່ງຕົ້ນ ເມື່ອຮອດປີ 2020 ໃຫ້ພື້ນທີ່ປ່າໄມ້ ປົກຫຸ້ມກວມ 70 ເປີເຊັນ ຂອງເນື້ອທີ່ປະເທດ ຕາມມະຕິຂອງພັກ ແລະ ຍຸດທະສາດການຄຸ້ມຄອງປ່າໄມ້ ຮອດປີ 2020.

ຂໍອວຍພອນ ວັນທີ 1 ມິຖຸນາ, ວັນເດັກນ້ອຍສາກົນ ຈົ່ງມີຄວາມສຸກ, ຄວາມຈະເລີນ ແລະ ຄວາມເບີກບານມ່ວນຊື່ນ.
ຂໍຂອບໃຈ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...