spot_img
Homeຂ່າວການພັດທະນາເຈົ້າໜ້າທີ່ອາວຸໂສຂອງລາວ ສໍາເລັດການເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ ສ.ເກົາຫຼີ ​

ເຈົ້າໜ້າທີ່ອາວຸໂສຂອງລາວ ສໍາເລັດການເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ ສ.ເກົາຫຼີ ​

Published on

ໃນວັນທີ 27 ພຶດສະພາ 2016 ຜ່ານມາ ທ່ານ ສົງການ ຫຼວງມຸນິນທອນ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນ້ຳຂອງ ສ. ເກົາຫຼີ ພ້ອມຄະນະ​ໄດ້​ສໍາເລັດການເຂົ້າ​ຮ່ວມ ກອງ​ປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່​ນ້ຳຂອງ ສ. ​ເກົາຫຼີ ທີ່ ພະນົມເປັນ ຣາຊະອານາຈັກກໍາປູເຈຍ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງທ່ານ ກັງ ຢຸນ ຮູນ ຫົວໜ້າກົມກິດຈະການອາຊີໃຕ້ ແລະ ປາຊີຟິກ ​ກະຊວງການ​ຕ່າງປ​ະ​ເທດຂອງ ສ.​ ເກົາຫຼີ ແລະ ທ່ານ ສົກ ສີພັນນາ ທີ່ປຶກສາປະຈຳ​ກະຊວງ​ການ​ຕ່າງປະ​ເທດ ແລະ ການຮ່ວມມືສາກົນປະເທດກຳປູເຈຍ ​ມີ​ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ພ້ອມ​ດ້ວຍ​ຄະນະ ຈາກບັນດາປະເທດແມ່ນໍ້າຂອງ ຄື ກຳປູ​ເຈຍ ລາວ ມຽນມາ ​ໄທ ​ແລະ ຫວຽດນາມ ເຂົ້າຮ່ວມ.

ຢູ່ໃນກອງ​ປະຊຸມ​ຄັ້ງ​ນີ້ ​ບັນດາຄະນະຜູ້ແທນໄດ້ທົບທວນ​ຄວາມ​ຄືບ​ໜ້າ​ຂອງການຈັດ​ຕັ້ງ​ປະຕິບັດຂອບ​ກາ​ນຮ່ວມ​ມື​ແມ່​ນ້ຳຂອງ  ສ. ​ເກົາຫຼີ ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ​ການ​ຜັນ​ຂະຫຽາຍ​ແຜນ​ປະຕິບັດ​ງານ​ຂອບ​ການ​ຮ່ວມ​ມືແມ່​ນ້ຳຂອງ ສ. ​ເກົາຫຼີ  (ປີ 2014-2017) ແລະ ຖະ​ແຫຼ​ງການ​ຂອງ​ປະທານຮ່ວມ​ກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ ​ແມ່​ນ້ຳຂອງ ສ. ​ເກົາຫຼີ ຄັ້ງ​ທີ 5  ທີ່ຮັບຮອງ​ເອົາ​ໃນ​ປີ 2015 ແລະ ປຶກສາ​ຫາລື​ ກ່ຽວ​ກັບ​ທິດ​ທາງການ​ຮ່ວມ​ມື​ໃນ​ຕໍ່ໜ້າ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ ສ. ເກົາຫຼີ ຄັ້ງທີ 6 ທີ່ ສປປ ລາວ ຈະເປັນເຈົ້າພາບ ເຊິ່ງຈັດຂຶ້ນໃນເດືອນກໍລະກົດ 2016 ທີ່ນະຄອນຫຼວງວຽງຈັນ.

ວາລະການດໍາເນີນກອງປະຊຸມ ໄດ້ມີການສະແດງຄວາມຊົມເຊີຍ ສ. ເກົາຫຼີ ​​​​ທີ່ໄດ້​ປະກອບສ່ວນເຂົ້າໃນກອງທຶນເພື່ອການຮ່ວມມືແມ່ນ້ຳຂອງ – ສ. ເກົາຫຼີ ນັບແຕ່ປີ 2014-2015 ເປັນຈຳນວນເງິນ 2.3 ລ້ານໂດລາສະຫະລັດ ແລະ ປະກາດວ່າຈະປະກອບສ່ວນໃນປີ 2016 ແລະ ປີຕໍ່ໆໄປ ​​ເປັນ​ຈຳນວນ​ເງິນ​ເຖິງ 1 ລ້ານ​ໂດ​ລາ​ສະຫະລັດຕໍ່ປີ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງ​ປ​ະຕິ​ບັດ​ໂຄງການບູລິ​ມະ​ສິດຕ່າງໆ ໃນ 6 ຂະແໜງການບູລິມະສິດ ຄື ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ (ICT) ການ​ພັດທະນາ​ສີ​ຂຽວ ການ​ພັດທະນາແຫຼ່ງ​ຊັບພະຍາກອນ​ນ້ຳ ດ້ານ​ກະສິກໍາ  ການ​ພັດທະນາຊົນນະບົດ ​ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ.

ກອງປະຊຸມໄດ້ພິຈາລະນາ 6 ໂຄງການບູລິມະສິດທີ່ສະເໜີໃໝ່ ເພື່ອນຳໃຊ້ງົບປະມານໃນກອງທຶນດັ່ງກ່າວ ໃນນັ້ນ ສປປ.ລາວ ກໍໄດ້ຮັບການຄັດເລືອກເອົານຶ່ງໂຄງການ ຄື ການພັດທະນາຖານຂໍ້ມູນນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ການເຊື່ອມໂຍງການຮ່ວມມືທາງດ້ານເສດຖະກິດ ສະຖາບັນ ແລະ ການເປີດກວ້າງທາງດ້ານການຄ້າ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີມູນຄ່າປະມານ 350.000 ໂດລາສະຫະລັດ.

ຂ່າວ/ພາບ: ຂັນທະລີ

ທີ່ມາ: ວິທະຍຸ-ໂທລະພາບ ນະຄອນຫຼວງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...