spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 10)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 10)

Published on

ອ່ານຕໍ່ຈາກສະບັບກ່ອນ

ໜຶ່ງອາທິດກ່ອນຮອດວັນທີ 8 ມີນາ 2004 ທາງໂຮງຮຽນໄດ້ພານັກຮຽນບາງຈຳນວນໄປທັດສະນະສຶກສາທີ່ແຂວງຈຳປາສັກ… ປີນີ້ມີນັກຮຽນສົນໃຈໄປຫຼາຍເໝືອນທຸກປີໂດຍສະເພາະຊັ້ນ ມ 6 ເພາະເປັນປີສຸດທ້າຍແລ້ວຮັກສ່ວນຫຼາຍເລີຍຖືໂອກດນີ້ໄປທ່ຽວຮ່ວມກັບໝູ່ເພື່ອກ່ອນຈະແຍກຈາກກັນໄປຄົນລະທາງຫຼັງຈາກຮຽນຈົບ ມ 6 ແລ້ວ

ໃນການເດີນທາງແມ່ນໃຊ້ລົດເມໃຫຍ່ແບບຕັ່ງນັ່ງ ເຖິງ 3 ຄັນ, ຄູ ແລະ ນັກຮຽນໄດ້ເລີ່ມອອກເດີນທາງຈາກໂຮງ ຮຽນຕັ້ງແຕ່ 7:00 ໂມງແລງ ໃນເວລາຂຶ້ນລົດກະຕ່າຍ ແລະ ຕຸ່ນໄດ້ເອີ້ນໂຕ້ໄປນັ່ງນຳ ເຊິ່ງໂຕ້ເອງກໍ່ລັງເລໃຕວ່າຈະໄປນັ່ງກັບໃຜດີ ໃນທີ່ສຸດໂຕ້ກໍ່ຕັດສິນໃຈບໍ່ເລືອກນັ່ງກັບໃຜ ລາວເລືອກນັ່ງກັບທ້າວປຸໝູ່ອີກຄົນຂອງລາວແທນ ເຊິ່ງມັນໄດ້ສ້າງຄວາມຜິດຫວັງໃຫ້ທັງສອງສາວເປັນທີ່ສຸດ ເມື່ອໂຕ້ນັ່ງລົງທີ່ບ່ອນນັ່ງປຸໄດ້ເວົ້າກັບໂຕວ່າ: ສະເໜ່ແຮງເນາະຊ່ວງນິ! ສາວຫຸ້ມປາຍແມງວັນ, ໂຕ້ກໍ່ແນມເບິ່ງໜ້າປຸແລະເວົ້າວ່າ: ເຮີ້ຍ! ເຮົາບໍ່ແມ່ນກອງຂີ້ໃດ໋ ສິມາຫຸ້ມເຮົາປານແມງວັນ, ປຸເວົ້າຕໍ່ວ່າ: ຈັ່ງໃດ! ສິຄົບສອງຄົນຫວະດຽວນິ, ໂຕ້ຕອບໄປວ່າ: ບ້າ! ບໍ່ແມ່ນນິໄສເຮົາ!, ປຸເວົ້າຕໍ່: ເອົາດີໆເດີ້ ຢ່າໃຫ້ມັນມີບັນຫາລະ! ພວກເຂົາທັງສອງໄດ້ພາກັນລົມກັນເລື່ອງນັ້ນເລື່ອງນີ້ ບັນຍາກາດໃນລົດເມເຕັມໄປດ້ວຍຄວາມມ່ວນຊື່ນ ທັງຄູ ແລະ ນັກຮຽນພາກັນຮ້ອງເພງ, ບາງຄັນກໍ່ເປີດເພງເຕັ້ນ ບາງຄັນກໍ່ພາກັນຮ້ອງຄາລາໂອເກະ ຮ້ອງເພງຄູ່ຕອບກັນ ທຸກຄົນມີຄວາມສຸກໃນເວລາເດີນທາງ ເມື່ອຮອດຕອນເດິກສຽງຟົດສະນັ່ນກໍ່ມິດລົງເຫຼືອພຽງຄວາມງຽບເພາະທຸກຄົນນອນລັບໝົດເຫຼືອພຽງໂຊເຟີລົດ ແຕ່ໃນເວລານອນໂຕ້ກໍ່ໝັ່ນແນມໄປເບິ່ງຕຸ່ນທີ່ພວມນອນລັບຢູ່ເປັນໄລຍະໄລຍະ

