spot_img
Homeຂ່າວຕ່າງປະເທດຫວຽດນາມແອຣ໌ລາຍ ເຊັນຂາຍຮຸ້ນກວ່າ 8% ໃຫ້ສາຍການບິນ ANA ຂອງຍີ່ປຸ່ນ ຮ່ວມມືຂະຫາຍເສັ້ນທາງບິນ!

ຫວຽດນາມແອຣ໌ລາຍ ເຊັນຂາຍຮຸ້ນກວ່າ 8% ໃຫ້ສາຍການບິນ ANA ຂອງຍີ່ປຸ່ນ ຮ່ວມມືຂະຫາຍເສັ້ນທາງບິນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ພຶດສະພາຜ່ານມານີ້ວ່າ ສາຍການບິນຫວຽດນາມແອຣ໌ລາຍ ຊຶ່ງເປັນສາຍການບິນແຫ່ງຊາດຂອງຫວຽດນາມ ໄດ້ຕົກລົງຂາຍຮຸ້ນຈຳນວນ 8.77% ໃຫ້ແກ່ ສາຍການບິນ ANA ຂອງຍີ່ປຸ່ນ ໃນມູນຄ່າກວ່າ 109 ລ້ານໂດລາ ໂດຍມີພິທີລົງນາມຢູ່ນະຄອນຫລວງໂຕກຽວ ໃນວັນເສົາທີ 28 ພຶດສະພາ 2016 ຜ່ານມານີ້ ໃນລະຫວ່າງທີ່ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດຜູ້ນຳຈີ 7 ເປີດກວ້າງ ທີ່ປະເທດຍີ່ປຸ່ນເປັນເຈົ້າພາບ.

ທັງສອງສາຍການບິນ ວາງແຜນໃນການລິເລີ່ມ ໂຄງການຂະຫຍາຍເຄືອຂ່າຍເສັ້ນທາງບິນ ນັບຕັ້ງແຕ່ວັນທີ 30 ຕຸລາປີນີ້ເປັນຕົ້ນໄປ ໂດຍຈະຮ່ວມກັນເປີດໃຫ້ບໍລິການ ເສັ້ນທາງບິນທັງພາຍໃນຫວຽດນາມ ແລະ ຍີ່ປຸ່ນ ລວມ 30 ເສັ້ນທາງ ແລະ ເສັ້ນທາງລະຫວ່າງປະເທດອີກ 10 ເສັ້ນທາງ.

ຈາກຂໍ້ຕົກລົງຂາຍຮຸ້ນດັ່ງກ່າວ ລັດຖະບານຫວຽດນາມ ຈະຍັງຄົງມີຮຸ້ນເຫລືອຢູ່ໃນສາຍການບິນ ຫວຽດນາມແອຣ໌ລາຍ 87.73%  ແລະ ນອກຈາກນັ້ນ ສາຍການບິນດັ່ງກ່າວ ຍັງມີແຜນການຂາຍຮຸ້ນ ໃຫ້ເຫລືອສ່ວນຖືຄອງຢູ່ 75% ແລະ ຫລຸດລົງເຫລືອ 65% ຕາມລຳດັບ.

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...