ອະນຸບານ​ສາທາ​ຈັດ​ກິດຈະກຳ​ຕ້ອນຮັບ​ວັນ​ທີ 1 ມີ​ຖຸນາ ດ້ວຍ​ບັນຍາກາດ​ມ່ວນ​ຊື່ນ

0
1544

ເນື່ອງ​ໃນ​ໂອກາດ​ວັນ​ເດັກນ້ອຍ​ສາກົນ ແລະ ວັນ​ປູກ​ຕົ້ນ​ແຫ່ງ​ຊາດ​ວັນ​ທີ 1 ມີ​ຖຸນາ ທີ່​ຈະ​ມາ​ເຖິງ​ທາງ​ໂຮງຮຽນ​ອະນຸບານ​ສາທາລະນະ​ສຸກ ​ໄດ້​ຈັດ​ກິດຈະ ກຳ​ເພື່ອ​ຕ້ອນຮັບ​ວັນ​ດັ່ງກ່າວ​ຄື: ກວດ​ສຸຂະພາບ​ໃຫ້​ເດັກ ​ແລະ ແຂ້ວ​ປະຈຳ​ປີ, ຈັດການ​ແຂ່ງ ຂັນ​ກິລາ ​ແລະ ສີ​ລະ​ປະ ​ໃຫ້​ເດັກ​ພາຍ​ໃນ​ແຕ່​ລະ​ຊັ້ນ​ຮຽນ ການ​ແຂ່ງຂັນ​ກິລາ, ສິລະ​ປະ​ເດັກ ​ແຕ່ລະ​ຊັ້ນ​ຮຽນ​ມີ​ຄື: ຄານ​ລອດ​ບ້ວງ​ແລ່ນ​ເອົາ​ປຸມ​ເປົ້າ, ​ເກັບ​ບານ​ໃສ່​ກະຕ່າ, ພາຍ​ເຮື​ອບົກ, ​ແຍກ​ສີ, ​ແລ່ນ​ລົດ​ໄຟ, ​ແລ່ນ​ໄຖ, ​ເປົ່າ​ປຸມ​ເປົ້າ, ​ແລ່ນ​ຊິກ​ແຊ໋ກ, ຕັງ​ປາ, ​ແຂ່ງຂັນ​ຢຽບ​ປຸມ​ເປົ້າ ​ແລະ ການ​ແຂ່ງຂັນ​ສິລະ​ປະ​ບົດ​ຟ້ອນ ແລະ ການ​ເດີນ​ແບບ​ຂອງ​ຊຸດ​ພື້ນ​ເມືອງ ​ແລະ ອື່ນໆ​ຂື້ນ ໃນ​ວັນ​ທີ 27 ພຶດສະພາ​ນີ້​ທີ່​ໂຮງຮຽນ​ດັ່ງກ່າວ ​ໂດຍ​ມີ​ຄູ-ອາ ຈານ, ພ້ອມ​ດ້ວຍ​ບັນດາ​ຫລານ​ນ້ອຍ, ຜູ້​ປົກຄອງ​ເຂົ້າ​ຮ່ວມ.

ອຳນວຍ​ການ​ອະນຸບານ​ດັ່ງກ່າວ​ ​ໃຫ້​ຮູ້​ວ່າ: ການ​ຈັດ​ກິດ ຈະກຳ​ຄັ້ງ​ນີ້​ເປັນ​ການ​ຕ້ອນຮັບ​ວັນເດັກນ້ອຍ​ສາກົນ ພ້ອມ​ທັງ​ເປັນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ນອກ​ນີ້​ຍັງ​ເປັນ​ການ​ສົ່ງ​ເສີມ​ສຸ ຂະພາບ​ເດັກ​ໃນ​ໂຮງຮຽນ​ໃຫ້​ຖືກ ຕ້ອງ​ຕາມ​ແນວທາງ​ນະ​​ໂຍບາຍ​ຂອງ​ພັກ-ລັດ ​ປະຕິບັດ​ໄດ້​ຕາມ 5 ຫລັກການ​ສຶກສາ​ຂອງ​ກະຊວງ​ສຶກສາ​ທິການ ແລະ ກິລາວາງ​ອອກ, ການ​ປະຕິບັດ​ວຽກ​ງານ​

ສຶກສາ​ອົບຮົມ​ໃຫ້​ພະນັກງານຄູ- ອາຈານ ມີ​ແນວ​ຄິດ​ໜັກ​ແໜ້ນ, ຮັກ​ອາຊີບ​ຄູ ແລະ ມີ​ແບບ​ແຜນ​ວິທີ​ເຮັດ​ວຽກ​ທີ່​ດີ, ມີ​ຄວາມ​ສາ ມັກ ຄີ​ກ້ວາງ​ຂວາງ​ເຮັດ​ຫລ້ອນ​ໜ້າທີ່ ​ແລະ ວຽກ​ງານ​ວິຊາ​ສະ​ເພາະ​ໄດ້​ປັບປຸງການ​ຮຽນ-ການ​ສອນນຳ​ໃຊ້​ຫລັກສູດ​ຊັ້ນ​ອະນຸ ບານ​ສຶກສາສະບັບ​ປັບປຸງ​ໃໝ່​ໃຫ້​ສອດຄ່ອງ​ກັບ​ການ​ສຶກສາ​ຊັ້ນ​ອະ ນຸບານ​ໃນ​ປັດຈຸບັນ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ຍົກ​ສູງ​ການ​ບໍລິຫານ​ຫຼານ​ນ້ອຍ​ໃຫ້​ໄດ້​ດີ​ໃຫ້​ເປັນ​ທີ່​ຍອມຮັບ​ຂອງ​ສັງຄົມ, ສືບຕໍ່​ຕິດຕາມ​ການ ຈະ​ເລີ​ນ​ເຕີບ​ໂຕ ແລະ ​ໂພຊະ​ນາ​ການ​ເດັກ​ໃຫ້​ຖືກ ຕ້ອງ.

​ໂຮງຮຽນ​ອະນຸບານ​ແຫ່ງ​ນີ້ ພາຍ​ໃຕ້ການ​ຄຸ້ມ​ຄອງ​ຊີ້​ນຳ​ຂອງ​ກະຊວງ​ສາທາລະນະ​ສຸກ, ຕັ້ງ​ຢູ່​ບ້ານ​ເກົ້າ​ຍອດ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ, ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1976, ປັດຈຸບັນ​ມີ​ພະນັກງານ​ທັງ​ໝົດ 35 ຄົນ, ​ໃນ​ນັ້ນ​ຄູ​ສອນ 23 ຄົນ. ແຕ່ລະ​ປີ​ຮັບ​ນັກຮຽນ​ປະມານ 400 ຄົນ, ​ໃນ​ນີ້ 80% ​ແມ່ນ​ລູກ​ຫລານ​ຂອງ​ພະນັກງານ​ກະຊວງ​ສາທາລະນະ​ສຸກ.

ທີ່ມາ http://laophatthananews.blogspot.com/2014/05/1_28.html