ພໍຮອດຕອນເຊົ້າປະມານ 5-6 ໂມງເຊົ້າ ຂະບວນລົດເມໂຮງຮຽນກໍ່ມາຮອດແຂວງ ຈຳປາສັກ ລົດເມໄດ້ໄປຈອດໃສ່ນ້ຳມັນທີ່ປ້ຳນ້ຳມັນແຫ່ງໜຶ່ງ ແລະ ໃຫ້ນັກຮຽນທຸກຄົນລົງປ່ຽນເຄື່ອງນຸ່ງໂດຍໃກ້ນຸ່ງຊຸດເຄື່ອງແບບນັກຮຽນທຸກຄົນ ແມ່ຍິງແມ່ນໄປປ່ຽນທີ່ຫ້ອງນ້ຳ ສ່ວນຜູ້ຊາຍແແມ່ນໃຫ້ປ່ຽນທີ່ເທິງລົດເມເລີຍ ໃນກຳນົດເວລາ 40 ນາທີ ທຸກຄົນຕ້ອງປ່ຽນເຄື່ອງໃຫ້ແລ້ວ ພໍແຕ່ໄດ້ຍີນສຽງຄຳສັ່ງຈາກຄູເທົ່ານັ້ນຄວາມວຸ້ນວາຍກໍ່ເກີດຂຶ້ນ ພວກເຂົາໄດ້ຈັບເອົາຊຸດເຄື່ອງນຸ່ງອອກຈາກກະເປົາພາຍທີ່ນຳຂຶ້ນມາກຽມໄວ້ເທິງລົດພ້ອມແມ່ຍິງກໍ່ຟ້າວແລ່ນລົງໄປຫ້ອງນ້ຳຕໍ່ຄິວກັນເຂົາໄປປ່ຽເຄື່ອງນຸ່ງໃນຫ້ອງນ້ຳດ້ວຍຄວາມໄວ ເມື່ອປ່ຽນເຄື່ອງນຸ່ງແລ້ວທຸກຄົນຕ້ອງຍ່າງມາຫາລົດທີ່ຈອດຖ້າຢູ່ໜ້າປ້ຳນ້ຳຢ່າງເປັນລະບຽບ ຫຼັງຄູ-ອາຈານກໍ່ພາທຸກຄົນໄປກິນເຂົ້າທີ່ຮ້ານອາຫານແຫ່ງໜຶ່ງ ເມື່ອກິນເຂົ້າແລ້ວ ກໍ່ອອກເດີນອີກຄັ້ງ ເຊິ່ງລົດໄດ້ມຸ່ງໜ້າໄປທີ່ໂຮງຮຽນ ມສ ປາກເຊ ລົດເມໄດ້ໄປຈອດທີ່ໜ້າໂຮງຮຽນ ແລະ ຂະບວນຄູ ແລະ ນັກຮຽນກໍ່ໄດ້ພາກັນຍ່າງລົດຈາກລົດເມ ແລະ ພາກັນຍ່າງເຂົ້າເດີ່ນໂຮງຮຽນຍ່າງເປັນລະບຽບຮຽບຮ້ອຍໂດຍມີຮອງອຳນວຍການໂຮງຮຽນຍ່າງນຳໜ້າ ການມາຂອງພວກເຂົາໃນຄັ້ງນີ້ແມ່ນການມາທັດສະນະສຶກສາແລກປ່ຽນກັບໂຮງຮຽນ ມສ ປາກເຊ ກໍ່ໃຫ້ການຕ້ອນຮັບເປັນຢ່າງດີ ແລະ ພວກເຂົາໄດ້ນອນພັກທີ່ໂຮງຮຽນເລີຍ ຫຼັງຈາກທີ່ການແນະນຳຕົວ ແລະ ເຂົ້າຮ່ວມພິທີຕ້ອນຮັບແລ້ວ ນັກຮຽນທຸກຄົນກໍ່ພາກັນໄປທີ່ລົດເມເພື່ອໄປເອົາກະເປົາເຄື່ອງຂອງຕົນເອງ ແອັດລົດ ໄດ້ຂົນເຄື່ອງອອກຈາກລົດເມ ແລະ ນັກຮຽນພາກັນຈັບເອົາກະເປົາເຄື່ອງນຸ່ງຂອງໃຜຂອງມັນ ແລ້ວກໍ່ຍ່າງຕາມຫຼັງຄູ່ຂອງໂຮງຮຽນ ມສ ປາກເຊ ເພື່ອໄປຫາທີ່ພັກຍ່າງເປັນລະບຽບ ຕຸ່ນກໍ່ພາຍກະເປົາເຄື່ອງຍ່າງດ້ວຍຄວາມໜັກ ໂຕ້ແນມເຫັນກໍ່ຟ້າວຈະມາຊ່ວຍແຕ່ຕຸ່ນບໍ່ຍອມໃຫ້ຊ່ວຍ ແຕ່ໂຕ້ກໍ່ບໍ່ຍອມລາວໄດ້ດຶງກະເປົາອອກຈາກຕຸ່ນແລ້ວເອົາມາພາດໃສ່ບ່າຕົນເອງແລ້ວຍ່າງໄປໄວ່ໆ ຕຸ່ນເອງກໍ່ລັກຍິ້ມໃນໃຈ ເພາະລາວດີໃຈທີ່ໂຕ້ຍັງໃຫ້ຄວາມສຳຄັນກັບລາວຢູ່

