spot_img
Homeຂ່າວທ້ອງຖິ່ນເຊັນ​ສັນ­ຍາ​ສ້າງ ແລະ​ ປັບ­ປຸງ​ທາງ 2 ເສັ້ນ​ຢູ່​ອຸ­ດົມ​ໄຊ

ເຊັນ​ສັນ­ຍາ​ສ້າງ ແລະ​ ປັບ­ປຸງ​ທາງ 2 ເສັ້ນ​ຢູ່​ອຸ­ດົມ​ໄຊ

Published on

ເພື່ອ​ເປັນ​ການ​ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ໄປ-ມາ​ຫາ​ສູ່​ຂອງ​ປະ­ຊາ­ຊົນ​ເຂດ​ໃກ້​ຄຽງ ໂດຍ​ສະ­ເພາະ​ການ​ຂົນ­ສົ່ງ​ສິນ­ຄ້າ​ລະຫວ່າງ​ແຂວງ ແລະ​ ປະ­ເທດ, ການ​ທ່ອງທ່ຽວ ແລະ​ ອື່ນໆ ນອກ​ນັ້ນຍັງ​ຈະ​ເປັນ​ເງື່ອນໄຂ​ອັນ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ເສດ​ຖະກິດ​ຂອງ​ແຂວງ​ໃຫ້​ຂະ­ຫຍາຍ­ຕົວ​ເທື່ອ​ລະກ້າວ ວັນ​ທີ 25 ພຶ​ຶດ​ສະ­ພາ​ຜ່ານ​ມາທີ່​ພະແນກ​ໂຍ­ທາ​ທິ​ການ ແລະ ​ຂົນ­ສົ່ງ (ຍທຂ) ແຂວງ​ອຸ­ດົມ​ໄຊ ໄດ້​ມີ​ພິ­ທີ​ເຊັນ​ສັນ­ຍາ​ໂຄງການ​ກໍ່­ສ້າງ​ເສັ້ນ­ທາງ​ລະ­ຫວ່າງ​ບໍ­ລິ­ສັດຜູ້​ຮັບ​ເໝົາ​ກັບ​ເຈົ້າ​ຂອງ​ໂຄງ­ການ ໂດຍການ​ລົງ​ນາມ​ຂອງ ທ່ານ ກາ­ສີ ນັນ­ທະລາດ ຫົວ­ໜ້າ​ພະ​ແນກ ຍທຂ ແຂວງ​ອຸດົມ​ໄຊ​ກັບ ທ່ານ ວິ­ລະ​ສັນ­ຕິ ພຸດ​ທະ​ວົງ ອຳ­ນວຍ​ການ​ບໍ­ລິ­ສັດ ໄຊ​ພັດ­ທະ­ນາ​ກໍ່­ສ້າງຂົວ​ທາງ ແລະ​ ຊົນ­ລະ­ປະ­ທານ ຈຳ­ກັດ ແລະ​ ທ່ານ ໂນ​ພອນ ຈິດ​ນາ­ລີ ອຳ­ນວຍການ​ບໍ­ລິ­ສັດ ອູ່​ດີ​ດີ ກໍ່­ສ້າງ ແລະ​ ສ້ອມແປງ​ຂົວ​ທາງ ຈຳ­ກັດ ໂດຍ​ເຂົ້າ​ຮ່ວມ​ເປັນສັກ­ຂີ​ພິ­ຍານ​ຂອງ ທ່ານ ຄຳ​ພຽງ ຢາ​ຈົງວາ ຮອງ​ເຈົ້າ­ແຂວງ​ອຸ­ດົມ​ໄຊ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຊຶ່ງ​ພິ­ທີ​ເຊັນ​ສັນ­ຍາ​ການ​ກໍ່­ສ້າງ​ເສັ້ນທາງ​ແມ່ນ​ປະ­ກອບ​ມີ 2 ໂຄງ­ການ​ຄື ໂຄງການ​ກໍ່­ສ້າງ​ເສັ້ນ­ທາງ​ປູ­ຢາງ​ສອງ​ຊັ້ນລະ­ຫວ່າງ​ກິ­ໂລ­ແມັດ​ທີ 59 ຂອງ​ເສັ້ນທາງ​ເລກ​ທີ 13 ເໜືອ ເມືອງ​ນາ​ໝໍ້​ຫາ​ພູຫຼັກ​ຄຳຊາຍ​ແດນ ສປ ຈີນ ມີ​ຄວາມ​ຍາວ ທັງ​ໝົດ 36 ກິ­ໂລ­ແມັດ, ໜ້າ​ທາງ​ກວ້າງ 7 ແມັດ ແລະ​ສາ­ມາດຮັບ​ໜັ້ນ​ໜັກ​ໄດ້ 11 ໂຕນ​ຕໍ່​ເພົາ ລວມ​ມູນຄ່າ​ການກໍ່­ສ້າງ​ທັງ​ໝົດ 200 ຕື້​ກວ່າ​ກີບ ແລະ​ ກຳ­ນົດ​ການ​ກໍ່­ສ້າງ​ແມ່ນ​ຈະ​ໃຫ້​ສຳເລັດ​ຕາມ​ສັນ­ຍາ 36 ເດືອນ, ສ່ວນ​ໂຄງການ​ທີ່​ສອງ​ແມ່ນ​ໂຄງ­ການ​ກໍ່­ສ້າງ​ຍົກ​ລະດັບ​ເສັ້ນ­ທາງ​ລະ­ຫວ່າງ​ບ້ານ​ຂ້ອນ ເມືອງແບງ ແຂວງ​ອຸ­ດົມ​ໄຊ ຫາ ຊາຍ​ແດນ ເມືອງ​ນາ​ແລ ແຂວງ​ຫຼວງ​ນ້ຳ​ທາມີຄວາມ​ຍາວ​ທັງ​ໝົດ 8,67 ກິ­ໂລ­ແມັດ, ໜ້າ​ທາງ​ກວ້າງ 5 ແມັດ ໂດຍ​ມີ​ມູນ​ຄ່າ ການ​ກໍ່­ສ້າງ​ທັງ​ໝົດ 9 ຕື້​ກວ່າ​ລ້ານ​ກີບ, ເວ­ລາ​ກໍ່­ສ້າງ​ແມ່ນ 24 ເດືອນ​ໃຫ້​ສຳ­ເລັດໂດຍ​ທັງ​ສອງ​ໂຄງ­ການ​ແມ່ນ​ໃຊ້​ທຶນ​ງົບ ປະ­ມານ​ຂອງ​ລັດ­ຖະ­ບານ 100%.

