spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 12)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 12)

Published on

ອ່ານຕໍ່ຈາກສະບັບກ່ອນ

ສົມຈິດໄດ້ເບີໂທຕຸ່ນແລ້ວກໍ່ຟ້າວດີໃຈແລ່ນກັບມານັ່ງທີ່ກອງໄຟ ລາວໄດ້ເອົາເບີໂທຂອງຕຸ່ນໂຊໃຫ້ໝູ່ເບິ່ງ ແລະ ແຈກໃຫ້ເບີໃຫ້ໝູ່ໃນກຸ່ມ ໂຕ້ທີ່ນັ່ງຮ່ວມກອງໄຟກໍ່ໄດ້ຍິນສຽງພວກເຂົາເວົ້າຊຸບຊິບກັນໄດ້ຍິນວ່າສາວຕຸ່ນ, ສາວຕຸ່ນ ແຕ່ກໍ່ບໍ່ໄດ້ຍິນສຽງຄັກປານໃດ ເພາະສຽງມັນບົນແຊວຫຼາຍ

ຮອດຕອນແລງປະມານ 15:00ໂມງ ຫຼັງຈາກທຸກຄົນໄດ້ເກັບຫະເປົາເຄື່ອງໝົດແລ້ວກໍ່ພາກັນມາທີ່ລົດເມເພື່ອກຽມຈະກັບເມືອວຽງຈັນ ໂດຍມີຄູອາຈານ ແລະ ນັກຮຽນ ມສ. ປາກເຊ ບາງຈຳນວນມາສົ່ງ ເຊິ່ງນັກຮຽນບາງຄົນກໍ່ບໍ່ຢາກກັບເພາະເຮັດຫົວໃຈເຮ່ຍໄວ້ທີ່ປາກເຊ, ບາງຄົນກໍ່ຍັງບໍ່ທັນຢາກກັບເພາະຮູ້ສຶກວ່າຍັງທ່ຽວບໍ່ທົ່ວເທື່ອ, ແຕ່ບາງຄົນກໍ່ຟ້າວຢາກກັບເພາະມີແນວເຮັດໃຫ້ຜິດໃຈ ເຊິ່ງສາວດ້າຢາກກັບວຽງຈັນແຮງໆ ເພາະຊັງຜູ້ສາວປາກເຊມາຫຍຸ້ງກັບເປົາ ແລະ ເປົາເອງກໍ່ເຮັດທ່າທາງຄືສົນໃຈພວກເຂົາ

ສົນຈິດແລະ ເພື່ອນຊາຍໄດ້ມາສັ່ງລາຕຸ່ນພ້ອມເຄື່ອງຕ້ອນຂອງຝາກຈຳນວນໜຶ່ງ ແລະ ກໍ່ມີສາວໆສອງສາມຄົນທີ່ມາສົ່ງເປົາ ແລະ ກໍ່ເອົາເຄື່ອງຕ້ອນຂອງຝາກມາໃຫ້ເຊັ່ນກັນ ຮູ້ສຶກວ່າຕ່າງຄົນຕ່າງງບໍ່ໜ້ອຍໜ້າກັນເລີຍເມື່ອອຳລາກັຍເປັນທີ່ຮຽບຮ້ອຍແລ້ວກໍ່ເຖິງເວລາອອກເດີນທາງຂາກັບໂຕ້ກັບຕຸ່ນໄດ້ນັ່ງນຳກັນແລ້ວ ເພາະກະຕ່າຍມາຢາດນັ່ງນຳໂຕ້ບໍ່ທັນ ຕອນມາມ່ວນແນວໃດຕອນກັບກໍ່ມ່ວນແບບນັ້ນ ກ່ອນຈະກັບທາງຄູອາຈານໄດ້ພານັກຮຽນແວ່ຊື້ເຄື່ອງຕ້ອນຂອງຝາກທີ່ຕະຫຼາດດາວເຮືອງ ທຸກຄົນພາກັນລົງຈາກລົດຍົກເວັ້ນໂຕ້ກັບຕຸ່ນເພາະໄດ້ຂອງຕ້ອນຈາກປາກເຊແລ້ວເຊິ່ງທັງສອງກໍ່ຄິດວ່າພໍແລ້ວ ເຖິງແມ່ນກະຕ່າຍມາຊວນໂຕ້ກໍ່ໄດ້ລົງໄປເພາະຕຸ່ນດຶງເສື້ອໄວ້ ໂຕ້ເລີຍບອກກະຕ່າຍລົງໄປກັບໝູ່ຄົນອື່ນ ໃນລົດພວກເຂົາໄດ້ລົມກັນສອງຄົນໂຕ້ໄດ້ຖາມເລື່ອງຜູ້ຊາຍຄົນນັ້ນກັບແຕ່ຕຸ່ນກໍ່ຕອບວ່າບໍ່ມີຫຍັງ ແລະ ຕຸ່ນໄດ້ຍ້ອນສອນຖາມໂຕ້ຄືນເລື່ອງແມ່ຍິງພວກນັ້ນໂຕ້ກໍ່ຕອບຄືນວ່າບໍ່ມີຫຍັງ

