spot_img
Homeຂ່າວທ້ອງຖິ່ນຜົນຜະລິດເຂົ້າສະຫວັນນະເຂດ-ຄຳມ່ວນ ຈະບັນລຸ 2 ລ້ານກວ່າໂຕນ

ຜົນຜະລິດເຂົ້າສະຫວັນນະເຂດ-ຄຳມ່ວນ ຈະບັນລຸ 2 ລ້ານກວ່າໂຕນ

Published on

ຮອດ 2025 ຜົນຜະລິດເຂົ້າສະຫວັນນະເຂດ-ຄຳມ່ວນ ຈະບັນລຸ 2 ລ້ານກວ່າໂຕນ
ກອງປະຊຸມປະຕິບັດໂຄງການຄ້ຳປະກັນສະບຽງອາຫານ ແລະ ໂຄງການຕົວແບບການຜະລິດເຂົ້າຈຸດສຸມ
ສະເພາະຢູ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ໄດ້ມີຂຶ້ນຢ່າງເປັນທາງການໃນລະຫວ່າງ
ວັນທີ 27-28 ພຶດສະພາຜ່ານມານີ້, ທີ່ສະໂມສອນພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ
ພາຍໃຕ້ການໃຫ້ກຽດເປັນປະທານຂອງທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້,
ມີທ່ານ ດຣ ສຸພັນ ແກ້ວມີໄຊ ເຈົ້າແຂວງໆສະຫວັນນະເຂດ, ຮອງເຈົ້າແຂວງໆສະຫວັນນະເຂດ ແລະ ຄຳມ່ວນ,
ຈາກນີ້ກໍມີພະແນກ ການ, ກົມກອງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມນຳ.
ໃນພິທີທ່ານ ໄຊປຣາເດດ ຈຸລາມະນີ ຫົວໜ້າກົມແຜນການ ແລະ ການຮ່ວມມື ກໍໄດ້ຂຶ້ນນຳສະເໜີໃຫ້ຮູ້ກ່ຽວກັບ
ຄວາມຄືບໜ້າໃນການກະກຽມໂຄງການຄ້ຳປະກັນສະບຽງອາຫານແຫ່ງຊາດ ຊຶ່ງເຜີຍວ່າ: ຄາດຄະເນໃນປີ 2025
ປະຊາກອນຂອງລາວຈະເພີ່ມຂຶ້ນ 8,7 ລ້ານຄົນ, ຄວາມຕ້ອງການສະບຽງອາຫານໂດຍສະເພາະເຂົ້າເປືອກ
ຄາດວ່າຈະມີເຖິງ 2,1 ລ້ານໂຕນ ເພື່ອບໍລິໂພກ ແລະ ເປັນຄັງແຮປະມານ 4 ແສນໂຕນ,
ລວມທັງໝົດບໍ່ໃຫ້ຫຼຸດ 2,5 ລ້ານໂຕນ, ສະນັ້ນມີຄວາມຕ້ອງການເນື້ອທີ່ຜະລິດທັງສອງລະດູປະມານ 565.790 ເຮັກຕາ,
ສູ້ຊົນຍົກຜະລິດຕະພາບໃຫ້ໄດ້ຢ່າງໜ້ອຍ 4,5-5,5 ໂຕນ/ເຮັກຕາ. ໃນຂະນະທີ່ຄວາມອາດສາມາດການຜະລິດເຂົ້າຂອງ
ແຂວງສະຫວັນນະເຂດ ແລະ ຄຳມ່ວນ ໃນປີ 2025ນີ້, ຈະລວມມີເນື້ອທີ່ຜະລິດເຂົ້າຈຳນວນ 441.000 ເຮັກຕາ,
ຜົນຜະລິດ 2 ລ້ານກວ່າໂຕນ, ຊຶ່ງກວມເອົາປະມານ 82,58% ຂອງຜົນຜະລິດທີ່ຕ້ອງການ.

