spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວຫຼັກເສມາ ຮ່ອງຮອຍທີ່ເກົ່າແກ່ ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ.

ຫຼັກເສມາ ຮ່ອງຮອຍທີ່ເກົ່າແກ່ ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ.

Published on

ຫຼັກເສມາຈາລຶກ ແມ່ນສິ່ງໜຶ່ງທີ່ຖືກຄົ້ນພົບທີ່ ບ້ານກາງ, ເມືອງໄຊບູລີ ແຂວງສະຫວັນນະເຂດ ບາງອັນສູງປະມານ 2,5 ແມັດ, ລວງຮອບ 1,5 ແມັດ, ຈໍານວນໜຶ່ງຍັງຢູ່ສະພາບສົມບູນ ມີລວດລາຍສະຫຼັກ ທີ່ໂດດເດັ່ນຊັດເຈນ ຄາດວ່າມີອາຍຸຍາວນານ ຮ່ວມສະໄໜ ກັບພະທາດພະນົມ (ປະເທດໄທ) ເດີມຖືກດິນຖົມທັບຢູ່ປ່າ.

ອໍານາດການປົກຄອງ ແລະ ປະຊາຊົນ ໄດ້ລວບລວມຫຼັກເສມາ ປັດຈຸບັນແມ່ນຖືກເກັບຮັກສາໄວ້ທີ່ ວັດກະຕຶບ ບ້ານກາງ ເຊິ່ງໄລຍະຫ່າງຈາກຕົວ ເມືອງໄຊບູລີ 3 ກິໂລແມັດ ການເຂົ້າເຖິງແຫຼ່ງແມ່ນມີຄວາມສະດວກ, ພາກສ່ວນຄຸ້ມຄອງ ວັດທະນະທໍາເມືອງ ຈັດລະດັບໃຫ້ເປັນແຫຼ່ງທ່ອງທ່ຽວຂັ້ນເມືອງ ມີສິ່ງອໍານວຍຄວາມສະດວກຕ່າງໆ ບໍ່ວ່າຈະເປັນເສັ້ນທາງ ມີການສໍາຫຼວດແລ້ວ ມີແຜນພັດທະນາ ໃຫ້ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳທີ່ສຳຄັນຂອງເມືອງ.

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...