spot_img
Homeວົງການສື່ມວນຊົນສື່ມວນຊົນ ສາມປະເທດ ສານສຳພັນ ໃນແລວເສດຖະກິດ  ຕາເວັນອອກ-ຕາເວັນຕົກ ຍົກຄວາມພ້ອມສູ່ AEC 

ສື່ມວນຊົນ ສາມປະເທດ ສານສຳພັນ ໃນແລວເສດຖະກິດ  ຕາເວັນອອກ-ຕາເວັນຕົກ ຍົກຄວາມພ້ອມສູ່ AEC 

Published on

ສື່ມວນຊົນ ສາມປະເທດ ສານສຳພັນ ໃນແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ຍົກຄວາມພ້ອມສູ່ AEC
———————-
ຈັດຫວັດມຸກດາຫານ ແຫ່ງລາຊະອານາຈັກໄທ ເປັນເຈົ້າພາບ ຈັດກອງປະຊຸມ ພາຍໃຕ້ຫົວຂໍ້ທີ່ວ່າ:
ໂຄງການສານສຳພັນ ສື່ມວນຊົນ ລະຫວ່າງປະເທດ ໃນວັນທີ 20-22 ພຶດສະພາ 2014 ນີ້
ທີ່ໂຮງແຮມ ແກຮນ ໂຮແທວ ເທສະບານເມືອງມຸກດາຫານ ຊຶ່ງມີ:ສື່ມວນຊົນຈາກ ຈັ່ງຫວັດ ມຸກດາຫານ
ແຫ່ງລາດຊະອານາຈັກໄທ, ແຂວງສະຫວັນນະເຂດ ສ ປ ປ ລາວ ແລະແຂວງກວາງຈິ ສ ສ ຫວຽດນາມ
ເຂົ້າຮ່ວມຈຳນວນ 43 ທ່ານ ໃນນີ້ ຈາກຈັ່ງຫວັກມຸກດາຫານ ຈຳນວນ 26 ທ່ານ,ສະຫວັນນະເຂດ 10 ທ່ານ
ແລະແຂວງກວາງຈິຈຳນວນ 7 ທ່ານ.

ສຳລັບສື່ມວນຊົນ ຈາກແຂວງສະຫວັນນະເຂດ ທີ່ເຂົ້າຮ່ວມໃນໂຄງການສານສຳພັນສື່ຄັ້ງນີ້ ມີ
ສື່ຈາກໜັງສືພິມສະຫວັນພັດທະນາ: ສະຖານນີວິທະຍຸກະຈາຍສຽງ ແລະສື່ມວນຊົນຈາກສະຖານີໂທລະພາບ
ຊຶ່ງນຳໂດຍທ່ານ ນາງ ດາວອນ ໄຊສຸລຽນ ຮອງຫົວໜ້າ ພະແນກ ຖວທ ແຂວງສະຫວັນນະເຂດ,
ຊຶ່ງໃນໂອກາດເດີນທາງໄປຮ່ວມ ຄະນະສື່ມວນຊົນກໍ່ຮັບການຕ້ອນຮັບ ຈາກທ່ານ ແສງທອງ ອານັນຕະພັນ
ຫົວໜ້າປະຊາສຳພັນ ຈັ່ງຫວັດ ມຸກດາຫານ ພ້ອມວິຊາການສື່ມວນຊົນຂອງຈັ່ງຫວັດຈຳນວນໜຶ່ງ,

ທ່ານສາກົນສາລິດ ບຸນປຣາກິດ ຜູ້ວ່າລາຊະການ ຈັງຫວັດມຸກດາຫານ ປະເທດໄທ ກ່າວມີຄຳເຫັນວ່າ
ໃນໂອກາດເປີດກອງປະຊຸມວ່າ: ໂຄງການສານສຳພັນ ສື່ມວນຊົນສາມາແຂວງ ສາມປະເທດມີ ມຸກດາຫານ,
ສະຫວັນນະເຂດແລະສື່ມວນຊົນ ຈາກແຂວງກວາງຈິ ແມ່ນຈັດຂຶ້ນເປັນຄັ້ງທີ II ມຸກດາຫານ
ຊຶ່ງເປັນການສ້າງສາຍສຳພັນທີ່ດີຕໍ່ກັນ ເປັນຕົ້ນແມ່ນການໂຄສະນາປະຊາສຳພັນໃນພື້ນທີ່ຂອງຕົນ
ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຂ່າວສານ ແລະມີສ່ວນຮ່ວມໃນການພັດທະນາ ແລະຮັກສາປະເພນີວັດທະນະທຳ ຄວາມສະຫງົບແລະພາບພົດທີ່ດີຂອງແຕ່ລະແຂວງ ອັນເປັນການໂຄສະນາເຊື່ອມໂຢງທາງດ້ານເສດຖະກິດ
ການຄ້າ ການລົງທຶນໃນແລວເສດຖະກິດ ຕາເວັນ-ຕາເວັນຕົກ ແລະກຽມພ້ອມເຂົ້າປະຊາຄົສເສດຖະກິດອາຊຽນ
ໃນປີ 2015.

ໃນໂອກາດດັ່ງກ່າວ ສື່ມວນຊົນສາມແຂວງ ,ສາມປະເທດ ກໍໄດ້ລົງໄປເຄື່ອນໄຫວຢ້ຽມ ສຳນັກງານປະຊາສຳພັນ ເຂດ 2
ຈັ່ງຫວັດ ອຸບົນລາຊະທານີ, ເຊິ່ງແມ່ນໜ່ວຍງານສື່ຂອງລັດ ທີ່ຮັບຜິດຊອບງານປະຊາສຳພັນ ໃນພື້ນທີ່
ພາກຕາເວັນອອກສ່ຽງເໜືອຕອນກາງ ຮັບຜິດຊອບ ມີຈັ່ງຫວັດ ອຸບົນລາຊະທານີ, ສີສະເກດ, ສຸລິນ,ຍະໂສທອນ,
ຮ້ອຍເອັດ, ອຳນາດຈະເລີນ,ມຸກດາຫານ ແລະນະຄອນພະນົມ ມີວິທະຍຸ 10 ສະຖານນີ ມີ 14 ຄື້ນ
ໃນນີ້ ເອັບແອມ 10 ແລະ ເອແອມ 4 ມີສື່ ໂທລະພາບ 1 ສະຖານີ ໂດຍສຳນັກງານປະຊາສຳພັນ
ແມ່ນເຮັດໜ້າທີ່ໂຄສະນາ ເພື່ອໃຫ້ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈເຊິ່ງສາມາດໃຊ້ຂໍ້ມູນຂ່າວສານ ໃນການພັດທະນາ ຄະນະພາບຊີວິດແລະມີສ່ວນຮ່ວມໃນການພັດທະນາ

ຈາກນີ້ກໍ່ໃຫ້ຄຳປຶກສາສະເໜີນະໂຍບາຍ ປະສານແລະສະໜັບສະນູນ ການດຳເນີນງານປະຊາສຳພັນພາກລັດ
ຢ່າງເປັນລະບົບ ທັງບໍລິຫານຈັດການສື່ພາກລັກແລະປະສານເຄືອຂ່າຍສື່ມວນຊົນໃນພາກພື້ນໃຫ້ມີປາສິດຕິພາບ ແລະອື່ນໆໆ

ທີ່ມາ www.facebook.com/Savanhphuttana-News

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...