ສຳລັບການຜະລິດເຂົ້າຢູ່ທີ່ແຂວງສະຫວັນນະເຂດ ທ່ານ ຄຳລຸຍ ຍາດຕິວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ
ໄດ້ລາຍງານໃຫ້ຮູ້ວ່າ: ຄາດໝາຍການຜະລິດເຂົ້າທັງສອງລະດູຮອດປີ 2025 ຕັ້ງໄວ້ແມ່ນ 290.000 ເຮັກຕາ,
ສະມັດຕະພາບ 4,55 ໂຕນ/ເຮັກຕາ, ຜົນຜະລິດລວມ 1,3 ລ້ານກວ່າໂຕນ ໂດຍມາໃນປະຈຸບັນນີ້,
ທົ່ວແຂວງມີເນື້ອປູກເຂົ້ານາປີແລ້ວທັງໝົດ 188.630 ເຮັກຕາ, ຕ້ອງໄດ້ຂະຫຍາຍຕື່ມອີກຈຳນວນ 36.370 ເຮັກຕາ
ແລະ ມີພື້ນທີ່ປູກເຂົ້ານາແຊງ 33.000 ເຮັກຕາ, ຂະຫຍາຍຕື່ມ 32.000 ເຮັກຕາ. ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ
ແກ່ການທຳການຜະລິດຕ່າງໆ, ເວົ້າສະເພາະແມ່ນການຜະລິດເຂົ້າຂອງຊາວກະສິ ກອນ ສາມາດບັນລຸໄດ້ຕາມໂຕເລກ
ແຜນການຄາດໝາຍທີ່ວາງໄວ້ນັ້ນ, ແຂວງມີແຜນຈະຂະຫຍາຍຊົນລະປະ ທານ ເພື່ອໃຫ້ໄດ້ເນື້ອທີ່ 65.000 ເຮັກຕາ
ໂດຍແຂວງຈະໄດ້ທຳການຟື້ນຟູສ້ອມແປງໂຄງການທີ່ມີແລ້ວຈຳນວນ 171 ໂຄງການ, ເນື້ອທີ່ 33 ພັນເຮັກຕາ ພ້ອມດຽວກັນນັ້ນ
ກໍຈະທຳການກໍ່ສ້າງຊົນລະປະທານໃໝ່ອີກຈຳນວນ 10 ໂຄງການ, ໃນເນື້ອທີ່ສະໜອງນ້ຳ 32.000 ເຮັກຕາ.
ດ້ານການກະກຽມຈັດຕັ້ງປະຕິບັດໂຄງການຈຸດສຸມຕົວແບບຜະລິດເຂົ້າ ເມືອງຈຳພອນ ແຂວງສະຫວັນນະເຂດ, ທີ່ມີເນື້ອທີ່ 2 ພັນເຮັກຕາ,
ຜົນຜະລິດໃຫ້ໄດ້ 10 ພັນໂຕນ ເພື່ອສະສົມບົດຮຽນຂະຫຍາຍໄປສູ່ບ່ອນອື່ນໃນທົ່ວແຂວງ, ເຮັດໃຫ້ແຕ່ລະເຂດ
ມີການຜະລິກສະບຽງອາຫານໃຫ້ກຸ້ມກິນ ມີສ່ວນແຮໄວ້ ແລະ ກາຍເປັນສິນຄ້າຕິດພັນກັບການສ້າງບ້ານພັດທະນາ
ໂດຍມີທີ່ຕັ້ງໂຄງການຢູ່ໃນເຂດຊົນລະປະທານຫ້ວຍທວດ, ຍອດຫ້ວຍບັກ ແລະ ເຂດຊົນລະປະທານໂພນມ່ວງ.
ສະເພາະຄາດໝາຍຜະລິດເຂົ້າຂອງເມືອງຈຳພອນຮອດ 2025 ແມ່ນຕ້ອງບັນລຸໃຫ້ໄດ້ໃນເນື້ອທີ່ 40 ພັນເຮັກຕາ,
ສະມັດຕະພາບເກືອບ 5 ໂຕນ, ຜົນຜະລິດ 192.800 ເຮັກຕາ. ສະເພາະ 3 ໂຄງການນີ້ ຮອດ 2025 ຊຶ່ງລວມມີບ້ານ
ເຂົ້າຮ່ວມຈຳນວນ 29 ບ້ານ, 2.145 ຄອບຄົວ, ໃນເນື້ອທີ່ປູກເຂົ້າ 2 ລະດູ 5.150 ເຮັກຕາ.

ໂອກາດດຽວກັນນັ້ນ, ໃນພິທີຍັງໄດ້ມີການລາຍງານໃຫ້ຮູ້ ຜົນຂອງການລົງກວດກາເກັບກຳຂໍ້ມູນຢູ່ແຂວງ ຄຳມ່ວນ ແລະ
ແຂວງສາລະວັນຕື່ມອີກ. ຈາກນີ້ ກອງປະຊຸມຍັງໄດ້ມີການປຶກສາຫາລືຮ່ວມກັນ ເພື່ອຄວາມເອກະພາບທາງດ້ານເນື້ອໃນ
ກໍຄືບັນໂຕເລກແຜນການຕ່າງໆ ທີ່ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຂ່າວ/ພາບ ແກ້ວປັນຍາ ອິນທະດາລິນ

ທີ່ມາ www.facebook.com/pages/ສະຫວັນພັດທະນາ-ຂ່າວ-Savanhphuttana-News

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...