ໃນການເດີນທາງກັບເສັ້ນທາງທີ່ຍາວໄກພໍຮອດຕອນເດິກສຽງແຫ່ງຄວາມມ່ວນຊື່ນກໍ່ງຽບລົງ ເຫຼືອພຽງຄວາມມິດ ແລະ ສຽງໂກນຂອງຄົນນອກລັບ ຕຸ່ນໄດ້ນອນລັບໃນທ່ານຄໍຕົກ ເມື່ອໂຕ້ເຫັນແບບນັ້ນ ລາວເລີຍເອົາມືຈັບຫົວຕຸ່ນແລ້ວມາອີງໃສ່ບ່າຕົວເອງ ເຊິ່ງມັນເຮັດໃຫ້ໂຕ້ຫົວໃຈເຕັ້ນແຮງ ແລະ ຮູ້ສຶກມີຄວາມສຸກຈົນຢາກຢຸດເວລານີ້ໄວ້ດົນໆ

ຮຸ່ງເຊົ້າມາຂະບວນເດີນທາງກໍ່ມາຮອດເດີ່ນໂຮງຮຽນ ແລະ ທຸກຄົນກໍ່ພາກັນລົງຈາກລົດເກັບເຄື່ອງແລ້ວພາກັນກັບເມືອເຮືອນໃຫັມັນ ພໍຮອດຕອນຄ່ຳຫຼັງຈາກທີ່ຕຸ່ນກິນເຂົ້າ, ອາບນ້ຳ, ມ່າເຂົ້າຮຽບຮ້ອຍແລ້ວລາວກຳລັງຈະເຂົ້ານອນສຽງໂທລະສັບກໍ່ດັງຂຶ້ນ ປະກົດວ່າແມ່ນສົມຈິດໂທມາພວກເຂົາໄດ້ລົມກັນດົນເກືອບຊົ່ວ ໂຕ້ພະຍາຍາມໂທຫາສອງສາມເທື່ອກໍ່ສາຍບໍ່ຫວ່າງຈັກເທື່ອ ລາວຮູ້ສຶກກະວົນກະວາຍ ເມື່ອລາວເລີກໂທສຽງໂທລະສັບກໍ່ດັງຂຶ້ນທັງທີປະກົດວ່າແມ່ນກະຕ່າຍໂທມາຫາລາວ ແຕ່ໂຕ້ກໍ່ບໍ່ໄດ້ເວົ້າຫຍັງປ່ອຍໃຫ້ແຕ່ກະຕ່າຍເວົ້າເປັນສ່ວນຫຼາຍກະຕ່າຍຖາມຄຳ ໂຕ້ກໍ່ຕອບຄຳ ພວກເຂົາລົມກັບປະມານ 10 ນາທີ ໂຕ້ກໍ່ຄອບວາງສາຍ ເພາະລາວບໍ່ມີອາລົມລົມໂທລະສັບກັບກະຕ່າຍເຖິງກະຕ່າຍຈະບໍ່ຢາກວາງແຕ່ກໍ່ຕ້ອງຈຳໃຈວາງສາຍເພາະໂຕ້ບອກວ່າຕົນເອງປວດຫົວແຮງຢາກພັກຜ່ອນ ຫຼັງ ຈາກ ວາງສາຍຈາກໂຕ້ ກະຕ່າຍກໍ່ຮູ້ສຶກເຈັບໃນໃຈຈີ໊ດໆ ແຕ່ລາວມີຄຳຂັວນທີ່ວ່າຕື້ເທົ່ານັ້ນທີ່ຄອງໂລກ ສ່ວນໂຕ້ແມ່ນນອນບໍ່ລັບຄິດສົງໃສວ່າຕຸ່ນລົມກັບໃຜຄືສາຍບໍ່ວ່າງຈັກເທື່ອ ລາວໄດ້ນອນກິ້ງໄປກິ້ງມາທີ່ບ່ອນຄິດຢາກຈະໂທຫາຕຸ່ນອີກ ແຕ່ມັນກໍ່ເດິກແລ້ວ ຢ້ານລົບກວນເວລານອນຂອງຕຸ່ນ