ຮອດຕອນກາງຄືນເຈົ້າພາບໂຮງຮຽນ ມສ ປາກເຊ ໄດ້ຈັດພາເຂົ້າສາມັກຄີຕ້ອນຮັບຄະນະໂຮງຮຽນທີ່ເດີນທາງມາແຕ່ນະຄອນຫຼວງວຽງຈັນເພື່ອມາທັດສະນະແລກປ່ຽນບົດຮຽນກັບທາງໂຮງຮຽນໂດຍການເປັນປະທານຂອງທ່ານອຳນວຍການໂຮງຮຽນພ້ອມຄະນະຄູອາຈານ ແລະ ນັກຮຽນບາງຈຳນວນເຂົ້າຮ່ວມ ຫຼັງຈາກກ່າວພິທີສຳເລັດເປັນທີ່ຮຽບຮ້ອຍແລ້ວກໍ່ຮອດເວລາກິນເຂົ້າ ມື້ທຳອິດແມ່ນບໍ່ມີຫຍັງຫຼາຍມີແຕ່ກິນເຂົ້າສາມັກຄີເພື່ອເປັນພິທີຊື່ໆ ເພາະພິທີກິນລ້ຽງໃຫຍ່ແມ່ນຈະເຮັດໃນມື້ສຸດທ້າຍກ່ອນທີ່ພວກເຂົາຈະກັບ ຫຼັງຈາກກິນເຂົ້າແລ້ວນັກຮຽນກໍ່ພາກັນຍ່າງເຂົ້າທີ່ພັກໃຜມັນ

ກ່ອນຕຸ່ນຈະຍ່າງເຂົ້າໄປທີ່ພັກ ລາວໄດ້ຢຸດທີ່ກາງເດີ່ນ ແລະ ຢືນເບິ່ງດາວພ້ອມທັງສູດດົມອາກາດທີ່ບໍລິສຸດ ໂຕ້ຍ່າງກາຍມາເຫັນກໍ່ເລີຍຢຸດຖາມ: ມາຢືນເຮັດຫຍັງຢູ່ນີ້ຄືບໍ່ເຂົ້າໄປທີ່ພັກ ຕອນນີ້ອາກາດກໍ່ເລີ່ມເຢັນແລ້ວ!, ຕຸ່ນໄດ້ຫັນມາຍິ້ມໃສ່ແລ້ວຕອບໄປວ່າ: ເຂົາຂໍເບິ່ງດາວກ່ອນ! ເພາະດາວຄືນນີ້ງາມຫຼາຍ!, ໂຕ້ກໍ່ຍິ້ມແລ້ວເວົ້າໄປຕໍ່ວ່າ: ອື!!! ແລ້ວຕ້ອງການຄົນເບິ່ງດ່ສເປັນໝູ່ບໍ່! ຕຸ່ນທີ່ພວມເງີຍໜ້າເບິ່ງດາວໄດ້ເວົ້າອອກໄປວ່າ: ຖ້າຕອນນີ້ຖ້າເພິ່ນຍັງບໍ່ທັນຢາກນອນ ຊ່ວຍເບິ່ງດາວເປັນໝູ່ເຂົາກ່ອນໄດ້ບໍ່ ແລ້ວທັງສອງກໍ່ຢືນເບິ່ງດາວນຳກັນດ້ວຍຄວາມສຸກ ແຕ່ບໍ່ພໍຮອດ 10 ນາທີ ກະຕ່າຍກໍ່ຍ່າງເຂົ້າມາຫາພວກເຂົາທັງສອງແລ້ວເວົ້າອອກໄປວ່າ: ເຮັດຫຍັງສອງຄົນນິ! ທັງໂຕ້ແລະຕຸ່ນທີ່ກຳລັງເບິ່ງດາວເພີນໆກໍ່ໄດ້ຕົກໃຈກັບສຽງຂອງກະຕ່າຍ ພວກເຂົາໄດ້ຫັນມາເບິ່ງກະຕ່າຍ ແລະ ຕຸ່ນກໍ່ໄດ້ເວົ້າໄປວ່າ: ພວກເຂົາກຳລັງເບິ່ງດາວ! ແລ້ວເພີ່ນມາເຮັດຫຍັງ! ກະຕ່າຍໄດ້ເອົານົມຈີດ 1ກ່ອງຢື່ນໃຫ້ໂຕ້ແລ້ວເວົ້າວ່າ: ເຂົາເອົານົມມາໃຫ້ໂຕ້ດື່ມກ່ອນນອນເພື່ອຈະເຮັດໃຫ້ລາວນອນລັບສະບາຍ ດາວຄືນນີ້ງາມເຂົາຂໍເບິ່ງນຳໄດ້ບໍ່ ກະຕ່າຍໄດ້ເຂົ້າໄປຢືນແຊກກາງລະຫວ່າງຕຸ່ນກັບໂຕ້ ເຊິ່ງຕອນນັ້ນຕຸ່ນຮູ້ສຶກບໍ່ພໍໃຈກະຕ່າຍຂຶ້ນມາທັນທີ ຕຸ່ນໄດ້ລັກລັບຕາຊັງໃສ່ກະຕ່າຍ ເຊິ່ງກະຕ່າຍກໍ່ຮູ້ວ່າຕຸ່ນຕ້ອງບໍ່ພໍໃຈແນ່ນອນແຕ່ລາວກໍ່ບໍ່ສົນ ພວກເຂົາທັງສາມຄົນໄດ້ຢືນເບິ່ງດາວນຳກັນ ແຕ່ຕຸ່ນກໍ່ຢູ່ໄດ້ບໍ່ດົນເພາະລາວຮູ້ສຶກລຳຄານກະຕ່າຍແຮງ ກະຕ່າຍໄດ້ຖາມເລື່ອງດາວ ກັບໂຕ້ ຊວນໂຕ້ລົມ ພວກເຂົາຫົວຄິກຄັກເຂົ້າຄໍກັນດີຈົນຕຸ່ນຮູ້ສຶກວ່າຕົວເອງເປັຮສ່ວນເກີນ ຕຸ່ນຮູ້ສຶກບໍ່ພໍໃຈລາວເລີຍຍ່າງກັບໄປທີ່ບ່ອນພັກສ່ວນໂຕ້ເອງເຫັນຕຸ່ນຍ່າງໄປລາວກໍ່ຟ້າວຮ້ອງນຳ ແຕ່ຕຸ່ນບໍ່ຕອບຈັກຄຳມີແຕ່ຍ່າງກົ້ມໜ້າໄປ ເມື່ອບໍ່ມີຕຸ່ນຢູ່ເບິ່ງດາວໂຕ້ກໍ່ຂໍກັບໄປທີ່ບ້ອນພັກທັນທີ ເຊິ່ງກະຕ່າຍເອງກໍ່ບໍ່ຢາກໃຫ້ໂຕ້ຟ້າວໄປແຕ່ກໍ່ບໍ່ສາມາດຢື້ໃຫ້ໂຕ້ຢູ່ກັບຕົວເອງໄດ້ ກະຕ່າຍໄດ້ຈຳໃຈປ່ອຍໂຕ້ໄປທັງທີ່ໃຈງຸດງິດເລັກໜ້ອຍ

ອ່ານຕໍ່ສະບັບຕໍ່ໄປ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)