ແນວ­ໃດ​ກໍ​ດີ ຖ້າ​ຫາກ​ທັງ​ສອງ​ໂຄງການ​ດັ່ງ­ກ່າວ​ກໍ່­ສ້າງ​ສຳ­ເລັດ​ຈະ​ສົ່ງ​ຜົນ​ດີແລະ​ອຳ­ນວຍ​ຄວາມ​ສະ­ດວກ​ຫຼາຍ​ຢ່າງ  ໃຫ້​ແກ່​ບັນ­ດາ​ພໍ່​ແມ່​ປະ­ຊາ­ຊົນ​ເຂດ​ໃກ້ ຄຽງ​ໃນ​ການ​ສັນ­ຈອນ​ໄປ­ມາ­ຫາ­ສູ່​ເຊິ່ງກັນ ແລະ​ກັນ ໂດຍ​ສະ­ເພາະ​ການ​ຂົນ­ສົ່ງສິນ­ຄ້າ​ລະ­ຫວ່າງ​ແຂວງ ແລະ ​ລະ­ຫວ່າງປະ­ເທດ, ການ­ທ່ອງ­ທ່ຽວ ແລະ​ອື່ນໆນອກ​ນັ້ນ​ຍັງ​ເປັນ​ເງື່ອນ­ໄຂ​ອັນ​ສຳ­ຄັນ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ແຂວງ ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ​ເທື່ອ​ລະ​ກ້າວ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...