ເຊົ້າມື້ຕໍ່ມາທີ່ໂຮງຮຽນໂຕ້ໄດ້ຖາມຕຸ່ນເລື່ອງສາຍໂທລະສັບບໍ່ວ່າງຕຸ່ນກໍ່ຕອບໄປແບບຄ້ອງໆຄາໆ ວ່າ: ພໍ່ຂອງລາວໂທລົມກັບລຸງ, ໂຕ້ສັງເກດເບິ່ງລັກສະນະທ່າທາງຂອງຕຸ່ນກໍ່ຮູ້ແລ້ວວ່າຕຸ່ນກຳລັງຕວະ ແຕ່ເພື່ອຄວາມສະບາຍໃຈຂອງຕຸ່ນ ໂຕ້ເລີຍເຮັດທຳທ່າເຊື່ອ ຮັບຕັ້ງແຕ່ຄືນນັ້ນມາຕຸ່ນກໍ່ໄດ້ມີການຕິດຕໍ່ກັບສົມຊາຍມາຕະຫຼອດຈົນຜ່ານໄປເປັນເວລາເດືອນປາຍ ຕອນນັ້ນຕຸ່ນຮູ້ສຶກສັບສົນກັບຄວາມຮູ້ສຶກຫົວໃຈລວນເລບໍ່ຢູ່ກັບທີ່ ເພາະຮູ້ສຶກວ່າເປັນຊ່ວງທີ່ລາວມີາະເໜ່ແຮງຕໍ່ເພດກົງກັນຂ້າມຫຼາຍ ເພາະມີຜູ້ຊາຍຫຼາຍຄົນເຂົ້າມາຈີບລາວໃນເວລາດຽວເຊິ່ງຕອນນັ້ນລາວບໍ່ຮູ້ໃຈຕົວເອງເລີຍວ່າລາວມັກໃຜກັນແທ້ ສ່ວນກະຕ່າຍກໍ່ມາສາລະພາບຮັກກັບໂຕ້ເຊິ່ງໂຕ້ເອງກໍ່ຕົກໃຈ ແລະ ບໍ່ໄດ້ໃຫ້ຄຳຕອບຫຍັງກັບກະຕ່າຍເລີຍ ເພາະກະຕ່າຍບອກກັບໂຕ້ໄປວ່າ: ໂຕ້ບໍ່ຕ້ອງໃຫ້ຄຳຕອບເຂົາຕອນນີ້ກໍ່ໄດ້ ເຂົາລໍໄດ້! ເຂົາຫຼົງມັກເພິ່ນມາຕັ້ງແຕ່ ມ4 ຈົນຕອນນີ້ ຮຽນໃກ້ສິຈົບແລ້ວ ເຂົາລໍຕໍ່ໄປອີກໄດ້ ໃນເວລານັ້ນໂຕ້ຮູ້ສຶກສົງສານກະຕ່າຍ ລາວຢາກບອກບໍ່ໃຫ້ກະຕ່າຍລໍ ແຕ່ໂຕ້ກໍ່ຢ້ານກະຕ່າຍຈະເສຍໃຈຫຼາຍກ່ວານີ້ກໍ່ເລີຍຕັດສິນໃຈມິດໄວ້ດີກ່ວາ ໃນເວລານັ້ນໂຕ້ຈາກປ່ຽນກະຕ່າຍໃຫ້ກາຍເປັນຕຸ່ນທີ່ແມ່ນຄົນມາສາລະພາບຮັກກັບລາວ ທຸກຢ່າງມັນຄົງຈົບລົງດ້ວຍດີ ເພາະຖ້າເປັນຕຸ່ນລາວຈະຕອບຮັບຮັກທັນທີ ນັບຕັ້ງແຕ່ວັນນັ້ນມາກະຕ່າຍກໍ່ບໍ່ໄດ້ມາຫຍຸ້ງກັບໂຕ້ອີກເລີຍ

ຈົນມາຮອດມື້ວັນເກີດຂອງຕຸ່ນ ໃນຕອນເຊົ້າຕຸ່ນໄດ້ຮັບຂອງຂັວນຈາກໝູ່ຫຼາຍຄົນ ຕຸ່ນເອງກໍ່ຄອງຂອງຂັວນວັນເກີດຈາກໂຕ້ແຕ່ກໍ່ເໝືອນບໍເຫັນໂຕ້ເວົ້າແນວໃດ ຕຸ່ນໄດ້ຖາມເອົາຂອງຂັວນວັນເກີດນຳໂຕ້ແຕ່ໂຕ້ຕອບວ່າບໍ່ມີທຳອິດລາວບໍ່ເຊື່ອ ຕຸ່ນໄດ້ໄປຊອກຂອງຂັວນທີ່ກະເປົາໂຕ້ແຕ່ກໍ່ບໍ່ມີແທ້ໆ ໃນເວລານັ້ນຕຸ່ນຮູ້ສຶກນ້ອຍໃຈໃຫ້ໂຕ້ຫຼາຍ ເພາະລາວຄິດວ່າໂຕ້ເປັນໝູ້ຮັກ, ໝູ່ທີ່ສະໜິດກັບລາວທີ່ສຸດເປັນຫຍັງຄືລືມວັນເກີດລາວໄດ້ລົງຄໍ ເຊິ່ງໂຕ້ກໍ່ເຮັດທຳທ່າຄືບໍ່ສົນໃຈປ່ອຍໃຫ້ຕຸ່ນຄຽດໄປເລີຍ ຈົນຮອດຕອນສວາຍຫຼັງຈາກເລີກຮຽນມືນີ້ເປັນວັນພະຫັດຊ່ວງໂມງອອກແຮງງານລວມ ຫຼັງຈາກອອກແຮງງານແລ້ວ ໂຕ້ກໍ່ເຂົ້າໄປໃນຫ້ອງເພື່ອໄປຈັບເອົາກີ່ຕ້າທີ່ລາວເອົາມາແຕ່ເຮືອນ ແລະ ຖົງພາຍອອກມາຈາກກ້ອງໂຕະ ແລ້ວຍ່າງມຸ່ງໜ້າມາຫາຕຸ່ນທີ່ກຳລັງເຮັດໜ້າບູດບຶ້ງໃສ່ຕົວເອງຢູ່ ໂຕ້ໄດ້ຈູງແຂນຕຸ່ນໄປນັ່ງທີ່ພື້ນຫຍ້າແຄມຮົ້ວໂຮງຮຽນບ່ອນທີ່ສອງຄົນພວກເຂົາມັກໄປນັ່ງຫຼິ້ນເປັນປະຈຳ ຕຸ່ນເອງກໍ່ນັ່ງເຮັດໜ້າບູດໃສ່ ຕາລາວໄດ້ເສືອກເບິ່ງກີຕ້າ ແລະ ຄິດວ່າໂຕ້ຈະເຮັດຫຍັງ! ຈະດີດເພງຫຍັງໃຫ້ໂຕຟັງ ໃນໃຈຕຸ່ນກໍ່ລຸ່ນເລິກໆ ໂຕ້ໄດ້ດີດກີຕ້າຮ້ອງເພງ Happy Birthday ໃຫ້ຕຸ່ນ ແລ້ວຕໍ່ດ້ວຍເພງ ຖ້າບອກຮັກ ເຊິ່ງມັນກໍ່ເຮັດໃຫ້ຕຸ່ນຍິ້ມໄດ້ຫົວໄດ້ ອາລົມດີເຊົາຄຽດໃຫ້ຕຸ່ນ ຈາກນັ້ນລາວກໍ່ຈົກກໍ່ເຈ້ຍຊ່ຳແຜ່ນກະດາດ ເອ4 ອອກມາຈາກຖົງພາຍ ແລ້ວເດ່ມັນໄປໃຫ້ຕຸ່ນ ແລ້ວຕຸ່ນກໍ່ຈັບເອົາ ລາວໄດ້ແກ້ໂບສີບົວທີ່ມັດກໍ່ເຈ້ຍນັ້ນອອກມາເບິ່ງ ປະກົດວ່າແມ່ນຮູບແຕ້ມ ໂຕ້ໄດ້ແຕ້ມຮູບຕອນທີ່ຕຸ່ນນຸ່ງຊຸດລາວໃນວັນຂຶ້ນຟ້ອນໃຫ້ເປັນຂອງຂັວນ ເປັນພາບເຄິ່ງຕົວ ເຊິ່ງໂຕ້ໄດ້ແຕ້ມຮູບອອກມາງາມຫຼາຍຈົນເຮັດໃຫ້ຕຸ່ນຮູ້ສຶກເພິ່ງພໍໃຈກັບຂອງຂັວນຊິ້ນນີ້ຫຼາຍ ຕຸ່ນໄດ້ໂດຍກອດໂຕ້ດ້ວຍຄວາມດີໃຈ ແລະ ກ່າວຄຳຂອບໃຈ ໃນເວລານັ້ນກະຕ່າຍຍ່າງຜ່ານມາກັບໝູ່ສອງສາມຄົນພວກເຂົາໄດ້ຢຸດເບິ່ງ ໝູ່ທັງສອງທີ່ມານຳກະຕ່າຍໄດ້ເວົ້າຊຸບຊິບນິນທາໃນການກະທຳຂອງຕຸ່ນ ແລະ ໂຕ້ ສ່ວນກະຕ່າຍແມ່ນບໍ່ໄດ້ເວົ້າຫຍັງພຽງຢືນເບິ່ງດ້ວຍຄວາມເຈັບປວດເທົ່ານັ້ນ

ໂຕເກັບຕຸ່ນທັງສອງໄດ້ສົບຕາກັນ ແລະ ຍິ້ມໃສ່ກັນ ວັນນີ້ໂຕ້ກຽມຄຳໆໜຶ່ງທີ່ຈະມາບອກກັບຕຸ່ນ ໂຕ້ຄິດວ່າຈະໃຊ້ໂອກາດນີ້ສາລະພາບຮັກກັບຕຸ່ນ ແຕ່…

ອ່ານຕໍ່ສະບັບໜ້າ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...